ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Trump ອາດໄດ້ຫຼີກລ່ຽງ ການເສຍພາສີ ມາໄດ້ຫຼາຍທົດສະວັດແລ້ວ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ
ທ່ານ Donald Trumpແຈກລາຍເຊັນໃສ່ໝວກໃບໜຶ່ງຫຼັງ
ຈາກການຊຸມນຸມໂຄສະນາຫາສຽງຢູ່ເມືອງ Novi, ລັດ
Michigan, 30 ກັນຍາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trumpແຈກລາຍເຊັນໃສ່ໝວກໃບໜຶ່ງຫຼັງ ຈາກການຊຸມນຸມໂຄສະນາຫາສຽງຢູ່ເມືອງ Novi, ລັດ Michigan, 30 ກັນຍາ, 2016.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສຫຣ ທ່ານ Donald Trump ໄດ້ແຈ້ງໄປ ໃນລາຍ ງານພາສີລາຍຮັບຂອງທ່ານໃນປີ 1995 ວ່າ ທ່ານໄດ້ສູນເສຍເງິນໄປ 916 ລ້ານ ໂດລາ ອີງຕາມບົດຄວາມບົດນຶ່ງໃນໜັງສືພິມ New York Timesສະບັບວັນເສົາວານນີ້. ລາຍ ງານນັ້ນເວົ້າວ່າ ຕາມກົດການ ການຫັກພາສີແລ້ວແມ່ນວ່າ ທ່ານ​ Trump ອາດຖືກອະນຸ ຍາດຢ່າງຖືກຕ້ອງຕາມກົດໝາຍ ໃຫ້ຍົກເວັ້ນຈ່າຍພາສີລາຍໄດ້ໃຫ້ຣັດຖະບານກາງຄືນ ເປັນເວລາເຖິງ 18 ປີ.

ການສູນເສຍເງິນເກືອບເຖິງນຶ່ງພັນລ້ານໂດລາ ເປັນຈຳນວນເງິນຫຼາຍພໍທີ່ຈະລົບລ້າງ ຫຼາຍກວ່າ 50 ລ້ານໂດລາ ຕໍ່ປີ ສຳລັບເສຍພາສີລາຍໄດ້ສຳລັບ 18 ປີ ອີງຕາມ ໜັງສືພິມ Times ນັ້ນ. ໜັງສືພິມດັ່ງກ່າວເວົ້າວ່າ ຕົນໄດ້ຫາລືກັບ ນັກຊ່ຽວຊານດ້ານການເກັບພາສີ ຜູ້ຊ່ຶງບໍ່ໄດ້ມອງເຫັນວ່າ ມີອັນໃດຜິດກົດໝາຍ ຢູ່ໃນເອກະສານພາສີຂອງທ່ານ Trump ທີ່ ສວຍໂອກາດໃຊ້ຊ່ອງໂວ່ຂອງພາສີມາດຕານີ້ ຊຶ່ງ “ໂດຍສະເພາະແລ້ວ ເຮັດຂຶ້ນມາໂດຍ ວົງຕະກູນອາເມຣິກັນ ເຊັ່ນ ວົງຕະກູນ Trump ນີ້ ຊຶ່ງບໍ່ເປີດເຜີຍຄວາມຮັ່ງມີຂອງຕົນ ໄວ້ ແຕ່ສະເພາະເຄືອຄ່າຍຄູ່ຮ່ວມງານ ບໍຣິສັດຫ້າງຮ້ານທີ່ມີສ່ວນກ່ຽວຂ້ອງກັນເທົ່າ ນັ້ນ."

ທ່ານນາງ Hillary Clinton ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຈາກພັກ Democratໄດ້ຕັ້ງຂໍ້ສົງໄສຢູ່ໃນການໂຕ້ວາທີຂອງປະທານາທິບໍດີໃນວັນຈັນຜ່ານມາວ່າ ທ່ານ Trump ບໍ່ໄດ້ເປີດເຜີຍພາສີລາຍໄດ້ຂອງເພິ່ນກໍເພາະວ່າ ຖ້າເພິ່ນເຜີຍແບ ມັນກໍຈະເຮັດໃຫ້ເຫັນ ວ່າ ເພິ່ນບໍ່ໄດ້ຈ່າຍພາສີຫຽັງໃຫ້ຣັດຖະບານກາງເລີຍ. ທ່ານTrump ໄດ້ໂຕ້ຕອບທ່ານນາງ ຄລິນຕັນວ່າ “ນັ້ນແຫຼ໊ະ ຄືຄວາມສະຫຼາດຂອງຂ້າພະເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Presidential Elections Taxes
please wait

No media source currently available

0:00 0:00:56 0:00

XS
SM
MD
LG