ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ 'ນັບຖື' ທ່ານພູຕິນ ແຕ່ບໍ່ແນ່ໃຈວ່າ ທັງສອງຈະເຂົ້າກັນໄດ້ ຫຼືບໍ່


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢຸດເຊົາຊົ່ວ
ຄາວ ໃນຂະນະທີ່ ທ່ານໂອ້ລົມກັບພວກນັກຂ່າວ ຜູ້ທີ່ເປັນ
ສະມາຊິກ ຂອງກຸ່ມນັກຂ່າວປະຈຳທຳນຽບຂາວ ທີ່ກຳລັງ
ເດີນທາງໄປກັບ ເຮືອບິນ Air Force One ໃນລະຫວ່າງ
ການບິນໄປຍັງເມືອງ Palm Beach, ລັດ Florida, ວັນທີ 3 ກຸມພາ 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢຸດເຊົາຊົ່ວ ຄາວ ໃນຂະນະທີ່ ທ່ານໂອ້ລົມກັບພວກນັກຂ່າວ ຜູ້ທີ່ເປັນ ສະມາຊິກ ຂອງກຸ່ມນັກຂ່າວປະຈຳທຳນຽບຂາວ ທີ່ກຳລັງ ເດີນທາງໄປກັບ ເຮືອບິນ Air Force One ໃນລະຫວ່າງ ການບິນໄປຍັງເມືອງ Palm Beach, ລັດ Florida, ວັນທີ 3 ກຸມພາ 2017.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານຄິດວ່າ ທ່ານ “ນັບຖື” ປະທານາທິບໍດີ
ຣັດເຊຍ ວາລາດີເມ້ຍ ພູຕິນ ແຕ່ພວກເພິ່ນ ອາດຈະບໍ່ຈຳເປັນຕ້ອງເຂົ້າກັນໄດ້.

ທ່ານທຣຳ ໄດ້ກ່າວຕໍ່ ລາຍການຂ່າວ ໂທລະພາບ Fox News ໃນການໃຫ້ສຳພາດ
ກ່ອນການແຂ່ງຂັນຊິງແຊ້ມ Super Bowl ໃນວັນອາທິດວານນີ້ ວ່າ “ຂ້າພະເຈົ້າ
ກ່າວວ່າ ມັນເປັນການດີກວ່າ ທີ່ຈະເປັນມິດກັບ ຣັດເຊຍ ແທນທີ່ຈະບໍ່ເປັນ. ແລະ
ຖ້າຣັດເຊຍ ຊ່ອຍເຫຼືອພວກເຮົາ ໃນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ ລັດອິສລາມ
ເຊິ່ງແມ່ນການຕໍ່ສູ້ຂະໜາດໃຫຍ່ ແລະ ກຸ່ມກໍ່ການຮ້າຍອິສລາມ ທົ່ວທຸກຫົນແຫ່ງ
ໃນໂລກ--ອັນນັ້ນ ເປັນສິ່ງທີ່ດີ. ຂ້າພະເຈົ້າຈະເຂົ້າກັບເພິ່ນໄດ້ຫຼືບໍ່? ຂ້າພະເຈົ້າ
ກໍບໍ່ຮູ້.”

ໃນເວລາຖືກຖາມກ່ຽວກັບ ຄວາມຮ້າຍກາດທີ່ໄດ້ກະທຳໄປໂດຍ ທ່ານພູຕິນ ທີ່ຜ່ານມາ
ແລະ ທ່ານທຣຳ ຍັງອາດຈະນັບຖືເພິ່ນໄດ້ແນວໃດ ໃນເມື່ອຮູ້ຈັກປະຫວັດອັນນີ້ແລ້ວ
ເຊິ່ງທ່ານທຣຳ ກ່າວວ່າ ຣັດເຊຍ ກໍຄ້າຍຄືກັນກັບ ສະຫະລັດ.

ທ່ານທຣຳ ໄດ້ເວົ້າວ່າ “ມີພວກຄາດຕະກອນຫຼວງຫຼາຍ. ພວກເຮົາກໍມີຄາດຕະກອນ
ຫຼວງຫຼາຍ. ທ່ານຄິດວ່າຈັ່ງໃດ? ປະເທດຂອງພວກເຮົາ ບໍ່ໄດ້ເຮັດຫຽັງຜິດບໍ?”

ໂດຍການຕອບຕໍ່ ອົງການຂ່າວ CNN ເຖິງຄຳເຫັນດັ່ງກ່າວເຫຼົ່ານັ້ນຂອງທ່ານທຣຳ
ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell ໄດ້ກ່າວວ່າ ທ່ານບໍ່
ຄິດວ່າ “ອັນໃດແນ່ທີ່ທຽບເທົ່າ” ລະຫວ່າງ ສະຫະລັດ ແລະ ທ່ານພູຕິນ.

ອົງການສືບລັບ ສະຫະລັດຕ່າງໆ ໄດ້ກ່າວຫາ ຣັດເຊຍ ໃນການລັກເຈາະຂໍ້ມູນ
ຄອມພິວເຕີ ທີ່ກ່ຽວຂ້ອງກັບ ພັກເດໂມແຄຣັດ ອັນເປັນສ່ວນນຶ່ງ ຂອງຄວາມພະຍາ
ຍາມ ອັນກວ້າງໃຫຍ່ ທີ່ແນເປົ້າໝາຍໃສ່ ເພື່ອແຊກແຊງເຂົ້າໃນການເລືອກຕັ້ງ
ປະທານາທິບໍດີ ຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາລາວ

XS
SM
MD
LG