ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣໍາ ເຕັມໃຈ ທີ່ຈະເຈລະຈາ ກັບ ເກົາຫຼີເໜືອ ພາຍ​ໃຕ້ເງື່ອນໄຂ ທີ່ເໝາະສົມ


Trump: US Willing to Talk with North Korea 'Under Right Conditions'
please wait

No media source currently available

0:00 0:02:02 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ ​ທີ່​ຈະ​ເຈລະຈາ
​ກັບ​ເກົາຫຼີ​ເໜືອ ​ແຕ່​ “ຕ້ອງຢູ່​ພາຍ​ໃຕ້​ເງື່ອນໄຂທີ່​ຖືກຕ້ອງ” ​ໃນ​ຂະນະ​ທີ່​ເຕືອນວ່າ ຖ້າ
​ຫາກ​ພຽງ​ຢາງ ​ບໍ່​ຍົກ​ເລີກໂຄງ​ການ​ອາວຸດ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຂອງ​
ຕົນແລ້ວ ມັນ​ອາດ​ຈະພາໃຫ້ ມີການສູນເສຍ ຢ່າງ ໃຫຍ່ຫລວງຕໍ່​ຊີວິດ ຊຶ່ງເປັນຈຳ​ນວນ
​ທີ່​ບໍ່​ມີ​ໃຜສາມາດວິເຄາະໄດ້ ບໍ່​ເຄີ​ຍຄິດຝັນ​ມາ​ກ່ອນ.”

ປະທານາທິບໍດີທຣໍາໄດ້ກ່າວໃນວັນ​ຈັນ​ວານ​ນີ້ ​ຕໍ່​ບັນ​ດາ​ຜູ້​ປົກຄອງ​ລັດ ທີ່ທຳນຽບຂາວ
ໂດຍໃຫ້​ຂໍ້​ສັງ​ເກດ​ວ່າ ການສະ​ເໜີ​ຂອງ​ເກົາຫຼີເໜືອ ​ຫວ່າ​ງບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ​ນີ້ ​ໂດຍ
​ຜ່ານ​ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານມູນ ​ແຈ-ອິນ ວ່າ “​ເຂົາ​ເຈົ້າ​ຕ້ອງການເຈລະຈາ” ກັບ​ສະຫະລັດ.

“ພວກ​ເຮົາ​ຈະ​ເຫັນວ່າ​ ມີຫຍັງ​ຈະເກີດ​ຂຶ້ນ” ນັ້ນຄືຄຳເວົ້າຂອງ​ປະທານາທິບໍດີ​ໄດ້​ ປະ
​ກາດວ່າ ຈະຕ້ອງມີການເຮັດ​ບາງ​ສິ່ງ​ບາງ​ຢ່າງ ​ເພື່ອ​ກຳຈັດ​ໄພ​ຂົ່ມຂູ່​ຕໍ່​ສະຫະລັດ ​ແລະ
​ບັນດາ​ພັນທະ​ມິດ​ຂອງ​ຕົນ​ຈາກ​ອາວຸດທີ່ມີອະນຸພາບ​ຮ້າຍ​ແຮງ​ຂອງເກົາ ຫຼີ​ເໜືອ.

ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ຈັບມືກັບ ປະທານາທິບໍດີເກົາຫຼີ້ໃຕ້ ທ່ານມູນ ແຈ-ອິນ ພົບປະກັນທີ່ ທຳນຽບປະທານາທິບໍດີ ໃນນະຄອນຫລວງໂຊລ.
ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ຈັບມືກັບ ປະທານາທິບໍດີເກົາຫຼີ້ໃຕ້ ທ່ານມູນ ແຈ-ອິນ ພົບປະກັນທີ່ ທຳນຽບປະທານາທິບໍດີ ໃນນະຄອນຫລວງໂຊລ.

ຢູ່​ໃນ​ການຖະແຫຼງຂ່າວ​ ທີ່​ທຳນຽບຂາວ ໃນວັນ​ຈັນ​ວານ​ນີ້​ ​ໂຄສົກຂອງ​ທຳນຽບຂາວ ​
ທ່ານນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີ​ສ໌ ກ່າວ​ວ່າ “ການ​ລົບ​ລ້າງອາວຸດ​ນິວ​ເຄລຍ ຕ້ອງ​ແມ່ນ
​ຜົນ​ຂອງ​ການ​ເຈລະຈາ​ໃດໆ​ກັບ​ເກົາຫຼີ​ເໜືອ.”

ຜູ້ນຳເກົາຫຼີ້ເໜືອ ທ່ານກິມ ຈົງ ອຶນ ກາງ ໃຫ້ຄຳແນະນຳ ກ່ຽວກັບໂຄງການນິວເຄລຍ ທີ່ພຽງຢາງ ວັນທີ 3 ກັນຍາ 2017.
ຜູ້ນຳເກົາຫຼີ້ເໜືອ ທ່ານກິມ ຈົງ ອຶນ ກາງ ໃຫ້ຄຳແນະນຳ ກ່ຽວກັບໂຄງການນິວເຄລຍ ທີ່ພຽງຢາງ ວັນທີ 3 ກັນຍາ 2017.

ທ່ານ​ສະ​ກັອຕ ສະ​ນາຍ​ເດີ ຜູ້​ຊ່ຽວຊານ​ອາວຸ​ໂສ​ ໃນການ​ຄົ້ນຄວ້າກ່ຽວກັບເກົາຫຼີ​ເໜືອ
ຢູ່​ສະພາ​ຄວາມ​ສຳພັນ​ກັບຕ່າງ​ປະ​ເທດ ໃຫ້ຂໍ້ສັງເກດໂດຍ​ກ່າວ​ວ່າ “ທັງ​ ປະທານາທິບໍ
ດີ ທຣໍາ ​ແລະ​ນາຍ​ພົນ​ເກົາຫຼີ​ເໜືອ ​ແລະ​ຫົວໜ້າ​ສືບ​ລັບ ທ່ານ​ກິມ ຢົງ-ຈູ​ລ ບັດ​ນີ້​ ໄດ້​ສະ
ແດງໃຫ້ເຫັນເຖິງຄວາມ​ພໍ​ໃຈທີ່​ຈະ​ເປີດການເຈລະຈາ​ກັນ. ​ແຕ່​ຍັງ​ບໍ່​ທັນ​ໄດ້​ຕົກລົງກັນ
​ເທື່ອ​ກ່ຽວກັບ​ສິ່ງທີ່ທັງ​ສອງ​ຝ່າຍ​ເຕັມ​ໃຈ​ຈະ​ເຈລະຈາກັນ​.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານສີ ຈິນຜິງ ສົນທະນາກັນຢູ່ສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ ວັນທີ 9 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານສີ ຈິນຜິງ ສົນທະນາກັນຢູ່ສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ ວັນທີ 9 ພະຈິກ 2017.

ການ​ລິ​ເລີ້ມປະຊຸມກັນລະຫວ່າງສະຫະລັດກັບ​ເກົາຫຼີ​ເໜືອ ແນ່ນອນຈະຕ້ອງເປັນ “ການ
ເຈລະຈາ ກ່ຽວກັບການເຈລະຈາ ແລະພຽງ ເງື່ອນໄຂດຽວເທົ່ານັ້ນກໍແມ່ນວ່າຈະມີການ
ບັງຄັບໃຫ້ຕ້ອງຢຸດເຊົາກ່ຽວກັບການທົດລອງລູກສອນໄຟແລະອາ ວຸດນິວເຄລຍຫຼືບໍ່” ນັ້ນຄືຄຳເວົ້າຂອງຜູ້ຊ່ຽວຊານອະວຸໂສ ຈາກສະພາແອັດແລນ ຕິກ ທ່ານໂຣເບີດ ແມນ
ນິງ ທີ່ໃຫ້ຂໍ້ສັງເກດວ່າ ພຽງຢາງ ບໍ່ທັນໄດ້ທຳການ ທົດ ລອງໃດໆມາເປັນເວລາເກືອບ
ສີ່ເດືອນແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG