ປະທານາທິບໍດີດໍໂນລ ທຣຳ ກ່າວໃນວັນອາທິດວານນີ້ວ່າ ໄອຍະການພິເສດ ທ່ານໂຣ
ເບີຣຕ໌ ມັລເລີ ບໍ່ສົມຄວນຈະໃຫ້ການຕໍ່ໜ້າລັດຖະສະພາ ໂດຍປະຖິ້ມຄຳປະກາດຂອງ
ທ່ານໃນເມື່ອກ່ອນທີ່ກ່າວວ່າ ຈະປ່ອຍການຕັດສິນໃຈໃຫ້ເປັນຂອງລັດຖະມົນຕີຍຸຕິ
ທຳນັ້ນ.
ໄດ້ມີການເພີ້ມຄວາມເຄັ່ງຕືງກັບສະພາຕ່ຳພັກເດໂມແຄຣັດ ໃນຂະນະທີ່ເຂົາເຈົ້າຊອກ
ຫາທາງນຳເອົາທ່ານມັລເລີ ມາລາຍງານຕໍ່ໜ້າຄະນະກຳມະການຕຸລາການ ປະທານາ
ທິບໍດີທຣຳ ໄດ້ສົ່ງຂໍ້ຄວາມທາງທວິດເຕີວ່າ “ບໍ່ໃຫ້ມີການເຮັດຄືນໃໝ່ອີກ ສຳລັບພວກ
ເດໂມແຄຣັດ.” ທ່ານກ່າວເພີ້ມອີກວ່າ “ເຂົາເຈົ້າຊອກຫາການເຮັດຄືນໃໝ່ ເພາະວ່າ
ເຂົາເຈົ້າກຽດຊັງ ທີ່ໄດ້ເຫັນການສະຫລຸບທີ່ວ່າບໍ່ໄດ້ມີການຮ່ວມມື ບໍ່ມີການສົມຮູ້ຮ່ວມ
ຄິດ ຫຍັງເລີຍ.”
ພວກເດໂມແຄຣັດກຳລັງຊອກາຫາຂໍ້ມູນເພີ້ມເຕີມ ກ່ຽວກັບລາຍງານຂອງທ່ານມັລເລີ ເລື້ອງການສືບສວນຣັດເຊຍ. ທ່ານລິນຊີ ແກຣມ ສັງກັດພັກຣີພັບບລິກັນ ຈາກລັດຄາ
ໂຣໄລນາໃຕ້ ກ່າວວ່າທ່ານບໍ່ມີແຜນທີ່ຈະເຊີນ ທ່ານມັລເລີມາໃຫ້ການຕໍ່ລາຍງານ.
ປະທານາທິບໍດີທຣຳ ໄດ້ບອກບັນດານັກຂ່າວຢູ່ໃນຫ້ອງການທຳນຽບຂາວ ອາທິດແລ້ວ
ນີ້ວ່າ ການໃຫ້ການຈາກທ່ານມັລເລີ “ຂຶ້ນຢູ່ກັບລັດຖະມົນຕີຍຸຕິທຳຂອງພວກເຮົາ.” ທ່ານ
ວິລລຽມ ບາຣ ໄດ້ກ່າວວ່າ ທ່ານບໍ່ມີຫຍັງຂັດຂ້ອງ ທີ່ຈະໃຫ້ທ່ານມັລເລີ ໄປໃຫ້ການ.
ທ່ານປະທານາທິບໍດີ ໄດ້ຂຽນສົ່ງຂໍ້ຄວາມທາງທວິດເຕີໄປ ຫຼັງຈາກເດໂມແຄຣັດຄົນນຶ່ງ
ທີ່ຢູ່ໃນຄະນະກຳມະການ ກ່າວວ່າ ທ່ານຫວັງວ່າ ທ່ານມັລເລີຈະໃຫ້ການ ໂດຍໃຫ້ຂໍ້ສັງ
ເກດວ່າ ໃນວັນທີ 15 ພຶດສະພາ ໄດ້ສະເໜີໄປແລ້ວ.
ສະມາຊິກສະພາຕ່ຳ ຈາກລັດໂຣດໄອແລນ ທ່ານເດວິດ ຊິຊິລລິນ ໄດ້ກ່າວຕໍ່ໂທລະພາບ
“Fox News Sunday” ວ່າ “ພວກເຮົາຫວັງວ່າໄອຍະການພິເສດຈະປາກົດໂຕ” ໃນເວ
ລານັ້ນ ແລະນັ້ນ “ພວກເຮົາຄິດວ່າຊາວອາເມຣິກັນມີສິດທິ ທີ່ຈະໄດ້ຍິນຈາກທ່ານ
ໂດຍກົງ.”
ທ່ານຊິຊິລລິນ ຕໍ່ມາໄດ້ສົ່ງຂໍ້ຄວາມທາງທວິດເຕີວ່າ “ບໍ່ມີຫຍັງໄດ້ເປັນທີ່ຕົກລົງກັນເທື່ອ.”
ປະທານກຳມະການສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານເຈີຣໂຣນ ແນດເລີ ຈາກ
ນິວຢອກ ໄດ້ກ່າວໃນອາທິດແລ້ວນີ້ວ່າຄະນະກຳມະການໄດ້ “ຢືນຢັນມາເຖິງມື້ນີ້” ຕໍ່
ການໃຫ້ການຂອງທ່ານມັນເລີ ແລະຫວັງວ່າມັນຈະແມ່ນວັນທີ 15 ພຶດສະພານີ້.