ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທຣຳ ປະກາດ ເອົາມາດຕະການ ຢ່າງ ​ເດັດຂາດ ຕໍ່​ພວກ​ຄ້າ​ ຢາ​ເສບ​ຕິດ​ ດ້ວຍໂທດ ປະຫານຊີວິດ


​​​​​​ປະທານາທິບໍດີ​​ສະຫະລັດ ທ່ານ ດໍ​ໂນ​ລ ທຣຳ (Donald Trump) ກ່າວເຖິງແຜນການ​ຮັບມື ກັບວິ​ກິດການ​ຕິດ​ຢາ​ໂອ​ປີ​ອອຍ (opioid) ​ໃນ​ວິທະຍາໄລ ແມນແຈັສເຕີ, 19 ມີນາ 2018, ແມນແຈັສເຕີ, ນິວແຮມເຊີ.
​​​​​​ປະທານາທິບໍດີ​​ສະຫະລັດ ທ່ານ ດໍ​ໂນ​ລ ທຣຳ (Donald Trump) ກ່າວເຖິງແຜນການ​ຮັບມື ກັບວິ​ກິດການ​ຕິດ​ຢາ​ໂອ​ປີ​ອອຍ (opioid) ​ໃນ​ວິທະຍາໄລ ແມນແຈັສເຕີ, 19 ມີນາ 2018, ແມນແຈັສເຕີ, ນິວແຮມເຊີ.

ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ​ໄດ້ເປີດ​ເຜີຍ​ແຜນການ ​ທີ່​ລໍຄອຍ​ມາ​ເປັນ
​ເວລາ​ດົນ​ນານ​ຂອງ​ທ່ານ ​ເພື່ອຮັບມືກັບວິ​ກິດການ​ຕິດ​ຢາ​ໂອ​ປີ​ອອຍ (opioid) ​ໃນ​ທົ່ວ
​ປະ​ເທດ​ໃນ​ວັນ​ຈັນ​ວານ​ນີ້.

​ໃນ​ການ​ກ່າວ​ຄຳ​ປາ​ໄສ ​ໃນ​ພິທີ​ທີ່ຈັດຂຶ້ນຢູ່​ນະຄອນ​ແມນ​ເຈັສ​ເຕີ, ລັດນິວ​ແຮມເຊີ, ທ່ານ
​ໄດ້​ປະຕິຍານ​ທີ່​ຈະ​ສ້າງ “ພວກ​ເດັກ​ນ້ອຍ​ຮຸ່ນ​ໃໝ່ທີ່​ປອດ​ຢາ​ເສບ​ຕິດ” ທ່ານ​ກ່າວ​ຕື່ມວ່າ
“ຮ່ວມກັນ​ແລ້ວ ພວກ​ເຮົາ​ກໍ​ຈະ​ຍຸຕິ​ການ​ຕິດ​ຢາ​ເສບຕິດ ທີ່ນຳຄວາມຈິບຫາຍມາສູ່​
ອາ​ເມຣິກາ ໂດຍຕະຫລອດໄປ.”

ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ກວ່າ​ຈະເອົາ​ຊະນະໄດ້​ນັ້ນ, ມັນ​ສຳຄັນ​ທີ່​ພວກ​ເຮົາ​ຈະ “​ເອົາ​ບາດ
ກ້າວ​ທີ່​ເດັດຂາດ”
ກັບ​ພວກ​ຄ້າ​ຢາ​ເສບ​ຕິດ​ທັງຫຼາຍ.

ທ່ານກ່າວວ່າ “ຖ້າ​ຫາກ​ພວກ​ເຮົາ​ບໍ່​ເດັດຂາດກັບພວກ​ຄ້າ​ຢາ​ເສບ​ຕິດ​ທັງຫຼາຍ​ແລ້ວ,
ພວກ​ກໍເຮົາ​ເສຍ​ເວລາ​ຂອງ​ພວກ​ເຮົາ​ໄປ​ຊື່ໆ. ​ແລະຄວາມເດັດຂາດ ທີ່​ວ່າ​ນີ້ ​ແມ່ນ​
ຮວມທັງ ການລົງ​ໂທດ​ປະຫານ​ຊີວິດ,”
​ແລ​ະພວກ​ທີ່​ເຂົ້າ​ຮ່ວມ​ໃນ​ພິທີ ກໍ​ພາກັນ​ຕົບ​ມື
​ເຫັນ​ດີ​ນຳ.

ທ່ານ​ທຣຳ ​ເສຍ​ໃຈ​ທີ່​ວ່າ ພາຍ​ໃຕ້​ກົດ​ໝາຍ​ປັດຈຸບັນ​ນີ້, ຜູ້​ຂາຍ​ຢາ​ເສບ​ຕິດ​ສາມາດ​ທີ່
​ຈະ​ສັງຫານ​ຫຼາຍ​ພັນ​ຄົນ ​ໃນ​ຊົ່ວ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ກັບ​ໄດ້​ຮັບ​ໂທດ​ຈຳ​ຄຸກ
ພຽງໄລຍະສັ້ນໆ​ເທົ່າ​ນັ້ນ.

​ທ່ານ​ທຣຳ ​ໄດ້​ເຕືອນ​ວ່າ “ນີ້​ແມ່ນ​ກ່ຽວ​ກັບ​ການເອົາຊະນະ ​ບັນຫາທີ່​ຫຍຸ້ງຍາກລຳບາກ
​ຫຼາຍ. ຖ້າ​ຫາກ​ວ່າ​ພວກ​ເຮົາ ບໍ່​ເດັດຂາດກັບ​ພວກ​ຂາຍ​ຢາ​ພວກ​ນີ້​ແລ້ວ, ມັນ​ກໍ​ບໍ່​ຈະ​ເກີດ
​ຂຶ້ນ​ດອກ.”

ລົດພະຍາບານສຸກເສີນຄາໂຕໂດ Cataldo ຈັບຢານາໂລຊອນ (naloxone) ທີ່ໃຊ້ແລ້ວ ຫຼັງຈາກທີ່ໄດ້ກູ້ຊີວິດໄວ 40 ປີກວ່າ ທີ່ໄດ້ພົບເຫັນວ່າໝົດສະຕິ ຈາກການໃຊ້ຢາເສບຕິດໂອປີອອຍ ໃນເມືອງ Salem ນອກເຂດຊານບອສຕັນ (Boston), ແມັສຊາຈູແຊັສ (Massachusetts), 9 ສິງຫາ 2017.
ລົດພະຍາບານສຸກເສີນຄາໂຕໂດ Cataldo ຈັບຢານາໂລຊອນ (naloxone) ທີ່ໃຊ້ແລ້ວ ຫຼັງຈາກທີ່ໄດ້ກູ້ຊີວິດໄວ 40 ປີກວ່າ ທີ່ໄດ້ພົບເຫັນວ່າໝົດສະຕິ ຈາກການໃຊ້ຢາເສບຕິດໂອປີອອຍ ໃນເມືອງ Salem ນອກເຂດຊານບອສຕັນ (Boston), ແມັສຊາຈູແຊັສ (Massachusetts), 9 ສິງຫາ 2017.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ຕຳ ທ່ານ​ນາງ​ແນນ​ຊີ ​ເພ​ໂລ​ຊີ ​ໄດ້​ເຕືອນວ່າ ຂໍ້​ສະ​ເໜີ​
ຂອງ​ທ່ານ​ປະທານາທິບໍດີ ຈຳ​ເປັນ​ຕ້ອງ​ມີ​ງົບປະມານ ຫຼື​ບໍ່ ມັນ​ກໍ​ຈະ​ເປັນ “ການ​ໃຫ້​
ຄຳ​ໝັ້ນ​ສັນຍາແບບລົມໆ​ແລ້ງໆ ຂອງ​ລັດຖະບານ​ທ່ານ​ທຣຳ.”

“ງົບປະມານ​ຂອງ​ທ່ານ​ທຣຳ ຮຽກຮ້ອງ​ໃຫ້​ມີ​ການ​ຕັດ​ຢ່າງ​ຫຼວງ​ຫຼາຍຕໍ່ເມ​ດີ​ເຄດ
(Medicaid) CDC ​ແລະ​ດ້ານ​ສຸຂະພາບ​ຈິດ ​ແລະ​ພວກ​ທີ່​ຕິດ​ຢາ​ເສບ​ອື່ນໆ ທີ່​ຈະ​ຊ່ອຍ
​ເຫຼືອ​ພວກ​ຄອບ​ຄົວ​ຕ່າງໆ ​ໃນ​ການ​ປິ່ນປົວ​ທີ່​ພໍ​ໃຊ້​ຈ່າຍ​ໄດ້​ແລະ​ຫຼຸດ​ພົ້ນ​ຈາກ​ການ​ຕິດ​ຢາ
​ໂອ​ປິ​ອອຍ​ນີ້. ທ່ານ​ແມ່ນ​ໄດ້​ເຮັດ​ວຽກ​ເພື່ອ​ທຳລາຍ​ການ​ຂະຫຍາຍ​ໂຄງການຂອງ​ເມ​ດີ​ເຄດສຳລັບປະກັນໄພສຸຂະພາບລາຄາຖືກ ຫຼື Affordable Care Act ​ແລະ​ອະນຸຍາດ
​ໃຫ້ສີການ​ຂາຍ​ປະກັນ​ໄພ​ສຸຂພາບ​ທີ່ຂີ້ຮ້າຍ ທີ່​ບໍ່​ສາມາດ​ກວມ​ເອົາ​ການ​ຮັກສາ​ພວກ​ທີ່​
ຕິດ​ຢາ​ນີ້ ​ແລະ​ດຽວ​ນີ້ ປະທານາທິບໍດີທຣຳ ທຳທ່າ​ເວົ້າ​ວ່າ ຈະ​ລົງ​ໂທດ​ປະຫານ​ຊີວິດ
ຕໍ່​ພວກ​ກໍ່​ອາ​ຊະ​ຍາ​ກຳ​ ດ້ານ​ຢາ​ເສບ​ຕິດ​ນີ້,”
ທ່ານ​ນາງ ​ເພ​ໂລ​ຊີ ​ໄດ້​ກ່າວ​ໄວ້.

ທ່ານ​ແອນ​ດຣູ ບຣິມ​ເບີກ ຜູ້ອຳນວຍການ​ຂອງ​ສະພາ​ນະ​ໂຍບາຍ​ພາຍໃນ​ຂອງ​ທຳນຽບ
ຂາວ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ວ່າ ຈະມີການຊອກຫາຢາກ
ໃຫ້ມີການ​ລົງ​ໂທດປະຫານຊີວິດ ​ຕໍ່​ພວກ​ຄ້າຂາຍ​ຢາ​ເສບ​ຕິດ ​ໃນ​ເວລາ​ທີ່​ເໝາະ​ສົມ ຕາມ​ກົດໝາຍ​ທີ່ມີຢູ່ໃນປັດຈຸບັນ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG