ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ປະ​ກາດ​ການ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຄັ້ງ​ທີ 3


ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ອະ​ດີດ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ໃນ​ງານ​ປະ​ກາດ​ການ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ທີ​ສາມ ຢູ​່​ຄະ​ລື​ຫາດ ມາ​ອາ​ລາ​ໂກ, ເມືອງ ພາມ​ບີ​ຈ໌, ລັດ​ຟ​ລໍ​ຣິ​ດາ, 15 ພະ​ຈິກ 2022.
ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ອະ​ດີດ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ໃນ​ງານ​ປະ​ກາດ​ການ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ທີ​ສາມ ຢູ​່​ຄະ​ລື​ຫາດ ມາ​ອາ​ລາ​ໂກ, ເມືອງ ພາມ​ບີ​ຈ໌, ລັດ​ຟ​ລໍ​ຣິ​ດາ, 15 ພະ​ຈິກ 2022.

ການ​ນັບ​ຄະ​ແນນ​ສຽງ​ແມ່ນ​ຍັງ​ບໍ່​ທັນ​ສຳ​ເລັດ​ເທື່ອ​ໃນ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ 2022, ແລະ ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ທີ່​ສຳ​ຄັນ​ຂອງສະ​ພາ​ສູງ​ແມ່ນ​ຍັງ​ເຫຼືອ​ອີກ 3 ອາ​ທິດ, ແຕ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແມ່ນ​ໄດ້​ເບິ່ງ​ໄປ​ທາງ​ໜ້າ, ດ້ວຍ​ການ​ປະ​ກາດ​ໃນ​ຄືນ​ວັນ​ອັງ​ຄານ​ວານນີ້​ວ່າ​ທ່ານ​ຈະ​ລົງ​ແຂ່ງ​ຂັນ​ອີກ​ຄັ້ງ​ນຶ່ງ​ ໃນ​ການ​ສະ​ເໜີ​ຊື່​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສຳ​ລັບ​ພັກ​ຣີ​ພັບ​ບ​ລີ​ກັນໃນ​ປີ 2024.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ການ​ກັບ​ຄືນ​ມາ​ຂອງ ອາ​ເມ​ຣິ​ກາ ຈະ​ເລີ່ມ​ຂຶ້ນ​ໃນ​ເວ​ລານີ້.”

ມັນ​ແມ່ນ​ການ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ​ຄັ້ງ​ທີ​ສາມ​ຂອງ​ທ່ານ, ຫຼັງ​ຈາກ​ການ​ຊະ​ນະ​ຢ່າງບໍ່​ຄາດ​ຄິດ​ຕໍ່​ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໃນ​ປີ 2016 ແລະ ການ​ພະ​ຍາ​ຍາມ​ເລືອກ​ຕັ້ງ​ຄືນ​ທີ່ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ຂອງ​ທ່ານ​ໃນ​ປີ 2020. ຈົນ​ຮອດ​ມື້ນີ້, ທ່ານ​ໄດ້​ໂຕ້​ແຍ້ງ​ຢ່າງບໍ່​ຖືກ​ຕ້ອງວ່າ ທ່ານ​ຖືກ​ສໍ້​ໂກງ​ຢ່າງບໍ່​ເປັນ​ທຳ​ເພື່ອ​ບໍ່​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ອີກ​ສີ່​ປີ ຍ້ອນ​ການ​ນັບ​ຄະ​ແນນ​ສຽງ​ທີ່​ຜິດ​ປົກ​ກະ​ຕິ​ໃນ​ລັດ​ການ​ແຂ່ງ​ຂັນ​ທາງ​ການ​ເມືອງຫຼາຍ​ແຫ່ງ​ທີ່​ທ່ານ​ໄດ້​ຜ່າຍ​ແພ້​ໃຫ້​ທ່ານ ໂຈ ໄບ​ເດັນ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ເຊິ່ງ​ຕອນນີ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 46 ຂອງ​ປະ​ເທດ.

ທ່ານ ທ​ຣຳ ໄດ້​ທຳ​ການ​ປະ​ກາດ, ດ້ວຍ​ຜູ້​ຊ່ວຍ​ເຫຼືອ​ທາງ​ການ​ເມືອງ ແລະ ຜູ້​ສະ​ໜັບ​ສະ​ໜູນ​ຢູ່​ທາງ​ຂ້າງ​ທ່ານ, ຢູ່​ຄະ​ລື​ຫາດ ມາ​ອາ​ລາ​ໂກ ແຄມ​ມະ​ຫາ​ສະ​ໝຸດ​ຂອງ​ທ່ານ​ໃນ​ລັດ ຟ​ລໍ​ຣິ​ດາ ທາງ​ພາກ​ໃຕ້​ຂອ​ງ​ປະ​ເທດ, ເຊິ່ງ​ແມ່ນ​ບ້ານ​ທີ່​ທ່ານ​ອາ​ໄສ​ຢູ່​ໃນ​ລະ​ດູ​ໜາວ​ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ອອກ​ຈາກ​ນະ​ຄອນຫຼວງວໍ​ຊິງ​ຕັນ ໃນ​ຂະ​ນະ​ທີ່​ການ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ທຳ​ນຽບ​ຂາວ​ຂອງ​ທ່ານ​ໄດ້​ສິ້ນ​ສຸດ​ລົງ​ໃນ​ເດືອນ​ມັງ​ກອນ​ປີ​ກາຍນີ້.

ແນວ​ໃດ​ກໍ່​ຕາມ​ທ່ານ ທ​ຣຳ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ທາງ​ການ​ເມືອງ, ໃນ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ໂຕ້​ຖຽງ​ທາງ​ການ​ເມືອງ ສະ​ຫະ​ລັດ ທີ່​ເບິ່ງ​ຄື​ວ່າ​ບໍ່​ຢຸດບໍ່​ເຊົາ, ນອກ​ເໜືອ​ຈາກ​ການ​ໃຫ້​ຄຳ​ເຫັນ​ການ​ເມືອງ​ຢ່າງ​ເປັນ​ປະ​ຈຳ​ຂອງ​ທ່ານ ແລະ ການ​ວິ​ພາ​ກ​ວິ​ຈານ​ລັດ​ຖະ​ບານ​ຂອງ​ທ່ານ ໄບ​ເດັນ ໃນ​ໄລ​ຍະ 22 ເດືອນ​ທີ່​ຜ່ານ​ມາ.

ທ່ານ ທ​ຣຳ ໄດ້​ບອກ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເວ​ລາ​ທ່ານ​ໄດ້​ອອກ​ຈາກ​ຕຳ​ແໜ່ງ, ປະ​ເທດ​ແມ່ນ “ພ້ອມ​ແລ້ວ​ສຳ​ລັບ​ຍຸກ​ທີ່​ຮຸ່ງ​ເຮືອງ​ຂອງ​ທ່ານ.”

ທ່ານ​ໄດ້​ກ່າວ​ວ່າ “ແຕ່​ດຽວນີ້​ພວກ​ເຮົາ​ແມ່ນ​ປະ​ເທດ​ທີ່​ກຳ​ລັງ​ຕົກ​ຕ່ຳ. ພວກ​ເຮົາ​ແມ່ນ​ປະ​ເທດ​ທີ່​ກຳ​ລັງ​ລົ້​ມ​ແຫຼວ. ສຳ​ລັບ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຫຼາຍ​ລ້ານ​ຄົນ, ໃນ​ສອງ​ປີ​ທີ່​ຜ່ານ​ມາ​ພາຍ​ໃຕ້​ທ່ານ ໂຈ ໄບ​ເດັນ ແມ່ນ​ໄດ້​ເປັນ​ຊ່ວງ​ເວ​ລາ​ຂອງ​ຄວາ​ມ​ເຈັບ​ປວດ, ຄວາມ​ລຳ​ບາກ, ກັງ​ວົນ ແລະ ໝົດ​ຫວັງ.”

ທ່ານ​ໄດ້​ຖິ້​ມ​ໂທດ​ໃສ່​ທ່ານ ໄບ​ເດັນ ສຳ​ລັບ​ອັດ​ຕາ​ເງິນ​ເຟີ້​ສູງ​ຂອງ​ປະ​ເທດ, ການ​ຫຼັ່ງ​ໄຫຼ​ຂ້າມ​ຊາຍ​ແດນ ສະ​ຫະ​ລັດ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຕິດ​ກັບ​ປະ​ເທດ ເມັກ​ຊິ​ໂກ ຂອງ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ບໍ່​ມີ​ເອ​ກະ​ສານ​ຢ່າງບໍ່​ສິ້ນ​ສຸດ ແລະ ໄດ້​ກ່າວ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຈະ​ບໍ່​ບຸກ​ລຸກຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ​ ຖ້າ​ທ່ານຍັງ​ເປັນ​ຜູ້​ນຳ​ສະ​ຫະ​ລັດ​ຢູ່.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG