ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂປ​ແລນ ຢາກໃຫ້​ຕັ້ງ ຖານ​ທັບ ສຫລ ຊື່​ວ່າ "ຖານ​ທັບທ​ຣຳ​" ໃນ​ປະ​ເທດ ຂອງ​ທ່ານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຂ​ວາ, ຟັງ​ການ​ກ່າວ​ຄຳ​ປາ​ໄສ ຂອງ​ປະ​ທາ​ນາ​ທິບ​ໍ​ດີ ໂປ​ແລນ ທ່ານ ແອນ​ເດີ​ເຊັ​ຈ໌ ດູ​ດາ, ຊ້າຍ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ ທີ່​ຫ້ອງ​ປະ​ຊຸມ​ທິດ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 18 ກັນ​ຍາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຂ​ວາ, ຟັງ​ການ​ກ່າວ​ຄຳ​ປາ​ໄສ ຂອງ​ປະ​ທາ​ນາ​ທິບ​ໍ​ດີ ໂປ​ແລນ ທ່ານ ແອນ​ເດີ​ເຊັ​ຈ໌ ດູ​ດາ, ຊ້າຍ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ ທີ່​ຫ້ອງ​ປະ​ຊຸມ​ທິດ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 18 ກັນ​ຍາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າທ່ານ “ຈິງ​ຈັງຫຼາຍ” ໃນ​ການ
ພິຈາລະນາສ້າງຕັ້ງຖານທັບ ສະຫະລັດ ໃນປະເທດ ໂປແລນ ເຊິ່ງປະທານາທິບໍດີ
ໂປແລນ ຜູ້ທີ່ກຳລັງເດີນທາງມາຢ້ຽມຢາມ ສະຫະລັດ ນັ້ນ ໄດ້ສະເໜີຕັ້ງຊື່ວ່າ “ຖານທັບ
ທຣຳ ຫຼື Fort Trump”.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງວໍ​ຊິງ​ຕັນ​ໃນ​ວັນ​ອັງ​ຄານ​ວານນີ້, ປະ​ທາ​ນາ​ທິ​
ບໍດີ ໂປແລນ ທ່ານ ແອນເດີເຊັຈ ດູດາ (Andrzej Duda) ກໍໄດ້ຮຽກຮ້ອງທ່ານ ທຣຳ
ອີກຄັ້ງນຶ່ງ ໃຫ້ອະນຸມັດການມີໜ້າຂອງກອງທັບ ສະຫະລັດ ໃນປະເທດ ໂປແລນ ຢ່າງ
ຖາວອນ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ລະ​ຫວ່າງ ການປະ​ຊຸມ​ຢູ່​ຫ້ອງ​ການ​ໂຕະ​ມົນວ່າ ທ່ານ ດູດ​າ ໄດ້​
ສະເໜີທີ່ຈະຈ່າຍເງິນຫຼາຍກວ່າ 2 ຕື້ໂດລາໃນການກໍ່ສ້າງຖານທັບດັ່ງກ່າວ.

ປະ​ເທດ ໂປ​ແລນ ໄດ້​ລະ​ມັດ​ລະ​ວັງ​ຢ່າງ​ເປັນ​ພິ​ເສດ ກ່ຽວ​ກັບ ຣັດ​ເຊຍ ນັບ​ຕັ້ງ​ແຕ່ມົ​ສ​ກູ​
ເຂົ້າຍຶດແຫຼມ ໄຄຣເມຍ ຈາກປະເທດ ຢູເຄຣນ ທີ່ຢູ່ໃກ້ຄຽງນັ້ນເປັນຕົ້ນມາ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ໂປ​ແລນ ແມ່ນ​ຍິນ​ດີ​ທີ່​ຈະ​ໃຫ້​ການ​ປະ​ກອບ​ສ່ວນ​ຄັ້ງ​ໃຫຍ່​ທີ່​ຈະ​
ໃຫ້ ສະຫະລັດ ເຂົ້າໄປ ແລະ ມີໜ້າໃນປະເທດ ໂປແລນ. ຖ້າເຂົາເຈົ້າຍິນ ດີທີ່ຈະເຮັດ
ແນວນັ້ນ, ມັນກໍເປັນສິ່ງທີ່ພວກເຮົາຈະນຳເອົາມາເວົ້າຢ່າງແນ່ນອນ.”

ສະ​ຫະ​ລັດ ໄດ້​ສົ່ງ​ກອງ​ກຳ​ລັງຫຼາຍ​ພັນ​ຄົນ​ເຂົ້າ​ໄປ​ໃນ ໂປ​ແລນ ໃນ​ພາກ​ສ່ວນ​ຂອງ​ການ​
ສັບປ່ຽນກອງທະຫານ ເນໂຕ.

ທ່ານ ດູ​ດາ ປາ​ກົດ​ວ່າ​ມີ​ຄວາມ​ໝັ້ນ​ໃຈ​ ທີ່​ຈະ​ບັນ​ລຸ​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ໃນ​ຕອນ​
ທ້າຍຂອງກອງປະຊຸກັບທ່ານ ທຣຳ.

ທ່ານ​ ດູ​ດາ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຍິ້ມ່ ​ໃນ​ເວ​ລາ​ທີ່​ກຳ​ລັງ​ລົມ​ກັບ​ທ່ານ​ປະ​ທາ​ນາ​ທິ​
ບໍດີ. ຂ້າພະເຈົ້າໄດ້ເວົ້າວ່າ ຂ້າພະເຈົ້າຢາກໃຫ້ພວກເຮົາຕັ້ງຖານທັບ ອາເມຣິກັນ ຢູ່ໃນ
ໂປແລນ ຢ່າງຖາວອນ. ແລະ ຂ້າພະເຈົ້າເຊື່ອຢ່າງແນ່ນອນວ່າ ມັນມີຄວາມເປັນໄປໄດ້.”

Fort Trump? Poland Invites Permanent US Base
please wait

No media source currently available

0:00 0:01:33 0:00

U.S. President Donald Trump said he is "very seriously" considering establishing a U.S. military base in Poland that the visiting Polish president suggested be named "Fort Trump."

During a visit to Washington on Tuesday, Polish President Andrzej Duda again urged Trump to authorize a permanent U.S. military presence in Poland.

Trump said during a meeting at the Oval Office that Duda had offered to pay more than $2 billion toward the construction of the base.

Poland has been especially wary of Russia since Moscow's annexation of the Crimean Peninsula from neighboring Ukraine.

"Poland is willing to make a very major contribution to the United States to come in and have a presence in Poland," Trump said. "If they're willing to do that, it's something we will certainly talk about."

The United States deploys several thousand troops in Poland as part of a rotating NATO battalion.

Duda appeared confident having his request met at the end of the meeting with Trump.

"I was smiling when talking to Mr. President. I said that I would very much like for us to set up a permanent American base in Poland, which we would call Fort Trump,'' Duda said. "And I firmly believe that this is possible.''

XS
SM
MD
LG