ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານ Sessions ບໍ່ຄວນ ຖອນໂຕ ຈາກການສືບສວນ ເລື່ອງຣັດເຊຍ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂບກມື ໃນຂະນະທີ່ ຍ່າງຢູ່ສວນຫຍ້າກ້ຳໃຕ້ ຂອງທຳນຽບຂາວ ເມື່ອຫາກໍກັບຄືນມາຍັງ ນະຄອນຫຼວງວໍຊິງຕັນ ຈາກກອງປະຊຸມສຸດຍອດ ກຸ່ມ G-20 ໃນນະຄອນ Hamburg, ວັນທີ 8 ກໍລະກົດ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໂບກມື ໃນຂະນະທີ່ ຍ່າງຢູ່ສວນຫຍ້າກ້ຳໃຕ້ ຂອງທຳນຽບຂາວ ເມື່ອຫາກໍກັບຄືນມາຍັງ ນະຄອນຫຼວງວໍຊິງຕັນ ຈາກກອງປະຊຸມສຸດຍອດ ກຸ່ມ G-20 ໃນນະຄອນ Hamburg, ວັນທີ 8 ກໍລະກົດ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ບອກກັບ ໜັງສືພິມ New York
Times ວ່າ ຖ້າໄອຍະການພິເສດ ທີ່ກຳລັງສືບສວນ ການ​ໃຊ້ອິດທິພົນຂອງຣັດເຊຍ
​ເຂົ້າ​ໃນການເລືອກຕັ້ງປະທານາທິບໍດີເມື່ອປີກາຍນີ້ ແລະ ຄວາມເປັນໄປໄດ້ທີ່ວ່າ
ມີການສົມຮູ້ຮ່ວມຄິດ ກັບຄະນະໂຄສະນາຫາສຽງຂອງທ່ານ ຈະຂະຫຍາຍກວ້າງ
ອອກ ທີ່ໄປກວດສອບເບິ່ງ ໃນດ້ານການເງິນຂອງທ່ານທຣຳ ທີ່ບໍ່ມີສ່ວນກ່ຽວຂ້ອງ
ກັບຣັດເຊຍ ອັນນັ້ນກໍຖືວ່າ ເປັນການເຮັດເກີນຂອບເຂດ ຂອງອັນທີ່ຈະຍອມຮັບ
ເອົາໄດ້.

“ຂ້າພະເຈົ້າ ເວົ້າໄດ້ວ່າ ແມ່ນ” ທ່ານທຣຳ ໄດ້ບອກ ໃນເວລາ ຖືກຖາມວ່າ ຖ້າ
ອັນນັ້ນ ເປັນຕົວແທນ ຂອງ “ເສັ້ນແດງ” ອີງຕາມຂໍ້ມູນຈາກການສຳພາດ ທີ່ໄດ້
ຖືກເປີດເຜີຍ ເມື່ອຕອນເດິກວັນພຸດວານນີ້. ທ່ານທຣຳ ໄດ້ເວົ້າວ່າ “ຂ້າພະເຈົ້າ
ບໍ່ມີລາຍໄດ້ ຈາກຣັດເຊຍ. ຂ້າພະເຈົ້າ ບໍ່ໄດ້ເຮັດທຸລະກິດ ກັບ ຣັດເຊຍ.”

ໃນການໃຫ້ສຳພາດ ກ່ຽວກັບຫຼາຍໆເລື່ອງ ທ່ານທຣຳ ຍັງໄດ້ສະແດງອອກເຖິງ
ຄວາມບໍ່ພໍໃຈ ກ່ຽວກັບການຕັດສິນໃຈ ຂອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ
Jeff Sessions ທີ່​ໄດ້ຖອນ​ໂຕ ອອກຈາກການສືບສວນໃນເລື່ອງຂອງຣັດເຊຍ
ໂດຍກ່າວວ່າ ຖ້າທ່ານ Sessions ໄດ້ສະແດງໃຫ້ເຫັນຈຸດປະສົງດັ່ງນັ້ນ ກ່ອນ
ໜ້າການຈະຖືກສະເໜີຊື່ ທ່ານທຣຳ ກໍຈະ “ເລືອກເອົາຜູ້ອື່ນ.”

ທ່ານທຣຳ ໄດ້ກ່າວວ່າ “ທ່ານ Sessions ບໍ່ຄວນຖອນ​ໂຕອອກເລີຍ ແລະ ຖ້າ
ທ່ານຈະຖອນ​ໂຕອອກ ທ່ານຄວນບອກໃຫ້ຂ້າພະເຈົ້າຮູ້ ກ່ອນທີ່ທ່ານຈະຮັບ
ເອົາຕຳແໜ່ງ.”

ທ່ານປະທານາທິບໍດີ ໄດ້ສະເໜີແນະຕໍ່ໄປອີກວ່າ ອະດີດຜູ້ອຳນວຍການອົງການ
ສັນຕິບານກາງ ຫຼື FBI ທ່ານ James Comey ໄດ້ເອົາເອກກະສານກ່ຽວ​ກັບຂໍ້ຫາ
ໃຫ້ທ່ານເບິ່ງ ແຕ່ບໍ່ໄດ້ຮັບ​ການຢັ້ງຢືນວ່າ ເປັນເອກກະສານ ທີ່ເຮັດໃຫ້ເປັນອັນຕະ
ລາຍກ່ຽວກັບ ທ່ານທຣຳ ນັ້ນ ເພື່ອທີ່ຈະໄດ້ມີ​ການຕໍ່ລອງ.

ທ່ານທຣຳ ໄດ້ບອກ ໜັງສືພິມດັ່ງກ່າວວ່າ “ໃນຄວາມຄິດຂອງຂ້າພະເຈົ້າ ທ່ານ
Comey ປັນເອກກະສານໃຫ້ເບິ່ງ ກໍເພາະວ່າ ຂ້າພະເຈົ້າຈະຄິດວ່າ ເພິ່ນໄດ້ເອົາ
ມັນໄປເປີດເຜີຍແລ້ວ.”
ທ່ານທຣຳ ຈຶ່ງໄດ້ປົດທ່ານ Comey ອອກ ໃນເດືອນ
ພຶດສະພາຜ່ານ​ມາ.

ທ່ານ Comey ໄດ້ໃຫ້ການຕໍ່ ຄະນະກຳມະການ ສະພາສູງສະຫະລັດ ໃນເດືອນ
ມິຖຸນາ ວ່າ ທ່ານໄດ້ແຈ້ງໃຫ້ທ່ານທຣຳຊາບ ເປັນສ່ວນຕົວ ກ່ຽວກັບ ເອກກະສານ
ດັ່ງກ່າວ ໃນເດືອນມັງກອນ ຍ້ອນເຊື່ອວ່າ ເອກກະສານ ຈະມີ​ການລາຍງານ​ໃຫ້​
ປະຊາຊົນຮູ້​ ໃນອີກບໍ່ດົນ ແລະ ວ່າປະຊາຄົມສືບລັບ ບໍ່ຄວນ​ເກັບຮັກສາໄວ້
ການຮັບຮູ້ຂອງເອກກະສານ ໂດຍບໍ່ບອກ ປະທານາທິບໍດີ ທີ່ໄດ້ຖືກເລືອກ ​ໃຫ້ຊາບ.

ຫຼັງຈາກທ່ານ Sessions ໄດ້ຖອນ​ໂຕອອກຈາກ ການສືບສວນ​ແລ້ວ ຮອງລັດ
ຖະມົນຕີ ຂອງທ່ານ ທ່ານ Rod Rosenstein ໄດ້ແຕ່ງຕັ້ງອະດີດຜູ້ອຳນວຍການ
FBI ອີກຄົນນຶ່ງ ທ່ານ Robert Mueller ໃຫ້ເປັນ​ໄອຍະການພິເສດ ເພື່ອດຳເນີນ
ການສືບສວນ ກ່ຽວ​ກັບ​ເລື່ອງ ຣັດເຊຍ. ຄະນະກຳມະການຕ່າງໆ ຢູ່ໃນສະພາສູງ
ແລະ ສະພາຕ່ຳ ກໍ​ກຳລັງທຳການສືບສວນ ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ​ນີ້ ເຊັ່ນກັນ.

ທ່ານທຣຳ ໄດ້ຢືນຢັດ ຊ້ຳແລ້ວຊ້ຳອີກວ່າ ບໍ່ມີສ່ວນກ່ຽວຂ້ອງກັນເລີຍ.

Trump Russia Probe
please wait
Embed

No media source currently available

0:00 0:01:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG