ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ຈະປະກາດ ຮັບຮູ້ ເຈຣູຊາແລັມ ເປັນນະຄອນຫຼວງ ຂອງ ອິສຣາແອລ


ຜູ້ປະທ້ວງຊາວ ປາແລັສໄຕນ໌ ຈູດທຸງຂອງປະເທດ ອິສຣາແອລ ແລະ ສະຫະລັດ ໃນລະຫວ່າງການປະທ້ວງ ກ່ຽວກັບ ຄວາມເປັນໄປໄດ້ ທີ່ ສະຫະລັດ ຈະຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ. ເຂດ ກາຊາ. 6 ທັນວາ, 2017.
ຜູ້ປະທ້ວງຊາວ ປາແລັສໄຕນ໌ ຈູດທຸງຂອງປະເທດ ອິສຣາແອລ ແລະ ສະຫະລັດ ໃນລະຫວ່າງການປະທ້ວງ ກ່ຽວກັບ ຄວາມເປັນໄປໄດ້ ທີ່ ສະຫະລັດ ຈະຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ. ເຂດ ກາຊາ. 6 ທັນວາ, 2017.

ປະທານາທິບໍດີ ດໍໂນລ ທຣຳ ມີແຜນທີ່ຈະປະກາດໃນວັນພຸດມື້ນີ້ວ່າ ສະຫະລັດ ໄດ້
ຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ ແລະ ຈະ
ຍ້າຍສະຖານທູດຂອງ ສະຫະລັດ ຈາກນະຄອນຫຼວງ ແທລ ອາວີຟ ໄປທີ່ນັ້ນ.

ການຕັດສິນໃຈດັ່ງກ່າວແມ່ນເບິ່ງຄືວ່າ ຈະກໍ່ໃຫ້ເກີດຄວາມສັບສົນວຸ້ນ ວາຍໃນທົ່ວ
ໂລກອາຣັບ. ແຕ່ທຳນຽບຂາວກ່າວວ່າ ທ່ານ ທຣຳ ພຽງແຕ່ຮັບຮູ້ ໃນສິ່ງທີ່ເຂົາເຈົ້າເອີ້ນ
ວ່າ ຄວາມຈິງໃນປະຫວັດສາດ ແລະ ຍຸກໃໝ່ເທົ່ານັ້ນເອງ.

ເພື່ອທີ່ຈະເຮັດໃຫ້ສິ່ງທີ່ອາດເປັນຜົນສະທ້ອນຮຸນແຮງເບົາບາງລົງນັ້ນ, ທ່ານ ທຣຳ ໄດ້
ໂທລະສັບຫາບັນດາຜູ້ນຳ ພາກຕາເວັນອອກກາງຫ້າປະເທດໃນວັນອັງຄານວານນີ້
ເພື່ອອະທິບາຍການຕັດສິນໃຈຂອງທ່ານໃຫ້ພວກເພິ່ນຊາບ ລວມມີ ນາຍົກລັດຖະມົນ
ຕີ ອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ, ຜູ້ນຳປາແລັສໄຕນ໌ ທ່ານ ມາກມູດ
ອັບບາສ, ກະສັດ ອັບດຸລລາ ແຫ່ງປະເທດ ຈໍແດັນ, ປະທານາທິບໍດີ ອີຈິບ ທ່ານ
ອັບແດລ ຟັດທາ ແອລ-ຊິສຊີ ແລະ ກະສັດ ຊາລມານ ບິນ ອັບດູລາຊິສ໌ ອາລ ຊາອຸດ
ແຫ່ງປະເທດ ຊາອຸດີ ອາຣາເບຍ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວ ໄດ້ໃຫ້ລາຍລະອຽດແຕ່ພຽງ ເລັກນ້ອຍ
ກ່ຽວກັບການສົນທະນາ ນອກຈາກກ່າວວ່າ, “ບັນດາຜູ້ນຳໄດ້ສົນທະນາກັນ ເຖິງການ
ຕັດສິນໃຈທີ່ອາດເປັນໄປໄດ້ ກ່ຽວກັບ ນະ ຄອນ ເຈຣູຊາແລັມ.” ເຂົາເຈົ້າໄດ້ກ່າວເພີ່ມ
ເຕີມວ່າ ທ່ານ ທຣຳ ໄດ້ຢືນຢັນຄຳໝັ້ນສັນຍາຂອງທ່ານ ທີ່ຈະດຳເນີນການເຈລະຈາ
ສັນຕິພາບລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌ ແລະ ຄວາມສຳຄັນຂອງການ
ສະໜັບສະໜູນການເຈລະຈາດັ່ງກ່າວນັ້ນ.

ບັນດາເຈົ້າໜ້າທີ່ທຳນຽບຂາວ ໄດ້ກ່າວໃນຕອນແລງຂອງວັນອັງຄານວານນີ້ວ່າ ທ່ານ
ທຣຳ ຈະຮັບຮູ້ນະຄອນ ເຈຣູຊາແລັມ ບໍ່ພຽງແຕ່ແມ່ນເມືອງຫຼວງໃນປະຫວັດສາດຂອງ
ຊາວ ຢິິວ ເທົ່ານັ້ນ, ແຕ່ຍັງເປັນທີ່ຕັ້ງ ຂອງລັດຖະບານ ອິສຣາແອລ ນັບຕັ້ງແຕ່ງໄດ້ກໍ່ຕັ້ງ
ປະເທດອິສຣາແອລ ຍຸກໃໝ່ໃນປີ 1948 ເປັນຕົ້ນມາ.

ບັນດາເຈົ້າໜ້າທີ່ກ່າວວ່າ ທ່ານປະທານາທິບໍດີຈະສັ່ງໃຫ້ກະຊວງການຕ່າງປະເທດ
ເລີ່ມເຮັດແຜນການຕ່າງໆເພື່ອຍ້າຍສະຖານທູດ ສະຫະ ລັດ ຈາກນະຄອນຫຼວງ ແທລ
ອາວີຟ ໄປທີ່ນັ້ນ. ເຂົາເຈົ້າເວົ້າວ່າຂະບວນການຕ່າງໆຈະໃຊ້ເວລາຫຼາຍປີເພື່ອຫາສະ
ຖານທີ່, ການໄດ້ຮັບເງິນທຶນ, ແລະກໍສ້າງອາຄານຫຼັງໃໝ່. ກ່ອນເຖິງເວລານັ້ນ, ທ່ານ
ທຣຳ ຈະເຊັນຄຳຮ້ອງຍົກເວັ້ນ ເລື່ອງການຍ້າຍສະຖານທູດຕາມປົກກະຕິ.

ພາຍໃຕ້ກົດໝາຍທີ່ຖືກເຊັນໂດຍປະທານາທິບໍດີ ບິລ ຄລິນຕັນ ໃນປີ 1995 ນັ້ນ, ສະ
ຖານທູດຕ້ອງຖືກຍ້າຍໄປນະຄອນ ເຈຣູຊາແລັມ ນອກຈາກປະທານາທິບໍດີ ເຊັນຄຳ
ຮ້ອງຍົກເວັ້ນທຸກໆ 6 ເດືອນທີ່ລະບຸວ່າ ການຍ້າຍສະຖານທູດ ຈະເປັນໄພຂົ່ມຂູູ່ຕໍ່ຄວາມ
ປອດໄພແຫ່ງຊາດ ສະຫະລັດ. ປະທານາທິບໍດີທຸກຄົນນັບຕັ້ງແຕ່ທ່ານ ຄລິນຕັນ ເປັນ
ຕົ້ນມາ ໄດ້ເຊັນຄຳຮ້ອງຍົກເວັ້ນດັ່ງກ່າວ, ລວມທັງທ່ານ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump to Announce Decision to Recognize Jerusalem as Israel's Capital
please wait

No media source currently available

0:00 0:02:31 0:00

XS
SM
MD
LG