ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນເສົາວານນີ້ ໄດ້ກ່າວວ່າ ສະຫະລັດ ແລະ ຈີນ ຈະລົງນາມ “ໃນເວລາໃກ້ໆນີ້” ອັນທີ່ພວກເພິ່ນເອີ້ນກັນວ່າ ຂັ້ນທີນຶ່ງຂອງຂໍ້ຕົກລົງການຄ້າ ຫຼື Phase One ນັ້ນ.
“ພວກເຮົາຫາກໍໄດ້ບັນລຸຂໍ້ຕົກລົງການຄ້າທີ່ກ້າວໜ້າ ແລະພວກເຮົາຈະລົງນາມໃນຂໍ້ຕົກລົງໃນເວລາໃກ້ໆນີ້” ທ່ານທຣຳ ໄດ້ກ່າວຢູ່ທີ່ງານທີ່ເອີ້ນວ່າ Turning Point USA ໃນລັດຟລໍຣີດາ.
ຂໍ້ຕົກລົງຂັ້ນທີນຶ່ງ ໄດ້ຖືກປະກາດເມື່ອຕົ້ນເດືອນນີ້ ອັນເປັນສ່ວນນຶ່ງ ຂອງການພະຍາຍາມທີ່ຈະຍຸຕິສົງຄາມການຄ້າ ທີ່ຕອບໂຕ້ກັນໄປມາເປັນເວລາຫຼາຍເດືອນຜ່ານມາ ລະຫວ່າງ ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ຊຶ່ງໄດ້ເຮັດໃຫ້ຕະຫຼາດທັງຫຼາຍປັ່ນປ່ວນ ແລະສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງໂລກ.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ສະຫະລັດ ຈະຕົກລົງຫລຸດການເກັບພາສີບາງສ່ວນ ໃນການແລກປ່ຽນກັບ ການຊື້ສິນຄ້າກະສິກຳຂະໜາດໃຫຍ່ຂອງອາເມຣິກາ ໂດຍຈີນ.
ລັດຖະມົນຕີກະຊວງການເງິນ ທ່ານສະຕີບວ໌ ມະນູຈິນ ໄດ້ກ່າວເມື່ອສັບປະດາແລ້ວນີ້ວ່າ ສົນທິສັນຍານັ້ນ ຈະໄດ້ຖືກລົງນາມໃນຕົ້ນເດືອນມັງກອນ ໂດຍກ່າວວ່າ ຂໍ້ຕົກລົງ ໄດ້ຖືກແປເປັນທີ່ຮຽບຮ້ອຍແລ້ວ ແລະພຽງຢູ່ພາຍໃຕ້ການ “ຄັດຖູ” ໃນດານເຕັກນິກເທົ່ານັ້ນ.