ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທ​ຣຳວ່າ ສະ​ຫະ​ລັດ ຈະ​ຖອນ​ຕົວ​ ອອກ​ຈາກ​ ສົນ​ທິ​ສັນ​ຍາ ນິວ​ເຄ​ລຍ, ອ້າງວ່າ ຣັດ​ເຊຍ ລ່ວງ​ລະ​ເມີດ


​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍົກ​ມື​ທັກ​ທາຍ ໃນ​ຂະ​ນະ​ທີ່​ທ່ານ ຍ່າງ​ລົງ​ຈາກ​ເວ​ທີ ຢູ່​ສະ​ໜາມ​ບິນ ພາກ​ພື້ນ ແອ​ລ​ໂກ, ຫຼັງ​ຈາກ​ການ​ຊຸມ​ນຸມ ໂຄ​ສະ​ນາຫາ​ສຽງ. 20 ຕຸ​ລາ, 2018.
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຍົກ​ມື​ທັກ​ທາຍ ໃນ​ຂະ​ນະ​ທີ່​ທ່ານ ຍ່າງ​ລົງ​ຈາກ​ເວ​ທີ ຢູ່​ສະ​ໜາມ​ບິນ ພາກ​ພື້ນ ແອ​ລ​ໂກ, ຫຼັງ​ຈາກ​ການ​ຊຸມ​ນຸມ ໂຄ​ສະ​ນາຫາ​ສຽງ. 20 ຕຸ​ລາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເວົ້າ ໃນວັນເສົາວານນີ້ວ່າ ທ່ານຈະ
ຖອນ ສະຫະລັດ ອອກຈາກສັນຍາ ກຳລັງນິວເຄຼຍ ທີ່ຍິງໄດ້ປານກາງ ເພາະວ່າ ຣັດ
ເຊຍ ໄດ້ລະເມີດສັນຍາດັ່ງກ່າວ. ຢ່າງໃດກໍດີ ທ່ານກໍບໍ່ໄດ້ໃຫ້ລາຍລະອຽດ ວ່າການລະ
ເມີດຂອງຣັດ ເຊຍ ເປັນແບບໃດ.

ມົສກູ ໄດ້ເວົ້າໃນວັນອາທິດມື້ນີ້ວ່າ ການຖອນອອກ ຂອງ ສະຫະຣັດ ແມ່ນເປັນ “ບາດ
ກ້າວທີ່ອັນຕະລາຍ.”

ຂໍ້ຕົກລົງດັ່ງກ່າວ ໄດ້ມີຂຶ້ນໃນຊຸມປີ 1980. ສັນຍານັ້ນ ໄດ້ບົ່ງວ່າ ໃຫ້ລົບລ້າງນິວເຄຼຍ
ໄລຍະສັ້ນແລະຂະໜາດກາງ ລວມທັງລູກສອນໄຟແບບທຳມະດາ ຈາກທັງສອງປະ
ເທດ.

ທ່ານທຣຳໄດ້ກ່າວ ລຸນຫຼັງການຊຸມນຸມປະທ້ວງທີ່ແອລໂກ ລັດເນວາດາວ່າ “ຣັດເຊຍ
ໄດ້ລະເມີດຂໍ້ຕົກລົງດັ່ງກ່າວ. ແລະພວກເຮົາຈະບໍ່ປ່ອຍໃຫ້ເຂົາເຈົ້າ ລະເມີດຂໍ້ຕົກລົງ
ນິວເຄຼຍ ອອກໄປແລ້ວ ໄປເຮັດອາວຸດ ແຕ່ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ເຮັດ.”

ທ່ານ ທຣຳ ເວົ້າວ່າ ສະຫະລັດ ຈະສ້າງອາວຸດ ນອກຈາກວ່າ ຣັດເຊຍ ກັບ ຈີນ ເຫັນດີ
ທີ່ຈະຢຸດເຊົາສ້າງອາວຸດ.

ຣັດເຊຍ ໄດ້ປັດຕິເສດ ວ່າຕົນບໍ່ໄດ້ລະເມີດສັນຍາ.

ຈີນ ບໍ່ໄດ້ເຂົ້າຮ່ວມຢູ່ໃນສັນຍາດັ່ງກ່າວ.

ທ່ານ ທຣຳ ເວົ້າວ່າ “ຖ້າ ຣັດເຊຍ ເຮັດ ແລະ ຈີນ ກໍເຮັດ ແຕ່ພວກເຮົາຍັງປະຕິບັດຕາມ
ສັນຍາຢູ່ ມັນກໍເປັນເລື້ອງທີ່ຍອມຮັບບໍ່ໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG