ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານພ້ອມແລ້ວ ທີ່ຈະເຈລະຈາ ກັບ ປະທານາທິບໍດີ ອີຣ່ານ ໂດຍກົງ


ປະທານາທິບໍດີ ດໍໂນລ ທຣຳ ຮັບຟັງ ປະທານາທິບໍດີ ຂອງອີຕາລີ ທ່ານ ຈິສເສັປເປ ຄອນຕີ ທີ່ກຳລັງກ່າວໃນລະ
ຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນຫ້ອງກຳຕາເວັນ
ອອກ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 30 ກໍລະກົດ 2018.
ປະທານາທິບໍດີ ດໍໂນລ ທຣຳ ຮັບຟັງ ປະທານາທິບໍດີ ຂອງອີຕາລີ ທ່ານ ຈິສເສັປເປ ຄອນຕີ ທີ່ກຳລັງກ່າວໃນລະ ຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນຫ້ອງກຳຕາເວັນ ອອກ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 30 ກໍລະກົດ 2018.

ໃນວັນຈັນວານນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ອອກຖະແຫລງການ
ຢ່າງຊັດເຈນທີ່ສຸດ ວ່າ ທ່ານເປີດອົກເປີດໃຈ ທີ່ຈະເຈລະຈາ ກັບ ອີຣ່ານ ໂດຍກົງ.

ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັບ ນາຍົກລັດຖະມົນຕີ ອີຕາລີ ທ່ານ
ຈິສເສັປເປ ຄອນຕີ (Giuseppe Conte) ທ່ານ ທຣຳ ໄດ້ຖືກຖາມໂດຍນັກຂ່າວຄົນນຶ່ງ
ວ່າ ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ຈະເຕັມໃຈ ພົບປະກັບທ່ານຫຼືບໍ່.

ທ່ານທຣຳ ໄດ້ຕອບວ່າ “ຂ້າພະເຈົ້າເຊື່ອ ໃນການພົບປະກັນ. ໃນການໂອ້ລົມກັບຄົນ
ອື່ີນ ໂດຍສະເພາະ ໃນເວລາ ທີ່ທ່ານຢາກເຈລະຈາ ກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນ
ເຊັ່ນ ສົງຄາມ ແລະການຕາຍ ແລະຄວາມອຶດຢາກ ແລະສິ່ງອື່ນໆຫຼາຍຢ່າງ ເຈົ້າກໍ
ຕ້ອງໄດ້ພົບປະກັນ. ບໍ່ມີຫຍັງຜິດເລີຍ ໃນການພົບປະກັນ.”

ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວໃນລະຫວ່າງ ການພົບປະ ກັບບັນດາຜູ້ນຳ ຊາວມຸສລິມ ແລະ ບັນດານັກປາດ ຢູ່ໃນນະຄອນ ໄຮເດີຣາບາດ ຂອງອິນເດຍ, ວັນທີ 15 ກຸມພາ 2018.
ປະທານາທິບໍດີ ຂອງອີຣ່ານ ທ່ານ ຮາຊານ ຣູຮານີ ກ່າວໃນລະຫວ່າງ ການພົບປະ ກັບບັນດາຜູ້ນຳ ຊາວມຸສລິມ ແລະ ບັນດານັກປາດ ຢູ່ໃນນະຄອນ ໄຮເດີຣາບາດ ຂອງອິນເດຍ, ວັນທີ 15 ກຸມພາ 2018.

ທ່ານ ທຣຳ ໄດ້ຍົກໃຫ້ເຫັນ ໃນການປຶກສາຫາລື ກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ
ແລະ ປະທານາທິບໍດີ ຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ສອງຕໍ່ສອງ ເມື່ອບໍ່ດົນມານີ້
ອັນເປັນໂຕຢ່າງ ຂອງການພົວພັນໂດຍກົງທາງການທູດ ກັບບັນດາຜູ້ນຳ ທີ່ເຫັນວ່າ ເປັນ
ສັດຕູ ສຳລັບຜົນປະໂຫຍດຕ່າງໆ ຂອງສະຫະລັດ.

ທ່ານ ທຣຳ ໄດ້ກ່າວຕື່ມວ່າ “ສະນັ້ນ ຂ້າພະເຈົ້າ ຈຶ່ງເຊື່ອໝັ້ນວ່າ ຈະໄດ້ພົບປະກັບ
ອີຣ່ານ ຖ້າພວກເຂົາເຈົ້າຢາກຈະພົບ. ຂ້າພະເຈົ້າບໍ່ຮູ້ວ່າ ພວກເຂົາເຈົ້າພ້ອມແລ້ວ
ຫຼືຫຍັງ. ພວກເຂົາເຈົ້າ ມີຄວາມຫຍຸ້ງຍາກຢູ່ ໃນເວລານີ້. ຂ້າພະເຈົ້າພ້ອມແລ້ວ ທີ່
ຈະພົບປະ ໃນເວລາໃດກໍໄດ້ ທີ່ພວກເຂົາເຈົ້າຢາກຈະພົບ.”

ເມື່ອຖືກຖາມວ່າ ຖ້າຫາກທ່ານ ຣູຮານນີ ມີເງື່ອນໄຂໃດໆລ່ວງໜ້າ ສຳລັບການພົບປະ
ກັນນັ້ນເດ ທ່ານ ທຣຳ ໄດ້ຕອບວ່າ “ຈະບໍ່ມີເງື່ອນໄຂລ່ວງໜ້າ. ຖ້າພວກເຂົາ ຢາກພົບ
ຂ້າພະເຈົ້າກໍຈະພົບ.”

ຫຼັງຈາກນັ້ນ ຢູ່ໃນການໃຫ້ສຳພາດ ກັບ CNBC ເຄືອຂ່າຍໂທລະພາບຈັບຈອງ ລັດຖະ
ມົນຕີ ວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວວ່າ ທ່ານ ທຣຳ ພ້ອມທີ່ຈະ
ນັ່ງລົມກັບພວກອີຣ່ານ ຖ້າພວກເຂົາເຈົ້າ “ຍິນຍອມທີ່ຈະປ່ຽນແປງພື້ນຖານ ໃນວິທີ
ການ ທີ່ພວກເຂົາເຈົ້າກະທຳ ຕໍ່ປະຊາຊົນຂອງພວກເຂົາເຈົ້າເອງ ຫລຸດຜ່ອນພຶດຕິກຳ
ປອງຮ້າຍຂອງພວກເຂົາເຈົ້າລົງ”
ແລະ ຕົກລົງເຫັນດີ ວ່າ ມັນເປັນສິ່ງທີ່ກຸ້ມຄ່າ ທີ່ຈະມີ
ສັນຍານິວເຄລຍ ເອົາໄວ້ “ທີ່ຈະປ້ອງກັນການແຜ່ຜາຍອາວຸດນິວເຄລຍຢ່າງແທ້ຈິງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG