ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງ​ ສຫລ ຂັດຂວາງ ບໍ່ໃຫ້ ປ. ທຣຳ ແຕ່ງຕັ້ງ ໃນລະຫວ່າງ ສະພາ ຢຸດພັກ


ທ. ດໍ​ໂນ​ລ ທຣໍ ນັ່ງກັບທ່ານ Sessions ​(ຂວາ) ອະດີດສະມາຊິກ​ສະພາ​ສູງ​ຈາກລັດອາລາບາມາ ຢູ່ຕຶກ Trump ໃນເກາະ Manhattan, ນີວຢອກໃນວັນທີ 7 ຕຸລາ, 2016.
ທ. ດໍ​ໂນ​ລ ທຣໍ ນັ່ງກັບທ່ານ Sessions ​(ຂວາ) ອະດີດສະມາຊິກ​ສະພາ​ສູງ​ຈາກລັດອາລາບາມາ ຢູ່ຕຶກ Trump ໃນເກາະ Manhattan, ນີວຢອກໃນວັນທີ 7 ຕຸລາ, 2016.

ລັດຖະສະພາ​ສະຫະລັດ​ໄດ້ສະ​ກັດກັ້ນ ບໍ່​ໃຫ້ປະທານາທິບໍດີດໍ​ໂນ​ລ ທຣໍາ ​ແຕ່ງຕັ້ງ​
ບຸກຄົນ​ໃດ​ກໍ​ຕາມ​ເຂົ້າກໍາ​ຕໍາ​ແໜ່ງ ​ໃນະຂະ​ນະ​ທີ່​ສະມາຊິກ​ສະພາ​ໄປ​ພັກຜ່ອນ​ ​ໃນ​
ເດືອນ​ສິງຫານີ້.

ພວກ​ນັກ​ການ​ເມືອງ​ທັງຫລາຍເຫັນ​ດີ​ນໍາ​ກັນ​ໃນ​ຂັ້ນຕອນ​ພິ​ເສດ ທີ່​ເອີ້ນວ່າຊ່ວງເວລາ ​
ເປີດ​ໃຫ້​ມີ​ການ​ອະພິປາຍ ຊຶ່ງ​ເປັນ​ການ​ປະຊຸມສັ້ນໆ​ທີ່​ຈັດ​ຂຶ້ນຫລາຍຄັ້ງຕິດຕໍ່ກັນ ທີ່
​ຖ້າ​ຈະ​ເວົ້າ​ແລ້ວ ​ກໍ​ແມ່ນເຮັດ​ໃຫ້​ສະພາ​ສູງ​ຍັງ​ດໍາ​ເນີນ​ການ​ປະຊຸມ​ຕໍ່​ໄປເລື້ອຍໆ.

ບັນດາ​ສະມາຊິກສະພາ​ສູງ​ ໄດ້ເອົາ​ບາດກ້າວ​ດັ່ງກ່າວ ​ຫລັງ​ຈາກ​ທ່ານ​ທຣໍາ ​ໄດ້​ຕໍາ
ໜິລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ທ່ານ Jeff Sessions ຊຶ່ງ​ພາ​ໃຫ້​ມີ​ຂ່າວລືວ່າ ທ່ານ
​ທຣໍາອາດ​ຈະ​ໄລ່​ທ່ານ Sessions ອອກ​ຈາກ​ຕໍາ​ແໜ່ງ ​ໃນ​ຂະນະ​ທີ່​ສະພາ​ໄປ​ພັກ
ຜ່ອນ​ນີ້.

ໜັງສື​ພິມ Washington Post ​ເວົ້າວ່າ​ທ່ານ​ທຣໍາ ​ໄດ້​ປຶກສາ​ກັນ​ກັບ​ບັນດາຜູ້​ຊ່ວຍ
​ຂອງ​ທ່ານກ່ຽວກັບການຕັ້ງລັດຖະມົນຕີ​ຄົນ​ໃໝ່ ມາ​ດໍາ​ລົງ​ຕໍາ​ແໜ່ງ​ແທນ​ທ່ານ
Sessions ​ໃນ​ເວລາ​ທີ່​ລັດຖະສະພາ​ໄປ​ພັກຜ່ອນ​ປະ​ຈໍາປີ​ ໃນ​ເດືອນ​ສິງຫານີ້
​ເພື່ອ​ຫລີກ​ລ້ຽງການ​ຮັບ​ຟັງ​ການ​ພິຈາລະນາ​ ຂອງສະພາ​ສູງ​ທີ່​ຍືດ​ເຍື້ອກ່ຽວກັບ​
ລັດຖະມົນຕີ​ ກະຊວງ​ຍຸຕິ​ທໍາຄົນ​ໃໝ່. ທາງ​ທໍານຽບຂາວ​ໄດ້​ເອີ້ນຂ່າວ​ນີ້ວ່າ "​ເປັນ
​ຂ່າວ​ບໍ່ຈິງ​ອີກເລື່ອງນຶ່ງ."

ທ່ານ Lindsey Graham ສະມາຊິກ​ສະພາ​ສູງ​ຈາກ​ພັກຣີພັບ​ບລິກກັນ​ ໄດ້​ກ່າວ​ຕໍ່
ອົງການ​ຂ່າວ NBC ​ເມື່ອໝໍ່ໆມານີ້ວ່າ ຈະ​ມີ "ການ​ລົງ​ໂທດ​ຢ່າງ​ໜັກ" ຖ້າ​ຫາກ​ທ່ານ​
ທຣໍາ ​ໄລ່​ທ່ານ Sessions ອອກ​ຈາກ​ຕໍາ​ແໜ່ງ ​ເພາະ​ທ່ານ Sessions ​ເອງ​ກໍ​ເຄີຍ
​ເປັນສະມາຊິກ​ສະພາ​ສູງ​ທ່ານ​ນຶ່ງ ກ່ອນໜ້າທີ່​ທ່ານ​ທຣໍາ ​ໄດ້​ເອີ້ນ​ເອົາ​ທ່ານ​ໄປ​ເປັນ ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ.

ທ່ານ​ທຣໍາ ​ໄດ້​ລະບາຍ​ຄວາມໃຈ​ຮ້າຍ​ຂອງ​ທ່ານ​ຕໍ່ທ່ານ Sessions ທີ່​ເປັນ​ຄົນ​ໃຫ້
ການ​ສະໜັບສະໜຸນຕໍ່ທ່ານໃນ​ຕອນ​ຕົ້ນໆ ຍ້ອນ​ວ່າ​ທ່ານ Sessions ​ໄດ້​ຖອນໂຕ
​ອອກ​ຈາກ​ການກຳກັບ​ນຳ​ການ​ສືບສວນ​ຂອງກະຊວງ​ຍຸຕິ​ທໍາ ​ເພື່ອ​ກວດ​ເບິ່ງ​ການ
​ແຊກ​ແຊງ​ຂອງຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງສະຫະລັດ ​ໃນ​ປີ​ກາຍ​ນີ້.

ຜົນ​ຂອງການ​ເຮັດ​ແນວ​ນີ້ ​ໄດ້​ພາ​ໃຫ້ຜູ້ຮອງຂອງ​ທ່ານ Sessions ​ແຕ່ງຕັ້ງ​ໄອ​ຍະ​ການ​
ພິ​ເສດທ່ານ Robert Mueller ອະດີດ​ຫົວໜ້າອົງການ​ສັນຕິ​ບານ​ກາງ ​ໃຫ້​ດໍາ​ເນີນການ
ສືບສວນ​ເບິ່ງ​ວ່າ ຄະນະ​ຫາ​ສຽງ​ໃຫ້​ທ່ານ​ທຣໍາ​ໄດ້​ມີ​ການ​ສົມ​ຮູ້​ຮ່ວມ​ຄິດກັບ​ມົສກູ​ເພື່ອ​ແນ​
ໃສ່ຊ່ວຍ​ໃຫ້​ທ່ານ​ທຣໍາຊະນະ​ການ​ເລືອກ​ຕັ້ງນັ້ນ ຫລືບໍ່. ການ​ສືບ​ສວນ​ໄດ້​ຄອບ​ງໍາ​
ຫລາຍ​ເດືອນຕົ້ນໆຂອງ​ການ​ດໍາລົງ​ຕໍາ​ແໜ່ງຂອງ​ທ່ານ​ທຣໍາຢູ່​ໃນ​ທໍານຽບຂາວ, ​ຂະນະ
​ດຽວກັນນັ້ນ ທ່ານ​ທຣໍາ ​ໄດ້ໃຫ້ສັນຍາ​ນາມ​ການ​ສືບສວນ​ນີ້ວ່າ ​ເປັນ​ການ "ພະຍາຍ​າມ
ຊອກ​ຫາ​ຈັບ​ຜິດ" ​ແລະ​ເປັນ​ຂໍ້​ອ້າງ​ຂອງ​ພວກ​ເດ​ໂມ​ແຄຣັດ​ເພື່ອ​ຈະຫາເລື່ອງມາ​ເວົ້າ
ກ່ຽວກັບ​ການ​ທີ່​ທ່ານຊະນະ ​ທ່ານ​ນາງ​ແຮ​ລ​ເລີຣິຄລິນ​ຕັນ ອະດີດ​ລັດຖະມົນຕີ​ກະຊວງ
​ການ​ຕ່າງປະ​ເທດ ທີ່​ເປັນ​ຂູ່​ແຂ່ງ​ຂອງ​ທ່ານ ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ເສຍ​ໃຈນັ້ນ.

ທ່ານ Graham ​ເວົ້າວ່າ "ຄວາມ​ພະຍາຍາມ​ໃດໆ ຂອງ​ທ່ານທຣໍາ ທີ່​ມຸ້ງ​ໃສ່​ທ່ານ Mueller
ສາມາດ​ເປັນ​ການ​ເລີ້ມຕົ້ນຂອງ​ການ​ຈົບ​ລົງ​ໃນ​ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານເອງ
​ເວັ້ນ​ເສຍ​ແຕ່​ວ່າ​ທ່ານ Mueller ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ຜິດ. ປັດຈຸບັນນີ້ ຂ້າພະ​ເຈົ້າບໍ່ມີ​ເຫດຜົນ​
ໃດໆ ທີ່​ພາ​ໃຫ້​ເຊື່ອ​ວ່າ ທ່ານ Mueller ​ໄດ້​ທໍາ​ຄວາມ​ຜິດ."

ທ່ານ Charles Schumer ສະມາຊິກ​ສະພາ​ສູງ​ຈາກ​ພັກ​ເດ​ໂທ​ແກຣັດ ຊຶ່ງ​ເປັນ​ຜູ້​ນໍາສຽງ​
ສ່ວນ​ນ້ອຍ​ໃນ​ສະມາຊິກ​ສະພາ​ສູງ ​ໄດ້​ກ່າງ​ເຖິງ​ການ​ສະໜັບສະໜຸນ ທາງ​ການ​ເມືອງ
ຂອງ​ທ່ານ Sessions ຕໍ່ທ່ານ​ປະທານາທິບໍດີ​ໃນ​ຕອນ​ທີ່​ທ່ານ​ທຣໍາກໍາລັງ​ເປັ​ນຜູ້​ເສຍ
ຄະແນນ ຢູ່​ໃນການ​ແຂ່ງຂັນ​ເອົາ​ການ​ແຕ່ງຕັ້ງ​ ໃຫ້​ເປັນ​ຜູ້ຕາງໜ້າຂອງ​ພັກຣີພັບ​ບລິກກັນ ​
ໃນ​ປີ​ກາຍນີ້. ທ່ານ Sessions ​ເປັນ​ສະມາຊິກ​ສະພາ​ສູງ​ຄົນ​ທໍາ​ອິດ ທີ່​ໃຫ້ການ​ສະໜັບ
ສະໜຸນ ​ແກ່​ການເຂົ້າ​ໄປສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຂອງ​ທ່ານ​ທຣໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG