ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ອາດຈະປະເຊີນ ກັບການຕ້ານຢັນ ໃນການຕ່າວປີ້ນ ນະໂຍບາຍຕໍ່ຄິວບາ


ຜູ້ໂດຍສານ ຖ້ຽວ 387 ຂອງບໍລິສັດ JetBlue ຖືທຸງຄິວບາ ແລະສະຫະລັດ ຖ່າຍຮູບຢູ່ຕໍ່ໜ້າ ເຮືອບິນທີ່ທ່ານ Anthony Foxx ລັດຖະມົນຕີກະຊວງຂົນສົ່ງ ສຫລ ເດີນທາງໄປນຳ ທີ່ສະໜາມບິນ ເມືອງ Santa Clara ປະເທດຄິວບາ. (32 ສິງຫາ 2016)​
ຜູ້ໂດຍສານ ຖ້ຽວ 387 ຂອງບໍລິສັດ JetBlue ຖືທຸງຄິວບາ ແລະສະຫະລັດ ຖ່າຍຮູບຢູ່ຕໍ່ໜ້າ ເຮືອບິນທີ່ທ່ານ Anthony Foxx ລັດຖະມົນຕີກະຊວງຂົນສົ່ງ ສຫລ ເດີນທາງໄປນຳ ທີ່ສະໜາມບິນ ເມືອງ Santa Clara ປະເທດຄິວບາ. (32 ສິງຫາ 2016)​

ເວລາ​ປະທານາທິບໍດີ ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ສະຫະລັດທ່ານ Donald Trump ​ເຂົ້າຮັບ​ຕຳ​ແໜ່​ງ ທ່ານ​ສາມາດ​ເລີ້ມຕ່າວ​ປີ້ນ​ເກືອບ​ທຸກໆ​ບາດກ້າວທີ່​ລັດຖະບານ​ທ່ານ ​ໂອ​ບາ​ມາ​ໄດ້​ເອົາເພື່ອ​ສ້າງຕັ້ງຄວາມ​ສຳພັນ​ແບບ​ປົກກະຕິ​ກັບ​ຄິວ​ບາ ດັ່ງ​ທີ່​ທ່ານ​ໄດ້​ຂົ່ມຂູ່​ວ່າ​ຈະ​ກະທຳ ​ໃນ​ການ​ສົ່ງ​ຂໍ້ຄວາມຜ່ານ​ທາງ Tweeter ຂອງ​ທ່ານ​.

​ແຕ່​ພວກ​ນັກ​ຊ່ຽວຊານ​ກ່າວ​ວ່າ ທ່ານ Trump ມີ​ທ່າ​ທາງ​ວ່າ​ຈະ​ປະ​ເຊີນ​ກັບ​ການຕ້ານ​ຢັນແລະ​ການ​ທ້າ​ທາຍຢ່າງ​ແຂງ​ຂັນ.

ທ່ານ William LeoGrande ສາ​ສະ​ດາ​ຈານ​ສອນ​ເລື້ອງລັດຖະບານ​ທີ່​ມະຫາວິທະຍາໄລ American ​ແລະ​ ຜູ້​ຮ່ວມ​ຂຽນ​ປື້​ມ ທີ່​ມີ​ຊື່ວ່າ Back Chennel to Cuba: The Hidden History of Negotiation between Washington and Havana ກ່າວ​ວ່າ “ທ່ານ​ອາດ​ສາມາດ​ຕັດ​ຄວາມ​ສຳພັນ​ທາງ​ການ​ທູດ ໃນ​ມື້ທຳ​ອິດ​ທີ່​ທ່ານ​ເຂົ້າຮັບ​ຕຳ​ແໜ່​ງ.

ມັນ​ອາດ​ຈະໃຊ້​ເວລາ​ດົນ​ກວ່ານັ້ນ ບາງທີ ​ອາດ​ຈະ​ແມ່ນ​ຫຼາຍໆ​ເດືອ​ນ ​ເພື່ອປ່ຽນແປ​ງລະ ບຽບ​ການ​ຕ່າງໆ ​ກ່ຽວ​ກັບ​ເລື້ອງການ​ຄ້າ ​ແລະ​ການ​ເດີນທາງ​ໄປ​ຄິວ​ບາ ຍ້ອນ​ວ່າ​ກະຊວງ​ການ​ເງິນ​ແລະ​ກະຊວງ​ພານິດ​ຂອງ​ສະຫະລັດຕ້ອງ​ໄດ້​ຂຽນ​ລະບຽບ​ການ​ທີ່​ຊັບຊ້ອນ​ນີ້​ໃໝ່.

ທ່ານ LeoGrande ກ່າວ​ວ່າ ປະທານາທິບໍດີ​ໂອ​ບາ​ມາ​ ໄດ້​ໃຊ້​ອຳນາດ ​ປະທານາທິບໍດີ​ຂອງ​ທ່ານປ່ຽນ​ແປງ​ລະບຽບ​ການ​ຕ່າງໆ​ກ່ຽວ​ກັບ​ຄິວ​ບາ ດັ່ງນັ້ນຈາກ​ມູມມອງ​ໃນ​ດ້ານ​ເຕັກ​ນິກ​ແລ້ວ ປະທາ​ນາ​ທິບໍດີ Trump ສາມາດຕ່າວ​ປີ້ນສິ່ງ​ເຫລົ່ານີ້​ໃນເວລາທີ່​ຂ້ອນຂ້າງ​ໄວ.

ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ສາມາດ​ຕ່າວ​ປີ້ນລະບຽບ​ການ​ທີ່​ອະນຸຍາດ​ໃຫ້ທຸລະ ​ກິດ​ແລະ​ບໍລິສັດ​ຕ່າງໆ​ຂອງ​ສະຫະລັດ ​ເຂົ້າ​ໄປ​ລົງທຶນ​ຢູ່​ໃນ​ຄິວ​ບາ​ ແລະ​ການ​ຕັດສິນ​ໃຈ​ ຂອງ​ປະທານາທິບໍດີ​ໂອ​ບາ​ມາ ທີ່​ອະນຸຍາດ​ໃຫ້​ມີໃນ​ອັນ​ທີ່​ເອີ້ນວ່າ ການຕິດ​ຕໍ່ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ​ເດີນທາງ​ໄປ​ທີ່​ນັ້ນ.

​ໃນ​ການ​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Tweeter ​ໃນ​ວັນ​ຈັນ​ຜ່ານ​ມານີ້ ທ່ານ Trump ​ໄດ້​ພາ​ໃຫ້​ເກີດ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ການ​ປ່ຽນ​ນະ​ໂຍບາຍ​ປະຫວັດສາດ​ຂອງປະທານາທິບໍດີ​ໂອ​ບາ​ມາ​ຕໍ່​ຄິວ​ບາ ນຶ່ງ​ໃນ​ນັ້ນ​ແມ່ນ​ຢຸດ​ເຊົາ​ນະ​ໂຍບາຍ​ການ​ສ້າງຄວາມ​ໂດດດ່ຽວ​ມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ​ເພື່ອ​ເຫັນ​ແກ່​ນະ​ໂຍບາຍ​ຊຸກຍູ້​ໃຫ້ມີ​ການ​ພົວພັນກັນ.

Castro's Death a Possible Reset?
please wait

No media source currently available

0:00 0:02:13 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG