ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ນຳພາພິທີລະນຶກ ເຖິງ ຜູ້ເຄາະຮ້າຍ ຈາກການໂຈມຕີ ກໍ່ການຮ້າຍ ໃນ ວັນທີ 11 ກັນຍາ


ທຸງຊາດອາເມຣິກາ ຕິດຕັ້ງໃສ່ຕາມ ອ້ອມຮອບ ອ່າງນ້ຳຕົກ ທາງທິດໃຕ້ ກ່ອນໜ້າ ພິທີລະນຶກ ເຖິງ ວັນທີ 11 ກັນຍາ ຢູ່ສະຖານທີ່ຂອງ ຕຶກສູງ World Trade Center ໃນນະຄອນ New York, ວັນທີ 11 ກັນຍາ 2015.
ທຸງຊາດອາເມຣິກາ ຕິດຕັ້ງໃສ່ຕາມ ອ້ອມຮອບ ອ່າງນ້ຳຕົກ ທາງທິດໃຕ້ ກ່ອນໜ້າ ພິທີລະນຶກ ເຖິງ ວັນທີ 11 ກັນຍາ ຢູ່ສະຖານທີ່ຂອງ ຕຶກສູງ World Trade Center ໃນນະຄອນ New York, ວັນທີ 11 ກັນຍາ 2015.

ເປັນຄັ້ງທຳອິດ ທີ່ ທ່ານດໍໂນລ ທຣຳ ໃນຖານະປະທານາທິບໍດີ ຈະນຳພາປະເທດຊາດ ໃນວັນຈັນມື້ນີ້ ໃນພິທີລະນຶກເຖິງ ວັນທີ 11 ເດືອນກັນຍາ ເຊິ່ງເປັນວັນແຫ່ງການໂຈມຕີ
ນະຄອນ ນິວຢອກ ແລະ ວໍຊິງຕັນ ໃນປີ 2001.

ທ່ານທຣຳ ຈະທຳພິທີລະນຶກເຖິງ ການກະທຳທີ່ຊົ່ວຮ້າຍທີ່ສຸດ ຂອງພວກກໍ່ການຮ້າຍ
ຕໍ່ດິນແດນຂອງສະຫະລັດ ຄົບຮອບ 16 ປີ ຢູ່ທຳນຽບຂາວ ດ້ວຍການຢືນຫງຽບສະຫງົບ
ໄລຍະນຶ່ງ ໃນເວລາ 8 ໂມງ 40 ຕອນເຊົ້າ ເຊິ່ງເປັນເວລາ ທີ່ເຮືອບິນໂດຍສານລຳນຶ່ງ ທີ່
ຖືກຈີ້ ໂດຍພວກກໍ່ການຮ້າຍ al-Qaida ໃຫ້ບິນໄປຕຳເຂົ້າໃສ່ ຕຶກສູງ World Trade
Center ໃນນະຄອນນິວຢອກ. ເຮືອບິນອາຍພົ່ນລຳທີສອງ ໄດ້ບິນຕຳເຂົ້າໃສ່ ຕຶກ
ອາຄານ ຫຼັງທີສອງ ຂອງ World Trade Center 23 ນາທີ ຕໍ່ມາ ແລະ ໂຄງຮ່າງ ຂອງ
ຕຶກໃຫຍ່ສູງທຽບຟ້າທັງສອງ ໄດ້ຫຍຸບລົງ ແລະ ໄດ້ກາຍເປັນຄວັນໄຟບໍ່ດົນຫຼັງຈາກນັ້ນ.
ຕໍ່ຈາກນັ້ນ ໃນຕອນເຊົ້າມື້ດຽວກັນ ທ່ານທຣຳ ຍັງຈະໄປເຂົ້າຮ່ວມໃນພິທີລະລຶກຢູ່
ທຳນຽບຫ້າແຈ ຫຼື Pentagon ເຊິ່ງໄດ້ຖືກໂຈມຕີ ແລະ ໄດ້ຮັບຄວາມເສຍຫາຍຫຼາຍ
ສົມຄວນ ໂດຍເຮືອບິນອາຍພົ່ນພານິດອີກລຳນຶ່ງ ທີ່ໄດ້ຖືກຍຶດເອົາ ໃນມື້ອະໜາດນັ້ນ.

ຮູບພາບຂອງພວກຄົນ ຜູ້ທີ່ໄດ້ເສຍຊີວິດ ໃນລະຫວ່າງ ການໂຈມຕີ ກໍ່ການຮ້າຍ ຕໍ່ຕຶກສູງ World Trade Center (WTC) ທຳນຽບຫ້າແຈ ຫຼື Pentagon ແລະ ເມືອງ Shanksville ຂອງລັດ Pennsylvania, ໄດ້ຖືກວາງສະແດງ ຢູ່ທີ່ ຫໍພິພິທະພັນ 9/11 ໃນນະຄອນ New York, ວັນທີ ມິຖຸນາ ທີ 8 2017.
ຮູບພາບຂອງພວກຄົນ ຜູ້ທີ່ໄດ້ເສຍຊີວິດ ໃນລະຫວ່າງ ການໂຈມຕີ ກໍ່ການຮ້າຍ ຕໍ່ຕຶກສູງ World Trade Center (WTC) ທຳນຽບຫ້າແຈ ຫຼື Pentagon ແລະ ເມືອງ Shanksville ຂອງລັດ Pennsylvania, ໄດ້ຖືກວາງສະແດງ ຢູ່ທີ່ ຫໍພິພິທະພັນ 9/11 ໃນນະຄອນ New York, ວັນທີ ມິຖຸນາ ທີ 8 2017.

ສ່ວນ ຮອງປະທານາທິບໍດີ ທ່ານໄມ້ ເພັ້ນສ໌ ກໍຈະເດີນທາງໄປ ເມືອງ Shanksville ລັດ
Pennsylvania ບ່ອນທີ່ເຮືອບິນອີກລຳນຶ່ງທີ່ໄດ້ຖືກຈີ້ເອົາ ໄດ້ຕົກລົງຢູ່ເດີ່ນແຫ່ງນຶ່ງນັ້ນ.
ເປັນທີ່ເຊືື່ອກັນວ່າ ພວກຜູ້ໂດຍສານ ໄດ້ພະຍາຍາມຕໍ່ສູ້ເພື່ອຄວບຄຸມເຮືອບິນຄືນ ໃນ
ເມື່ອພວກເຂົາເຈົ້າ ໄດ້ຮູ້ວ່າ ພວກຄົນຮ້າຍທີ່ໃຊ້ມີດຈີ້ເອົາເຮືອບິນ ມີຈຸດປະສົງ ທີ່ຈະລ້ຽວ
ເຮືອບິນໄປໃນທິດທາງ ມາຫາວໍຊິງຕັນ ເພື່ອການໂຈມຕີອີກເທື່ອນຶ່ງ ໂດຍແນເປົ້າໝາຍ
ໃສ່ ລັດຖະສະພາ ຫຼື ທຳນຽບຂາວ ແລະວ່າ ພວກຈີ້ເຮືອບິນ ໄດ້ຍອມເຮັດໃຫ້ເຮືອບິນຕົກ
ແທນທີ່ຈະຍອມແພ້.

ໝົດທຸກຄົນຢູ່ເທິງເຮືອບິນລຳດັ່ງກ່າວ ລວມທັງພວກຈີ້ເຮືອບິນ 4 ຄົນ ໄດ້ເສຍຊີວິດ ໃນວັນ
ທີ 11 ເດືອນກັນຍາ ປີ 2001. ລວມທັງການສູນເສຍຊີວິດ ຢ່າງຫຼວງຫຼາຍ ຢູ່ໃນນະຄອນ
ນິວຢອກ ແລະ ການເສຍຊີວິດ ຢ່າງໜັກ ຢູ່ທີ່ທຳນຽບຫ້າແຈ ນຳດ້ວຍ ການໂຈມຕີດັ່ງກ່າວ
ໄດ້ສັງຫານ ປະຊາຊົນທັງໝົດ ປະມານ 3,000 ຄົນ.

ບັນດານັກສືບສວນຂອງສະຫະລັດ ໄດ້ລະບຸຊື່ “ຜູ້ວາງແຜນອອກແບບຫລັກ” ຂອງການ
ໂຈມຕີໃນປີ 2001 ນີ້ ວ່າເປັນຫົວຮຸນແຮງ ອິສລາມ ຄື Khalid Sheikh Mohammed
ຜູ້ທີ່ຖືກຈັບໂຕໄດ້ ຢູ່ໃນປະເທດປາກິສຖານ ເມື່ອຕົ້ນປີ 2003 ແລະ ໄດ້ຖືກຄວບຄຸມໂຕໄວ້
ຢູ່ທີ່ຄຸກທະຫານ ໃນອ່າວ Guantanamo ຂອງຄິວບາ. ແຜນການໂຈມຕີ ເດືອນກັນຍາ
ວັນທີ 11 ໄດ້ຖືກຮັບຮອງເອົາລ່ວງໜ້າ ໂດຍ Osama bin Ladin ຜູ້ນຳ ກຸ່ມ al-Qaida
ຜູ້ທີ່ໄດ້ຖືກຍິງຕາຍ ໂດຍໜ່ວຍກ້າຕາຍ ກອມມັງໂດ ຂອງສະຫະລັດ ໃນເດືອນພຶດສະພາ
ປີ 2011 ໃນລະຫວ່າງ ການບຸກກວດຄົ້ນສະຖານທີ່ແຫ່ງນຶ່ງ ໃນປາກິສຖານ ທີ່ປິດລ້ອມ
ດ້ວຍກຳແພງສູງ ບ່ອນທີ່ຜູ້ກ່ຽວໄດ້ຫລົບລີ້ຢູ່ນັ້ນ.

Trump 911
please wait
Embed

No media source currently available

0:00 0:00:59 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG