ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ການກະທຳ ຂອງທ່ານ ໄມໂຄລ໌ ຟລິນ ແມ່ນຖືກຕ້ອງ ຕາມກົດໝາຍ


ປະທານາທິບໍດີ ດໍໂນລ ທຣຳ ຍົກມືທັກທາຍ ໃນຂະນະທີ່ທ່ານ ຍ່າງໄປຂຶ້ນເຮືອບິນ ແອຟໍສ໌ ວັນ ທີ່ຖານທັບອາກາດ ແອນດຣູສ໌ ທີ່ລັດ ແມຣີແລນ. 2 ທັນວາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ຍົກມືທັກທາຍ ໃນຂະນະທີ່ທ່ານ ຍ່າງໄປຂຶ້ນເຮືອບິນ ແອຟໍສ໌ ວັນ ທີ່ຖານທັບອາກາດ ແອນດຣູສ໌ ທີ່ລັດ ແມຣີແລນ. 2 ທັນວາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນເສົາວານນີ້ວ່າ ການກະ
ທຳຂອງອະດີດຜູ້ຊີ້ນຳຄວາມປອດໄພແຫ່ງຊາດ ທ່ານ ໄມໂຄລ໌ ຟລິນ ໃນລະຫວ່າງ
ການຍ້າຍເຂົ້າທຳນຽບຂາວຂອງທ່ານ ທຣຳ ນັ້ນ ແມ່ນ “ຖືກຕ້ອງຕາມກົດໝາຍ.”

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມ ໃນລະຫວ່າງງານຫາລາຍໄດ້ຂອງພັກຣີພັບບລີກັນ ໃນນະ
ຄອນ ນິວຢອກ ວ່າ “ຂ້າພະເຈົ້າໄດ້ປົດນາຍພົນ ໄມໂຄລ໌ ຟລິນ ອອກຈາກຕຳແໜ່ງ
ຍ້ອນວ່າ ທ່ານໄດ້ຂີ້ຕົວຮອງປະທານາທິບໍດີ ແລະ ອົງການ FBI. ລາວໄດ້ຍອມຮັບຜິດ
ສຳລັບການເວົ້າຂີ້ຕົວະນັ້ນ. ມັນເປັນຕາຂາຍໜ້າເພາະວ່າ ການກະທຳຂອງລາວໃນລະ
ຫວ່າງ ການປ່ຽນແປງລັດຖະບານ ແມ່ນຖືກຕ້ອງຕາມກົດໝາຍ. ມັນບໍ່ມີຫຍັງທີ່ຈະຕ້ອງ
ເຊື່ອງໄວ້.”

ທ່ານ ຟລິນ ໄດ້ຍອມຮັບຜິດຕໍ່ການຂີ້ຕົວະ ກັບບັນດາເຈົ້າໜ້າທີ່ລັດຖະບານກາງ, ແລະ
ທ່ານໄດ້ຕົກລົງທີ່ຈະຮ່ວມມື ກັບບັນດານັກສືບສວນສອບສວນ ທີ່ກຳລັງສອບສວນການ
ກ່າວຫາ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ເຂົ້າໃນການເລືອກຕັ້ງປະທານາທິບໍດີ
ສະຫະລັດ ປີ 2016 ແລະ ການສົມຮູ້ຮ່ວມຄິດ ລະຫວ່າງ ມົສກູ ແລະ ການໂຄສະນາຫາ
ສຽງຂອງທ່ານ ທຣຳ.

ໃນຕອນເຊົ້າຂອງວັນເສົາວານນີ້, ໃນຄຳປາໄສຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ທ່ານ
ຟລິນ ໄດ້ຍອມຮັບຜິດນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ມັນບໍ່ມີການສົມຮູ້ຮ່ວມຄິດກັນ ຢ່າງ
ແນ່ນອນ ລະຫວ່າງ ການໂຄສະນາຫາສຽງປະທານາທິບໍດີຂອງທ່ານ ກັບ ຣັດເຊຍ.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ໄດ້ເດີນທາງອອກຈາກທຳນຽບຂາວວ່າ “ສິ່ງ
ທີ່ໄດ້ສະແດງອອກມາ ແມ່ນບໍ່ມີການສົມຮູ້ຮ່ວມຄິດ, ບໍ່ມີການສົມຮູ້ຮ່ວມຄິດ.”

ໃນການປາກົດຕົວ ຕໍ່ໜ້າຜູ້ພິພາກສາລັດຖະບານກາງຄົນນຶ່ງ ໃນຫ້ອງສານທີ່ເຕັມໄປ
ດ້ວຍຄົນໃນນະຄອນຫຼວງ ວໍຊິງຕັນນັ້ນ, ທ່ານ ຟລິນ ອາຍຸ 59 ປີ, ບຳນານ ນາຍພົນ
ກອງທັບບົກ, ໄດ້ຍອມຮັບຜິດຕໍ່ກະທົງນຶ່ງ ກ່ຽວກັບ ການໃຫ້ຄຳເວົ້າທີ່ບໍ່ຖືກຕ້ອງ ຕໍ່ອົງ
ການສັນຕິບານກາງ ກ່ຽວກັບ ການສົນທະນາສ່ວນຕົວຫຼາຍຄັ້ງຂອງທ່ານ ກັບອະດີດ
ເອກອັກຄະລັດຖະທູດ ຣັດເຊຍ ປະຈຳນະຄອນຫຼວງ ວໍຊິງຕັນ ທ່ານ ເຊີເກ ຄິສລີຢັກ
ໃນເດືອນທັນວາ 2016.

ຂໍ້ກ່າວຫານັ້ນ ມີໂທດຈຳຄຸກເຖິງ 5 ປີ, ແຕ່ພາຍໃຕ້ແນວທາງປະຕິບັດການຕັດສິນໂທດ
ສະຫະລັດ ນັ້ນ, ການຕັດສິນໂທດຕໍ່າສຸດສຳລັບຄວາມຜິດດັ່ງກ່າວແມ່ນຈາກ ສູນ ຫາ 6
ເດືອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG