ປະທານາທິບໍດີ ດໍໂນລ ທຣຳ ເວົ້າວ່າ ທ່ານຈະ “ບໍ່ຮີບຮ້ອນ” ເຮັດໃຫ້ການເຈລະຈາ
ຂໍ້ຕົກລົງກັບເກົາຫລີເໜືອສິ້ນສຸດລົງ ແລະຍົກເລີກມາດຕະການລົງໂທດ ຕໍ່ປະເທດ
ດັ່ງກ່າວ.
"ຂ້າພະເຈົ້າຢາກຍົກເລີກການລົງໂທດຫລາຍຂະໜາດ ແຕ່ວ່າ ພວກເຂົາເຈົ້າຕ້ອງ
ມີການກະທຳທີ່ເປັນການຕອບຮັບເຊັ່ນກັນ. ມັນເປັນການເດີນໄປຄົບກັນ ຢູ່ເຄິ່ງທາງ
ຈາກສອງສົ້ນ," ນັ້ນຄືຄຳເວົ້າຂອງທ່ານ ທຣຳ ທີ່ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ
ອັນຍືດຍາວ ທີ່ທຳນຽບຂາວ ໃນວັນພຸດວານນີ້.
ທ່ານກ່າວຕໍ່ພວກນັກຂ່າວວ່າ ທ່ານທຳຄວາມກ້າວໜ້າ ໃນການເຈລະຈາກັບເກົາຫລີເໜືອ
ຫລາຍກວ່າຄະນະລັດຖະບານອື່ນ ແລະເວົ້າວ່າ ທ່ານຍັງມີແຜນ ທີ່ຈະຈັດໃຫ້ມີກອງ
ປະຊຸມສຸດຍອດອີກຄັ້ງນຶ່ງ ກັບທ່ານ ກິມ ຈົງ ອຶນ ໃນຕົ້ນປີໜ້າ.
ທ່ານທຣຳ ກ່າວເຊັ່ນນັ້ນ ບໍ່ພໍເທົ່າໃດຊົ່ວໂມງ ພາຍຫລັງທີ່ໄດ້ມີການເລື່ອນກອງປະຊຸມ
ລະຫວ່າງ ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກັບ
ທ່ານ ກິມ ຢົງ ໂຈລ, ທີ່ປຶກສາຂັ້ນສູງຂອງທ່ານ ກິມ ທີ່ມີກຳນົດຈະຈັດຂຶ້ນໃນວັນພະຫັດ
ມື້ນີ້.
ບໍ່ມີຝ່າຍໃດ ໃຫ້ເຫດຜົນທີ່ໜັກແໜ້ນວ່າ ເປັນຫຍັງການພົບປະກັນດັ່ງກ່າວ ຈຶ່ງ ຖືກ
ເລື່ອນ ນອກເໜືອໄປຈາກການໃຫ້ເຫດຜົນຂອງທ່ານ ໂຣເບີດ ແພລລາດີໂນ, ຮອງ
ໂຄສົກປະຈຳກະຊວງການຕ່າງປະເທດ ທີ່ເອີ້ນການເລື່ອນນັ້ນວ່າ ເປັນຍ້ອນ “ບັນຫາ
ໃນການຈັດຕາຕະລາງ ເວລາໃນການພົບກັນເທົ່ານັ້ນ.”
ທ່ານ ແພລລາດີໂນກ່າວຕໍ່ພວກນັກຂ່າວວ່າ "ພວກເຮົາມາຢູ່ໃນຈຸດ ທີ່ດີຫລາຍດຽວນີ້.
ພວກເຮົາມີຄວາມໝັ້ນໃຈ ທີ່ຈະເດີນໜ້າຕໍ່ໄປ." ທ່ານກ່າວອີກວ່າ "ພວກເຮົາຈະບໍ່ໃຫ້
ຖືກພັກດັນໄປຫາການວາງໄລຍະເວລາຂອງເຫດການຕ່າງໆ ທີ່ເປັນພຽງຮູບການ
ເທົ່ານັ້ນ."
ການພົບປະກັນ ຢູ່ໃນນະຄອນນີວຢອກ ສ່ວນໃຫຍ່ຖືກມອງເຫັນວ່າ ເປັນການປູທາງ
ໃຫ້ແກ່ກອງປະຊຸມສຸດຍອດ ຄັ້ງທີສອງລະຫວ່າງ ທ່ານ ທຣຳ ກັບທ່ານກິມ. ພວກທ່ານ
ທັງສອງ ໄດ້ພົບປະກັນຄັ້ງທຳອິດຢູ່ສິງກະໂປ ໃນເດືອນມິຖຸນາ ຜ່ານມາ.
ໃນການປະກາດການຍົກເລີກກອງປະຊຸມເວລານີ້ນັ້ນ ກະຊວງການຕ່າງປະເທດເວົ້າ
ວ່າ ທັງສອງທ່ານຈະສົນທະນາຫາລືກັນ “ກ່ຽວກັບການເຮັດໃຫ້ເສົາຄ້ຳທັງ 4 ເສົາ ຢູ່
ໃນຖະແຫລງການຮ່ວມ ທີ່ສ້າງຂຶ້ນ ຢູ່ໃນກອງປະຊຸມສຸດຍອດສິງກະໂປ ລວມທັງ
ການບັນລຸການປົດອາວຸດນີວເຄລຍໃນຂັ້ນສຸດທ້າຍ ທີ່ສາມາດພິສູດໄດ້ຢ່າງເຕັມ
ສ່ວນ.”
ທ່ານກິມ ແລະທ່ານທຣຳໄດ້ເຊັນສັນຍາກັນ ສະບັບນຶ່ງ ເພື່ອລົບລ້າງອາວຸດນີວເຄລຍ
ອອກໄປຈາກແຫລມເກົາຫລີ. ແຕ່ວ່າ ທັງສອງຝ່າຍ ຍັງມີຂໍ້ຂັດຂ້ອງໃຈ ຕໍ່ກັນ ກ່ຽວກັບ
ຄວາມຄືບໜ້າ ໃນການດຳເນີນຄວາມພະຍາຍາມຂອງພຽງຢາງ ເພື່ອເຮັດໃຫ້ໂຄງການ
ນີວເຄລຍຂອງຕົນສິ້ນສຸດລົງ.