ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ, ທ​ຣຳ ປົດ ທ່ານ ແຈ​ັ​ຟ ແຊັ​ສ​ສັນ ອອກ​ຈາກ ຕຳ​ແໜ່ງ ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ຍຸ​ຕິ​ທຳສ​ຫລ


ທ່ານ ແຈັ​ຟ ແຊັ​ສ​ສັນ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທີ່​ມີ​ບັນຫາ​ໂຕ້​ແຍ້ງ​ນັ້ນ ລາ​ອອກ​ຈາກ​ຕຳ​ແໜ່ງໃນ​ວັນ​ພຸດ​ ທີ 7 ພະ​ຈິກ ວານນີ້
ທ່ານ ແຈັ​ຟ ແຊັ​ສ​ສັນ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທີ່​ມີ​ບັນຫາ​ໂຕ້​ແຍ້ງ​ນັ້ນ ລາ​ອອກ​ຈາກ​ຕຳ​ແໜ່ງໃນ​ວັນ​ພຸດ​ ທີ 7 ພະ​ຈິກ ວານນີ້

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້ບັງ​ຄັບ​ໃຫ້ທ່ານ ແຈັ​ຟ ແຊັ​ສ​ສັນ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​
ຕິ​ທຳທີ່​ມີ​ບັນຫາ​ໂຕ້​ແຍ້ງ​ນັ້ນ ລາ​ອອກ​ຈາກ​ຕຳ​ແໜ່ງໃນ​ວັນ​ພຸດ​ວານນີ້ ຊຶ່ງອາດ​ຈະ​ເປັນ
​ການກຽ​ມ​ຕົວປະ​ເຊີນ​ໜ້າ​ກັບ​ພ​ວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ມີ​ຄວາມ​ຫ້າວ​ຫັນອີກ​ໃໝ່
ກ່ຽວ​ກັບການ​ພົວ​ພັນ​ຂອງ​ຣັດ​ເຊຍ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ນັ້ນ.

​ໃນ​ຈົດ​ໝາຍ​ທີ່​ຂຽນ​ເຖິງ​ທ່ານ​ທ​ຣຳ​ນັ້ນ ທ່ານ ແຊັ​ສ​ສັນ ເວົ້າ​ວ່າ ຂ້າ​ພະ​ເຈົ້າ ໄດ້​ລົງ​ຈາກ
​ຕຳແໜ່ງ “ຕາມ​ການ​ຂໍ​ຮ້ອງ​ຂອງ​ທ່ານ” ໂດຍຍອມເຮັດໄປ​ຕາມ​ແຮງພັກ​ດັນທີ່​ທ່ານໄດ້​ຫາ
ທາງ​ທີ່ຫລີກ​ລ້ຽງ​ມາ​ເປັນ​ເວ​ລາ​ດົນ​ນານ ເຖິງ​ແມ່ນ​ວ່າຈະ​ຖືກທ່ານ​ ທ​ຣຳເວົ້າໃຫ້ຢ່າງເປີດ
​ເຜີຍ​ໃນສາ​ທາ​ລະ​ນະ​ຊົນຫລາຍໆ ຄັ້ງ ກ່ຽວ​ກັບ​ການ​ຖອນ​ຕົວ​ຂອງ​ລັດ​ຖະ​ມົນ​ຕີກະ​ຊວງ
ຍຸ​ຕິ​ທຳ​ທ່ານນີ້ ອອກ​ຈາກ​ການ​ດູ​ແລ​ຄວບ​ຄຸມ​ການ​ສືບ​ສວນ​ເລື້ອງ​ຣັດ​ເຊຍນັ້ນກໍ​ຕາມ.

ການລາ​ອອກ​ຍ້ອນ​ຖືກ​ບີບ​ບັງ​ຄັບ​ຂອງ​ທ່ານ ແຊັ​ສ​ສັນ, ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ສູງທັງ
​ເປັນ​ຜູ້ທຳ​ອິດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນແກ່​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ
​ທິ​ບໍ​ດີຂອງ​ທ່ານ ທ​ຣຳໃນ​ປີ 2016 ນັ້ນ ​ໄດ້ເຮັດ​ໃຫ້ຊ່ວງເວ​ລາປະ​ຕິ​ບັດ​ໜ້າ​ທີ່ຂອງ​ທ່ານ
​ທີ່​ເຕັ​ມ​ໄປ​ດ້ວຍ​ຄວາມສັ່ນ​ຄອນ ທີ່​ກະ​ທົບ​ໃສ່​ເສັ້ນ​ທາງດຳເນີນງານ​ຂອງ​ທ່ານໃນຕົ້ນ​ປີ
2017 ເມື່ອ​ທ່ານຂໍຖອນ​ໂຕ ບໍ່​ເຂົ້າ​ໄປຫຍຸ້ງກ່ຽວກັບ​ການ​ສືບ​ສວນ​ເລື້ອງ​ຣັດ​ເຊຍ ໃນ
​ເວ​ລາບໍ່​ພໍ​ເທົ່າ​ໃດ ຫລັງ​ຈາກ​ທ່ານ ໄດ້​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວນັ້ນ ​ຍຸ​ຕິ​ລົງ.

ທ່ານ ທ​ຣຳ ຕຳ​ໜິວ່າ ການ​ຂໍ​ຖອນ​ຕົວ​ຂອງ​ທ່ານ ແຊັ​ສ​ສັນ​ ເຮັດ​ໃຫ້​ມີ​ການ​ແຕ່ງ​ຕັ້ງ ໄອ​
ຍະ​ການ​ພິ​ເສດ ໂຣ​ເບີດ ມອ​ລ​ເລີ ເປັນ​ໄປຢ່າງວ່ອງ​ໄວ ແລະ​ໄດ້​ວິ​ພາກ ວິ​ຈານ ທ່ານ
ແຊັ​ສ​ສັນ​ຢ່າງ​ຮຸນ​ແຮງຊ້ຳ​ແລ້ວຊ້ຳ​ອີກວ່າ ເພິ່ນບໍ່​ໄດ້ທຳ​ການຄວບ​ຄຸມສິ່ງ​ທີ່​ທ່ານ​ເອີ້ນ​ວ່າ
“ການ​ຊອກ​ຈັບ​ຜິດ" ທີ່​ນຳ​ໜ້າ​ໂດຍ​ທ່ານ ມອ​ລ​ເລີ ແລະ "ພວກ​ສັງ​ກັດ​ພັກ​ດີ​ໂມ​ແຄ​ຣັດ
17 ຄົນ" ນັ້ນ ຢູ່ຕະ​ຫລອດ 20 ເດືອນໃນ​ການດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​
ຍຸ​ຕິ​ທຳ​ຂອງ​ເພິ່ນນັ້ນ.

ເຖິງ​ແມ່ນ​ວ່າ ໄດ້​ທຳ​ການ​ລົບ​ລ້າງ​ນະ​ໂຍ​ບາຍ​ທີ່​ສ້າງ​ຂຶ້ນ​ໃນ​ສະ​ໄໝ ທ່ານ​ໂອ​ບາ​ມາ ໂດຍ
​ທັງ​ໝົດ ແລະ​ກໍ​ໄດ້​ຈັດ​ຕັ້ງປະ​ຕິ​ບັດ ແນວ​ທາງ​ໃນ​ດ້ານ​ປາບ​ອາດ​ຊະ​ຍາ​ກຳ ແລະ​ດ້ານ​ຄົນ
​ເຂົ້າ​ເມືອງ​ທີ່​ເຄັ່ງ​ຄັດ​ຂອງ​ທ່ານ​ທ​ຣຳ​ກໍ​ຕາມ ແຕ່ທ່ານ​ແຊັ​ສ​ສັນ ກໍຍັງ​ຖືກ ທ່ານ​ປະ​ທາ​ນາ​ທິ​
ບໍ​ດີ ບໍ່​ໃຫ້​ຄວາມ​ສົນ​ໃຈ ຈົນ​ເຖິງ​ຂັ້ນ​ວ່າ ທ່ານ​ທ​ຣຳ​ບອກ​ພວກ​ນັກ​ຂ່າວ​ໃນ​ຕົ້ນ​ປີນີ້​ວ່າ "ຂ້​າ
ພະ​ເຈົ້າ ບໍ່​ມີ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ.”

ໃນ​ການ​ຂຽນ​ລົງ​ໃນ​ທວີດ​ເຕີ ສອງ ສາມອັນ​ໃນ​ຕອນ​ບ່າຍວັນ​ພຸດ​ວານນີ້ໂດຍ​ໄດ້​ປະ​ກາດ
​ການ​ລາ​ອອກ​ຂອງ​ທ່ານ ແຊັ​ສ​ສັນ​ນັ້ນ ທ່ານ​ທ​ຣຳ ໄດ້​ຂອບ​ໃຈ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ
​ທຳທ່ານນີ້ທີ່​ໄດ້​ປະ​ຕິ​ບັດ​ງານ​ຮັບ​ໃຊ້​ຊາດແລະ​ເວົ້າ​ວ່າທ່ານ ແມັດ ວິດ​ເທ​ເກີ (Matt
Whitaker) ຫົວ​ໜ້າ​ຫ້ອງ​ການ ແລະ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຢູ່​ພາຍ​ໃຕ້​ລັດ​
ຖະ​ບານ​ທ່ານ ຈອ​ດ​ຈ໌ ດັບ​ເບິນ​ຢູ ບູ​ສ ຈະ​ເປັນ​ຜູ້​ຂຶ້ນ​ກຳ​ໜ້າ​ທີ່ ​ເປັນ​ຜູ້​ວ່າ​ການລັດ​ຖະ​ມົນ​ຕີ​
ກະ​ຊວງ​ຍຸດ​ຕິ​ທຳແທນ. ສ່ວນ​ຜູ້​ທີ່​ຈະ​ມາ​ກຳ​ຕຳ​ແໜ່ງ​ແທນ​ທ່ານນັ້ນ ທ່ານ​ທ​ຣຳ​ເວົ້າ​ວ່າ ຈະ
​ປະ​ກາດ​ຕາມ​ຫລັງ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG