ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ສົ່ງພວກເຈົ້າໜ້າທີ່ລັດຖະບານກາງ ໄປຍັງຫົວເມືອງຕ່າງໆຕື່ມອີກ ເພື່ອຕໍ່ສູ້ ອາຊະຍາກອນຮ້າຍແຮງ


ພວກເຈົ້າໜ້າທີ່ລັດຖະບານກາງ ພວມຂັບໄລ່ພວກປະທ້ວງ Black Lives Matter ຢູ່ໃກ້ກັບຕຶກສານ ຂອງລັດ ຊື່ວ່າ Mark O. Hatfield ໃຫ້ກະຈັດກະຈາຍອອກໄປ, ຢູ່ໃນນະຄອນພອດແລນ ລັດອໍເຣກັນ, ວັນທີ 20 ກໍລະກົດ 2020.
ພວກເຈົ້າໜ້າທີ່ລັດຖະບານກາງ ພວມຂັບໄລ່ພວກປະທ້ວງ Black Lives Matter ຢູ່ໃກ້ກັບຕຶກສານ ຂອງລັດ ຊື່ວ່າ Mark O. Hatfield ໃຫ້ກະຈັດກະຈາຍອອກໄປ, ຢູ່ໃນນະຄອນພອດແລນ ລັດອໍເຣກັນ, ວັນທີ 20 ກໍລະກົດ 2020.

ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງລັດຖະບານກາງ ຖືກສົ່ງໄປສອງຫົວເມືອງຂອງອາເມຣິກາຕື່ມອີກ ເພື່ອປາບປາມການຄາດຕະກຳທີ່ເພີ້ມສູງຂຶ້ນນັ້ນ.

“ການນອງເລືອດນີ້ຕ້ອງສິ້ນສຸດລົງ. ການນອງເລືອດນີ້ ຈະຍຸຕິ” ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໄປຢູ່ໃນຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ ຊຶ່ງເປັນການປະກາດກ່ຽວກັບການຂະຫຍາຍໃນສິ່ງທີ່ເອີ້ນວ່າ “ປະຕິບັດການຕຳນານ ຫຼື Operation Legend.”

ປະຕິບັດການຂອງລັດຖະບານກາງ ເລີ້ມຂຶ້ນເມື່ອສອງອາທິດກ່ອນ ໃນນະຄອນແຄນຊັສ ລັດມິສຊູຣີ ຊຶ່ງຜົນທີ່ອອກມາ ແມ່ນການຈັບກຸມ 200 ຄົນ ອີງຕາມການກ່າວ ຂອງລັດຖະມົນຕີກະຊວງຍຸຕິທຳ ທ່ານວີລລ້ຽມ ບາ ແລະບັດນີ້ຈະຂະຫຍາຍອອກໄປສູ່ນະຄອນ ອາລເບີເຄີກກີ ຂອງລັດນິວແມັກຊິໂກ ແລະໃນຫົວເມືອງໃຫຍ່ທີ່ສຸດທາງພາກຕາເວັນຕົກຕອນກາງ ຄື ຊິຄາໂກ ໃນລັດອີລລີນອຍ.

ເຈົ້າໜ້າທີ່ລັດຖະບານກາງ ປະມານ 200 ຄົນ ຈະຖືກສົ່ງໄປຍັງນະຄອນ ຊິຄາໂກ ແລະປະມານຈຳນວນຊ່ຳກັນນັ້ນ ຈະຖືກສົ່ງໄປຍັງ ນະຄອນແຄນຊັສຊີຕີ້ ແລະ 35 ຄົນ ໄປຍັງອາລເບີເຄີກກີ.

“ການຊ່ອຍເຫຼືອແມ່ນກໍາລັງຈະມາເຖິງ” ທ່ານທຣໍາ ໄດ້ກ່າວຕໍ່ປະຊາຊົນຂອງນະຄອນຊິຄາໂກ.

ການສົ່ງບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງລັດຖະບານກາງນັ້ນ ໄດ້ຖືກຄັດຄ້ານໂດຍບັນດາຜູ້ນຳຂອງເມືອງຕ່າງໆໃນອາລເບີເຄີກກີ ແລະຊິຄາໂກ.

ເຈົ້າຄອງນະຄອນຊິຄາໂກ ທ່ານນາງ ລໍຣີ ໄລຟຸດ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການປະກາດຂອງທ່ານທຣຳ ນັ້ນ ເປັນ “ການດຶງດູດຄວາມສົນໃຈດ້ານການເມືອງ.”

ເຈົ້າຄອງນະຄອນຊິຄາໂກ ໄດ້ຕີລາຄາການກະທຳຂອງທ່ານປະທານາທິບໍດີ ດັ່ງຄວາມພະຍາຍາມເພື່ອທີ່ຈະຫັນຄວາມສົນໃຈໄປຈາກຄວາມລົ້ມແຫຼວໃນການຮັບມືກັບໂຣກລະບາດໄວຣັສໂຄໂຣນາ ແລະກັບທ່ານທຣຳແລ້ວ ທ່ານນາງໄດ້ກ່າວໄປວ່າ ປະຕິກິລິຍາຕໍ່ການທ້າທາຍໃດໆຂອງທ່ານທຣຳ ແມ່ນຈະ “ໃສ່ຮ້າຍປ້າຍສີ ແບ່ງແຍກ ແລະດູໝິ່ນ.”

ໃນແລງວັນອັງຄານມື້ຊືນ ຄວາມຮຸນແຮງທີ່ໄດ້ຖືກບັນທຶກຢູ່ໃນນະຄອນຊິຄາໂກ ປະກອບດ້ວຍ ການຍິງຕໍ່ສູ້ກັນ ລະຫວ່າງ ພວກແກັ່ງອັນຕະພານ ຢູ່ທີ່ງານສາປະນາກິດສົບ ທີ່ໄດ້ເຮັດໃຫ້ 15 ຄົນບາດເຈັບ ແລະການຍິງສັງຫານເດັກຍິງອາຍຸ 3 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG