ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຮືອບິນໂບອິງ 737 ຮຸ້ນ​ແມັກ​ສ໌ ທຸກ​ຮຸ້ນ ຖືກສັ່ງ ໃຫ້ໂຈະບິນ ຊົ່ວ​ຄາວ


​ພະ​ນັກ​ງານ​ຄົນ​ນຶ່ງ ຍ່າງ​ຜ່ານ ເຄື່ອງ​ຈັກ​ໂບອິ້ງ 737 ຮຸ້ນ​ແມັກ​ສ໌ 8 ທີ່​ສ້າງ​ໂດຍໂບອິ້ງ ຢູ່​ເມືອງເຣັນ​ຕັນ ລັດ​ວໍ​ຊິງ​ຕັນ (13 ມີ​ນາ 2019)
​ພະ​ນັກ​ງານ​ຄົນ​ນຶ່ງ ຍ່າງ​ຜ່ານ ເຄື່ອງ​ຈັກ​ໂບອິ້ງ 737 ຮຸ້ນ​ແມັກ​ສ໌ 8 ທີ່​ສ້າງ​ໂດຍໂບອິ້ງ ຢູ່​ເມືອງເຣັນ​ຕັນ ລັດ​ວໍ​ຊິງ​ຕັນ (13 ມີ​ນາ 2019)

ໃນການລ້າຊ້າ ໂດຍການນຳພາຂອງຫຼາຍກວ່າ 30​ ປະເທດ ອົງການຄຸ້ມ​ຄອງ ການ
ບິນຂອງລັດຖະບານກາງຂອງສະຫະລັດ ກໍໄດ້ສັ່ງ ບໍ່ໃຫ້​ເຮືອ​ບິນ​ໂດຍ​ສານ ​ໂບອິ້ງ ຮຸ້ນ
Max ທັງໝົດ ​ຢຸດບິນ​ໃນທັນທີ.

ບົດບາດຂອງການຫ້າມ ການບິນທັງໝົດຂອງເຮືອບິນໃໝ່ ໃນນ່ານຟ້າ ຂອງອາ ເມຣິ
ກັນ ແມ່ນເປັນການຕ່າວປີ້ນ ທັນທີ ແລະກະທັນຫັນ ຕໍ່ຈຸດຢືນຂອງຜູ້ຜະລິດ ​ບໍ​ລິ​ສັດເຮືອ
ບິນ​ໂດຍ​ສານຂອງສະຫະລັດ ແລະລັດ​ຖະ​ບານ​ຂອງປະທານາທິບໍດີ ດໍໂນລ ທຣຳ ທີ່
ກ່າວວ່າ ບໍ່ມີເຫດຜົນອັນໃດ ທີ່ຈະສັ່ງບໍ່ໃຫ້ເຮືອບິນ​ເຫຼົ່າ​ນີ້ບິນຂຶ້ນ ເຖິງແມ່ນຈະເກີດອຸບັດ
ເຫດ​ຮ້າຍ​ແຮງຂອງເຮືອບິນໂບອິ້ງ​ຮຸ້ນ Max ຢູ່ອິນໂດເນ ເຊຍ ແລະເອທິໂອເປຍກໍຕາມ.

ເວລາພວກນັກຂ່າວຖາມຢູ່ທຳນຽບຂາວທີ່ຫ້ອງການ Roosevelt ລຸນຫຼັງທ່ານ ໄດ້ປະ
ກາດໄປ ໃນຕອນບ່າຍວັນພຸດວານນີ້ ທ່ານທຣຳ ໄດ້ຕອບວ່າ ເຮືອບິນ 737 ທຸກໆລຳຈະ
ຕ້ອງຢຸດ​ບິນ​ເປັນ​ການຊົ່ວຄາວ “ຂ້າພະເຈົ້າບໍ່ຢາກສ່ຽງ ຂ້າພະ ເຈົ້າຄິດວ່າ ມັນເປັນສິ່ງ
ທີ່ດີທີ່ຈະຕ້ອງໄດ້ເຮັດ.”

ທ່ານທຣຳເວົ້າຕໍ່ໄປວ່າ “ບົດບາດນີ້ ເປັນເລື້ອງໃຫຍ່ໃນສາຍຕາຂອງບໍລິສັດໂບ ອິງ” ໃນຂະນະທີ່ທ່ານກໍຄິດວ່າ ທ່ານອາດຈະໂຈະການຕັດສີນໃຈໄວ້ ແຕ່ທ່ານ ກໍກ່າວວ່າ “ຂ້າພະເຈົ້າຮູ້ສຶກວ່າ ມັນສຳຄັນ ສຳລັບທັງດ້ານຈິດຕະວິທະຍາ ແລະ ອີກຫລາຍໆ
ດ້ານ.”

ທ່ານປະທານາທິບໍດີເວົ້າວ່າ “ຂໍ້ມູນໃໝ່ໆ ແລະຫລັກຖານທີ່ເປັນຕົນເປັນໂຕ ທີ່ ພວກ
ເຮົາໄດ້ຮັບມາຈາກສະຖານທີ່ ແລະບ່ອນອື່ນໆ ແລະໂດຍຜ່ານການຈົ່ມວ່າ ອີກສອງ
ສາມແຫ່ງ.”

ເຮືອບິນໂບອິງ 737 ຂອງການາດາບິນຈາກແຊນແຟຣນຊິສໂກໄປລົງສະໜາມບິນໂຕຣອນໂຕ ການາດາ ວັນທີ 13 ມີນາ 2019
ເຮືອບິນໂບອິງ 737 ຂອງການາດາບິນຈາກແຊນແຟຣນຊິສໂກໄປລົງສະໜາມບິນໂຕຣອນໂຕ ການາດາ ວັນທີ 13 ມີນາ 2019

ທ່ານທຣຳ ທຳນາຍວ່າ ບໍລິສັດໂບອິງ ຈະແກ້ໄຂບັນຫານີ້​ໄດ້ ໂດຍ​ກ່າວ​ວ່າ “ຫວັງວ່າ
ຈະມີຄຳຕອບໂດຍໄວ. ແຕ່ເພິ່ນກ່າວວ່າ ເຮືອບິນຈະບໍ່ໄດ້ບິນຂຶ້ນ ຈົນກວ່າຈະມີຄຳ
ຕອບເສຍກ່ອນ.”

ເຄື່ອງບັນທຶກຂໍ້ມູນການບິນ ແລະສຽງບັນທຶກໄວ້ ຈາກຫ້ອງຂັບເຮືອບິນ​ ຂອງ ສາຍ​
ການບິນ​ເອທິໂອເປຍ ໄດ້ໄປຮອດປະເທດຝຣັ່ງ ໃນວັນພະຫັດມື້ນີ້ ບ່ອນ ຈະຖືກວິ
ເຄາະເບິ່ງ ໂດຍເຈົ້າໜ້າທີ່ສືບສວນ ດ້ານການບິນ ຂອງລັດຖະບານ ບີອີເອ ເພື່ອ
ຊອກຮູ້ຕື່ມ ວ່າແມ່ນອັນໃດ ເປັນສາເຫດ ເຮັດໃຫ້ເຮືອບິນຕົກ.

ລຸນຫລັງ ທ່ານທຣຳ ໄດ້ໃຫ້ຄວາມເຫັນໄປໃນວັນພຸດວານນີ້ ໂບອິງ ກໍໄດ້ອອກ ຖະ
ແຫລງການ ໃນຂະນະທີ່ຕົນຍັງມີຄວາມເຊື່ອໝັ້ນຢ່າງເຕັມສ່ວນ ດ້ານຄວາມ ປອດໄພກັບເຮືອບິນລຸ້ນ 737 ກໍຕາມ ຕົນກໍໄດ້ຕັດສີນໃຈຄັກແນ່ ລຸນຫລັງການ ປຶກສາກັບ
ແອັຟ ເອເອ ແລ້ວ ກັບສະພາການຂົນສົ່ງ ດ້ານຄວາມປອດໄພ ແຫ່ງ ຊາດ
ສະຫະລັດ ແລະອຳນາດການບິນແລະຜູ້ຊົມໃຊ້ທົ່ວໄປໃນໂລກແລ້ວ ວ່າ “ຈະເຮັດທຸກ
ສິ່ງທຸກຢ່າງ ເພື່ອສ້າງຄວາມແນ່ໃຈ ໃນດ້ານການບິນຂອງສາ ທາລະນະຊົນ. ໂບອິງ
ໄດ້ແນະນຳໃຫ້ຢຸດເຊົາການບິນໄວ້ຊົ່ວຄາວຂອງຝຸງບິນທັງໝົດຊຶ່ງມີເຮືອ ບິນດ້ວຍກັນ
ເກືອບເຖິງ 400 ລຳນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG