ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຣໍາ ​ມີ​ກຳ​ນົດຈະ​ໄປປາກົດໂຕຕໍ່ສານ ໃນຂໍ້ກ່າວຫາກະທໍາຜິດ ຂອງລັດຖະບານກາງ


ອະດີດປະທານາທິບໍດີດໍໂນລ ທຣໍາ ຍົກໂປ້ຂຶ້ນ ໃນຂະນະທີ່ເດີນທາງໄປເຖິງ ບ່ອນຕາກອາກາດ National Doral ວັນທີ 12 ມິຖຸນາ 2023 ໃນເມືອງ Doral, ຟລໍຣິດາ.
ອະດີດປະທານາທິບໍດີດໍໂນລ ທຣໍາ ຍົກໂປ້ຂຶ້ນ ໃນຂະນະທີ່ເດີນທາງໄປເຖິງ ບ່ອນຕາກອາກາດ National Doral ວັນທີ 12 ມິຖຸນາ 2023 ໃນເມືອງ Doral, ຟລໍຣິດາ.

ອະດີິດປະທານາທິບໍດີ ດໍໂນລ ທຣໍາ ໄດ້ເດີນທາງ​ໄປເຖິງ ​ສະ​ໂມ​ສອນກັອຟຂອງທ່ານທີ່ນະຄອນໄມອາມີ ໃນວັນຈັນວານນີ້ກ່່ອນການໄປປາກົດໂຕ​ຢູ່​ສານກ່ຽວ​ກັບຂໍ້ກ່າວຫາ​ຕ່າງໆ ໃນການຈັດ​ແຈງ​ເລື້ອງເອກກະສານລັບ​ດ້ານຄວາມປອດໄພ​ແຫ່ງ​ຊາດ ຫລັງຈາກທ່ານໄດ້ອອກຈາກທຳນຽບຂາວໃນປີ 2021.

ການ​ໄປປາກົດໂຕ​ທີ່​ກຳ​ນົດ​ໃສ່ເວລາ​ບ່າຍ 3 ໂມງ ຕາມເວລາທ້ອງຖິ່ນຂອງວັນອັງຄານມື້ນີ້ ທີ່ຈະມີຂຶ້ນພາຍໃຕ້ການຮັກສາຄວາມປອດໄພຢ່າງໜາແໜ້ນ ຢູ່ໃນສານລັດຖະບານກາງ ໃນ​ເຂດ​ໃຈ​ກາງ​ນະ​ຄອນໄມອາມີ.

ພວກເຈົ້າໜ້າທີ່ລັດຖະບານກາງໄດ້ເພີ້ມ​ການ​ຮັກ​ສາຄວາມປອດໄພຢູ່ອ້ອມແອ້ມຕຶກສານ ແລະພວກເຈົ້າໜ້າທີ່​ນະ​ຄອນໄມອາມີ ກ່າວວ່າ ເຂົາເຈົ້າໄດ້ກະກຽມເພື່ອປ້ອງກັນຄວາມຮຸນແຮງໃດໆ​ກໍ​ຕາມ ຈາກບັນດາຜູ້ສະໜັບສະໜູນທ່ານທຣໍາ ແລະການປະເຊີນໜ້າກັບພວກປະທ້ວງ.

“ຢູ່ໃນເມືອງຂອງພວກເຮົາ ພວກເຮົາເຫັນແຈ້ງເຊື່ອໃນລັດຖະທຳມະນູນ ແລະເຊື່ອວ່າ ປະຊາຊົນຄວນມີສິດລະບາຍຄວາມຮູ້ສຶກເຂົາເຈົ້າອອກມາ” ເຈົ້າຄອງນະ​ຄອນໄມອາມີ ທ່ານແຟຣນຊິສ ຊູອາເຣ ໄດ້ກ່າວຢູ່ກອງປະຊຸມນັກຂ່າວ. “ແຕ່ພວກເຮົາຍັງເຊື່ອໃນກົດໝາຍ ແລະຄວາມເປັນລະບຽບຮຽບຮ້ອຍ. ແລະພວກເຮົາຮູ້ຢ່າງນັ້ນ ແລະພວກເຮົາຫວັງວ່າ ມື້ອື່ນຈະເປັນມື້​ທີ່ສະຫງົບ.”

ການປາກົດໂຕຂອງທ່ານທຣໍາ ​ມີຂຶ້ນຫ້າມື້ຫລັງຈາກຄະນະຕຸລາການໃນນະຄອນໄມອາມີ ໄດ້ກ່າວຫາທ່ານໃນການກະທຳຜິດ 37 ກະທົງ ຮວມທັງ 31 ຂໍ້ກ່າວຫາວ່າທ່ານ “ມີຄວາມຕັ້ງໃຈເກັບ” ເອກກະສານລັບ​ດ້ານປ້ອງກັນປະເທດ ໃນການລະເມີດຕໍ່ກົດໝາຍການ​ຈາ​ລະ​ກຳ​.

ຜູ້ຊ່ວຍທ່ານທຣໍາຄົນນຶ່ງ ທ່ານວອ​ລ​ທ໌ ໂນຕາ ຍັງໄດ້ປະເຊີນໜ້າການກ່າວຫາກະທຳຜິດ ທີ່ເຊື່ອມໂຍງກັບການຂັດຂວາງລັດຖະບານໃນຄວາມພະຍາຍາມທີ່ຈະເອົາເອກກະສານຄືນ.

ທ່ານທຣໍາ ເປັນອະດີດປະທານາທິບໍດີຄົນທຳອິດ ທີ່ຈະປະເຊີນໜ້າການກ່າວຫາຢ່າງເປັນທາງການ ຕໍ່ສານລັດຖະບານກາງ. ນີ້ແມ່ນເທື່ອທີສອງ ທີ່ທ່ານໄດ້ຖືກກ່າວຫາຢ່າງເປັນທາງການ.

ອະດີດປະທານາທິບໍດີຍັງປະເຊີນໜ້າຕ່າງຫາກຕໍ່ຂໍ້ກ່າວຫາກະທຳຜິດໃນນະຄອນ ນິວຢອກ ທີ່ພົວພັນກັບການຈ່າຍເງິນປິດປາກດາຣາຮູບເງົາໂປ້ ລະຫວ່າງການໂຄສະນາຫາສຽງປະທານາທິບໍດີ ປີ 2016.

ຢູ່ໃນການໃຫ້​ການ​ໃນວັນອັງຄານມື້ນີ້ ຜູ້ພິພາກສາຄົນນຶ່ງຈະເຕືອນທ່ານທຣໍາ ເຖິງສິດທິຂອງທ່ານ ແລະອ່ານຂໍ້ກ່າວຫາ​ຕໍ່ທ່ານ. ທ່ານຄາດວ່າຈະບອກວ່າບໍ່ມີຄວາມຜິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG