ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີທຣໍາ ກ່າວວ່າ ສະຫະລັດ ປົກປ້ອງຂົງເຂດບານຕິກ ຢ່າງເຄັ່ງຄັດ


ປະທ່ານາທິບໍດີທຣໍາ ສຳພັດມືກັບ ປະທານາທິບໍດີ ຟິນແລນ ທ່ານ Sauli Niinisto ລະຫວ່າງການຮ່ວມກອງປະຊຸມນັກຂ່າວ ທີ່ທຳນຽບຂາວ.
ປະທ່ານາທິບໍດີທຣໍາ ສຳພັດມືກັບ ປະທານາທິບໍດີ ຟິນແລນ ທ່ານ Sauli Niinisto ລະຫວ່າງການຮ່ວມກອງປະຊຸມນັກຂ່າວ ທີ່ທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ຜູ້​ທີ່​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງຟິນ​ແລນ
ຂອງ​ທ່ານ ທີ່​ທຳນຽບຂາວ​ ໃນ​ວັນ​ຈັນ​ວານ​ນີ້ ​ກ່າວ​ວ່າ ສະຫະລັດ “ປົກ​ປ້ອງ​ທີ່​ສຸດ” ຂົງ
​ເຂດ Baltic ​ໂດຍ​ສະ​ເພາະ​ໃນ​ກໍລະນີ ​ທາງ​ພາກ​ເໜືອ​ຂອງ​ບັນດາປະ​ເທດ​ຢູ​ໂຣບ ທີ່
​ພົວພັນ​ກັບຣັດ​ເຊຍ.

ປະທານາທິບໍດີ​ທຣໍາ ກ່າວຢູ່​ກອງ​ປະຊຸມ​ຮ່ວມຂອງນັກ​ຂ່າວ ກັບ​ປະທານາທິບໍດີຟິນ​ແລນ
ທ່ານ Sauli Niinisto ທີ່ມາ​ຢ້ຽມຢາມ ຫລັງ​ຈາກ​ທັງ​ສອງ​ໄດ້​ສົນທະນາ​ກັນ​ທີ່​ຫ້ອງການ​ທຳນຽບຂາວ​ວ່າ “ພວກ​ເຮົາ​ໃຫ້ການ​ປົກ​ປ້ອງ​ແກ່​ຂົງ​ເຂດ​ທີ່​ສຸດ.

ປະທານາທິບໍດີ​ທຣໍາ ກ່າວ​ເພີ່ມອີກ​ວ່າ “ໝົ​ດ​ເທົ່າ​ນັ້ນ​ທີ່​ຂ້າພະ​ເຈົ້າ​ສາມາດ​ເວົ້າ​ໄດ້. ພວກ​
ເຮົາ​ປົກ​ປ້ອງ​ທີ່​ສຸດ. ພວກ​ເຮົາ​ມີບັນດາ​ເພື່ອນທີ່​ຍິ່ງ​ໃຫຍ່​ຢູ່​ທີ່​ນັ້ນ. ມີສາຍສຳພັນ​ທີ່​ຍິ່ງ​ໃຫຍ່
ຢູ່​ທີ່​ນັ້ນ.”

ທ່ານ​ກ່າວ​ເພີ່​ມວ່າ ທ່ານ​ເຊື່ອ​ວ່າ ຣັດ​ເຊຍ​ໃຫ້ການ​ນັບຖື​ ຕໍ່​ຟິນ​ແລນ ​ແລະ​ທ່ານ​ຫວັງ​ວ່າ​ ສະຫະລັດ ຍັງຈະພັດທະນາ​ສຳພັນທະພາບ​ທີີ່ດີ​ກັບຣັດ​ເຊຍຢູ່.

ປະ​ທາ​ນາ​ທິບໍດີ​ທຣໍາກ່າວຕໍ່​ບັນດາ​ນັກ​ຂ່າວ​ວ່າ “ຂ້າພ​ະ​ເຈົ້າ​ເວົ້າ​ອອກ​ມາ​ຢ່າງ​ດັງໆ ​ແລະ
ຈະ​ແຈ້ງ ຂ້າພະ​ເຈົ້າ​ໄດ້​ກ່າວ​ມາ​ຫລ​າຍ​ປີ​ແລ້ວ. ຂ້າພະ​ເຈົ້າ​ຄິດວ່າເປັນ​ສິ່ງ​ທີ່​ດີ ຖ້າ​ຫາກ​
ພວກ​ເຮົາ​ມີ​ສຳພັນທະພາບ​ອັນ​ຍິ່ງ​ໃຫຍ່ ຫລືຢ່າງ​ໜ້ອຍ​ກໍມີສາຍ​ສຳພັນ​ທີ່​ດີກັບຣັດ​ເຊຍ.
ນັ້ນ​ສຳຄັນທີ່​ສຸດ.”

ປະທານາທິບໍດີ Niinisto ກ່າວ​ວ່າ “ສະຫະລັດ ​ແລະ NATO ມີໜ້າ ​ຢູ່​ໃນ​ຢູໂຣບ ​ແລະ
​ຢູ່​ໃນ​ເຂດ​ມະຫາ​ສະໝຸດ Baltic ​ເປັນ​ທີ່ສຳຄັນ​ທີ່​ສຸດ ​ແລະ​ເຂົາ​ເຈົ້າ​ກຳລັງ​ເພີ່ມຂຶ້ນຢ່າງ​
ວ່ອງ​ໄວ.” ທ່ານ​ຍັງ​ກ່າວ​ວ່າ​ມີ​ບາດກ້າວ​ໜ້ອຍ​ນຶ່ງ ​ແຕ່​ຢູ່ໃນ​ທິດ​ທາງ​ດີ ​ທີ່​ປະຕິບັດໄປ​ສູ່​
ການ​ເປີດການ​ສົນທະນາ​ລະຫວ່າງ NATO ​ກັບຣັດ​ເຊຍ.

ຜູ້ນຳ​ທັງ​ສອງ​ທ່ານ​ຍັງ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ການ​ກໍ່​ການ​ຮ້າຍ ​ແລະ​ປະທາ ນາທິບໍດີ
​ທຣໍາກ່າວ​ວ່າ ສະຫະລັດ​ຢືນເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັບ​ຟິນ​ແລນ ຕ້ານ​ການ​ຂົ່ມຂູ່​ກໍ່​ການ​ຮ້າຍ. ປະທານາທິບໍດີ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ປະຕິ​ເສດ​ບ່ອນ​ລີ້​ໄພ​ແກ່
​ພວກ​ກໍ່​ການ​ຮ້າຍ ຕັດການ​ເງິນ​ຂອງ​ເຂົາ​ ​ແລະ​ເອົາ​ຊະນະ​ແນວ​ຄິດ​ທີ່​ບໍ່​ດີ​ຂອງ​ເຂົາ​.”

​ໃນ​ຕົ້ນ​ເດືອ​ນນີ້ ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ແທງ​ແປດ​ຄົນ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຟິນ​ແລນ ​
ເສຍຊີວິດ​ສອງ​ຄົນຢູ່​ໃນ​ເມືອງ Turku. ຕຳຫລວດ​ຟິນ​ແລນ​ກ່າວ​ວ່າ ​ເວລາ​ນັ້ນ​ຍັງ​ໄວ
​ເກີນ​ໄປ​ທີ່​ຈະ​ເຊື່ອມ​ໂຍງ​ການ​ໂຈມ​ຕີ​ໃສ່​ການ​ກໍ່​ການ​ຮ້າຍ​ສາກົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG