ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ທ່ານປູຕິນ ຄົງຢາກໃຫ້ ທ່ານນາງ ຄລິນຕັນ ເປັນຜູ້ຊະນະ ຫຼາຍກວ່າ


ໃນວັນທີ 24 ກຸມພາ 2016, ຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ຮ່ວມກັບທ່ານ Pat Robertson ຍົກມື ທັກທາຍ ໃນເວລາທີ່ທ່ານເດືອນທາງໄປປາກົດຕົວທີ່ມະຫາວິທະຍາໄລ Regent ໃນເມືອງ Virginia Beach, ລັດ ເວີຈິເນຍ.
ໃນວັນທີ 24 ກຸມພາ 2016, ຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ ດໍໂນລ ທຣຳ ຮ່ວມກັບທ່ານ Pat Robertson ຍົກມື ທັກທາຍ ໃນເວລາທີ່ທ່ານເດືອນທາງໄປປາກົດຕົວທີ່ມະຫາວິທະຍາໄລ Regent ໃນເມືອງ Virginia Beach, ລັດ ເວີຈິເນຍ.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ຄົງຢາກໃຫ້ທ່ານນາງ Hillary Clinton
ດຳລົງຕຳແໜ່ງໃນທຳນຽບຂາວ ຫຼາຍກວ່າທ່ານ ດໍໂນລ ທຣຳ, ອີງຕາມການກ່າວອ້າງ
ຂອງປະທານາທິບໍດີສະຫະລັດ ໃນວັນພຸດວານນີ້.

ທ່ານ ທຣຳ ໄດ້ກ່າວຕໍ່ຜູ້ກໍ່ຕັ້ງເຄືອຂ່າຍກະຈາຍສຽງ ຄຣິສຕຽນ ຫຼື CBN, ທ່ານ Pat
Robertson ວ່າ “ຖ້າທ່ານນາງ Hillary ໄດ້ຊະນະ, ກອງທັບຂອງພວກເຮົາຈະຖືກທຳ
ລາຍຢ່າງໜັກ. ພະລັງງານຂອງພວກເຮົາກໍຈະມີລາຄາແພງຫຼາຍກວ່ານີ້.”

ທ່ານປະທານາທິບໍດີໄດ້ກ່າວເພີ່ມເຕີມວ່າ “ນັ້ນແມ່ນສິ່ງທີ່ທ່ານປູຕິນ ບໍ່ມັກ ກ່ຽວກັບ ຂ້າ
ພະເຈົ້າ, ແລະ ຍ້ອນແນວນັ້ນ ຂ້າພະເຈົ້າຈຶ່ງເວົ້າວ່າ, ເປັນຫຍັງລາວຈຶ່ງຈະຢາກໄດ້ຂ້າ
ພະເຈົ້າ? ເພາະວ່າຕັ້ງແຕ່ມື້ທຳອິດຂ້າພະເຈົ້າຢາກມີກອງທັບທີ່ເຂັ້ມແຂງ. ລາວບໍ່ຢາກ
ໃຫ້ເປັນແນວນັ້ນດອກ.”

ເຄືອຂ່າຍ CBN ໄດ້ເປີດເຜີຍການສຳພາດບາງ​ຕອນ ອອກທາງອອນລາຍ ໃນວັນພຸດ
ວານນີ້. ເຄືອຂ່າຍດັ່ງກ່າວ, ເຊິ່ງເວົ້າວ່າລາຍງານຂອງພວກເຂົາເຈົ້າສະໜອງ “ແນວຄິດ
ດ້ານສາສະໜາຄຣິສຕຽນ”
ໃນຂ່າວ, ແລະ ຈະເປີດເຜີຍສະບັບສົມບູນ ໃນວັນພະຫັດມື້
ນີ້, ໃນຖານະທີ່ເປັນສ່ວນໜຶ່ງຂອງລາຍການ “700 club” ຂອງພວກເຂົາເຈົ້າ.

ທ່ານ ທຣຳ ໄດ້ກ່າວວ່າ “ການພົບປະທີ່ດີເລີດ” ຄັ້ງທຳອິດ ຂອງທ່ານກັບທ່ານ ປູຕິນ ໃນສັບປະດາແລ້ວນີ້, ຢູ່​ຂ້າງ​ນອກກອງປະຊຸມສຸດຍອດ ກຸ່ມ G20 ໃນປະເທດ ເຢຍຣະມັນ,
ແມ່ນມີປະສິດທິຜົນ ເຖິງແມ່ນວ່າພວກເພິ່ນຈະມີຄວາມເຫັນບາງຢ່າງແຕກຕ່າງກັນກໍ
ຕາມ.

ທ່ານປະທານາທິບໍດີໄດ້ເວົ້າວ່າ “ພວກເຮົາຕ້ອງການປຶກສາຫາລືກັບທຸກໆຄົນ.”

ທ່ານ ທຣຳ ໄດ້ກ່າວໃນລາຍງານທີ່ສະໜອງໃຫ້ໂດຍເຄືອຂ່າຍ CBN ວ່າ “ຄືວ່າ, ທ່ານ
ຢາກໄດ້ສິ່ງທີ່ດີສຳລັບ ຣັດເຊຍ, ແລະ ຂ້າພະເຈົ້າກໍຢາກໄດ້ສິ່ງທີ່ດີສຳລັບ ສະຫະລັດ.
ແລະ ຂ້າພະເຈົ້າຄິດວ່າ ກໍລະນີຄື ຊີເຣຍ ບ່ອນທີ່ພວກເຮົາສາມາດ ເຂົ້າກັນໄດ້, ທຳ
ການຢຸດຍິງ, ແລະ ມັນກໍມີຫຼາຍໆກໍລະນີ ທີ່ການເຂົ້າກັນສາມາດເປັນສິ່ງທີ່ມີແງ່ບວກ
ຫຼາຍ. ແຕ່ທຸກໆເທື່ອທ່ານ ປູຕິນ ຈະຢາກໃຫ້ ຣັດເຊຍ ແລະ ທ່ານ ທຣຳ ຈະຢາກໃຫ້
ສະຫະລັດ ປະສົບຄວາມສຳເລັດ ແລະ ນັ້ນກໍແມ່ນແນວທາງຂອງມັນ.”

ການຢຸດຍິງໃນ ຊີເຣຍ ປັດຈຸບັນນີ້ ຍັງຄົງເປັນໄປດ້ວຍດີ, ກົງກັນຂ້າມກັບຄວາມພະຍາ
ຍາມທີ່ຈະຢຸດຄວາມຮຸນແຮງຢູ່ທີ່ນັ້ນ ໃນຄັ້ງທີ່ຜ່ານມາ, ເຊິ່ງທ່ານ ທຣຳ ໄດ້ກ່າວວ່າ
“ຄວບຄຸມບໍ່ໄດ້ເລີຍ.”

ຕໍ່ຄວາມສຳເລັດໃນຄັ້ງນີ້, ທ່ານໄດ້ກ່າວວ່າ ແມ່ນ “ຍ້ອນປະທານາທິ ບໍດີ ປູຕິນ ແລະ ປະທານາທິບໍດີ ທຣຳ ໄດ້​ເຮັດຂໍ້ຕົກລົງ, ແລະ ມັນຖືກຄວບຄຸມໄດ້. ຕອນນີ້ຂ້າພະເຈົ້າ
ບໍ່ຮູ້ວ່າ ຕໍ່ໄປຈະມີຫຍັງເກີດຂຶ້ນ. ບາງເທື່ອໃນຂະນະທີ່ພວກເຮົາກຳລັງເວົ້າຢູ່ນີ້ ພວກ
ເຂົາກໍເລີ່ມຍິງກັນອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Defends Outreach to Russia and His Son Donald Jr.
please wait

No media source currently available

0:00 0:02:32 0:00

XS
SM
MD
LG