ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ວ່າ ‘ບໍ່ພຽງພໍເລີຍ’ ໃນຄວາມຄືບໜ້າ ຂອງການເຈລະຈາ ລະຫວ່າງ ເມັກຊິໂກ ກັບ ສະຫະລັດ


ພວກຍົກຍາຍຖິ່ນຖານຊາວອາເມຣິກາກາງ ຫຼາຍຮ້ອຍຄົນພາກັນ ຍ່າງມາພ້ອມກັນຢູ່ທາງຫຼວງ, ຫຼັງຈາກທີ່ໄດ້ຂ້າມປະເທດກົວເຕມາລາ ໄປຫາຊາຍແດນເມັກຊິໂກ ໃກ້ໆກັບເມືອງ ຊີອະດາດ ຮີດາລໂກ (Ciudad Hidalgo) ຂອງເມັກຊິໂກ, ວັນທີ 5 ມິຖຸນາ 2019.
ພວກຍົກຍາຍຖິ່ນຖານຊາວອາເມຣິກາກາງ ຫຼາຍຮ້ອຍຄົນພາກັນ ຍ່າງມາພ້ອມກັນຢູ່ທາງຫຼວງ, ຫຼັງຈາກທີ່ໄດ້ຂ້າມປະເທດກົວເຕມາລາ ໄປຫາຊາຍແດນເມັກຊິໂກ ໃກ້ໆກັບເມືອງ ຊີອະດາດ ຮີດາລໂກ (Ciudad Hidalgo) ຂອງເມັກຊິໂກ, ວັນທີ 5 ມິຖຸນາ 2019.

ສະຫະລັດ ແລະເມັກຊິໂກ ຈະທຳການເຈລະຈາ​ກັນ​ຕື່ມ ໃນວັນພະຫັດມື້ນີ້ ກ່ຽວກັບ
ນະໂຍບາຍ ຄົນເຂົ້າເມືອງ ໃນຂະນະທີ່ເສັ້ນຕາຍກຳລັງໃກ້ເຂົ້າມາ ເພື່ອໃຫ້ ເມັກຊິໂກ
ເອົາມາດຕະການເພີ້ມຂຶ້ນ ສຳ​ລັບຄວບຄຸມຈຳນວນຂອງພວກຄົນທີ່ ພະຍາຍາມໄປ
ຮອດຊາຍແດນສະຫະລັດ ຫຼືບໍ່ດັ່ງນັ້ນກໍຈະປະເຊີນກັບການເກັບ ພາສີ ຕໍ່ສິນຄ້າຕ່າງໆ
ຂອງເມັກຊິໂກ ທີ່ສົ່ງມາຍັງຕະຫຼາດສະຫະລັດ.

ຖ້າບໍ່ສາມາດບັນລຸຂໍ້ຕົກລົງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂົ່ມຂູ່ວ່າ
ນຳໃຊ້ການເກັບພາສີ 5 ເປີເຊັນ ທີ່ຈະເລີ້ມຕົ້ນ ໃນວັນຈັນຈະມາເຖິງນີ້ ໂດຍຈະເພີ້ມຂຶ້ນ
ໃນແຕ່ລະເດືອນ ຈົນເຖິງ 25 ເປີເຊັນ ພາຍໃນ ເດືອນຕຸລາ.

ທ່ານທຣຳ ໄດ້ຂຽນລົງທວີດເຕີ້ເມື່ອຕອນແລງວັນພຸດວານນີ້ ວ່າ “ຄວາມຄືບໜ້າ ແມ່ນ
ກຳລັງດຳເນີນໄປ ແຕ່ກໍບໍ່ພຽງພໍເລີຍ! ພາສີທີ່ສູງຂຶ້ນຊ່ຳໃດ ຈຳນວນຂອງບໍລິສັດທັງ
ຫຼາຍທີ່ຈະກັບຄືນມາຍັງສະຫະລັດ ກໍຈະສູງຂຶ້ນ!”

ທ່ານໄດ້ກ່າວຕື່ມໃນວັນພະຫັດມື້ນີ້ ໃນຄຳເຫັນທີ່ທ່ານໄດ້ໃຫ້ຕໍ່ບັນດານັກຂ່າວວ່າ“ພວກ
ເຮົາໄດ້ບອກເມັກຊິໂກວ່າ ການເກັບພາສີຈະມີຕໍ່ໄປ ແລະຂ້າພະເຈົ້າເອົາ ຈິງເອົາຈັງ.”

ລັດຖະມົນຕີວ່າການຕ່າງປະເທດຂອງເມັກຊິໂກ ທ່ານມາແຊໂລ ອີບຣາດ ຜູ້ທີ່ໄດ້ນຳພາ
ຄະນະຜູ້ແທນນັກເຈລະຈາມາຍັງວໍຊິຕັນ ໃນສັບປະດານີ້ ໄດ້ກ່າວວ່າ ຫຼັງຈາກການເຈ
ລະຈາຫຼາຍຮອບໄດ້ສິ້ນສຸດລົງໃນວັນພຸດວານນີ້ ຊຶ່ງທ່ານຍັງຄົງ ມີຄວາມຫວັງໃນແງ່ດີ
ທີ່ທັງສອງຝ່າຍຈະຮ່ວມກັນຕົກລົງກັນໄດ້.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ສິ່ງທີ່ພວກເຮົາຢາກຈະຫລີກລ່ຽງ ແມ່ນຜົນກະທົບ
ຂອງການເກັບພາສີ ຕໍ່ເສດຖະກິດຂອງທັງສອງປະເທດ ຕໍ່ພວກຜູ້ບໍລິໂພກ ຕໍ່ປະຊາ
ຊົນຂອງທັງສອງປະເທດ.”

ທ່ານໄດ້ກ່າວຕື່ມວ່າ ທັງສອງປະເທດ ສາມາດທີ່ຈະນຳສະເໜີຈຸດຢືນ ຂອງແຕ່ລະຝ່າຍ
ແລະການເຈລະຈາ ກໍຈະສືບຕໍ່ໄປ.

ປະທານາທິບໍດີ ເມັກຊິໂກ ທ່ານອານເດຣສ໌ ມານູແອລ ໂລເປັສ ໂອບຣາດໍ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ພະຣາຊະວັງແຫ່ງຊາດ ໃນນະຄອນຫຼວງເມັກຊິໂກຊີຕີ, ວັນທີ 31 ພຶດສະພາ 2019.
ປະທານາທິບໍດີ ເມັກຊິໂກ ທ່ານອານເດຣສ໌ ມານູແອລ ໂລເປັສ ໂອບຣາດໍ ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ພະຣາຊະວັງແຫ່ງຊາດ ໃນນະຄອນຫຼວງເມັກຊິໂກຊີຕີ, ວັນທີ 31 ພຶດສະພາ 2019.

ໃນນະຄອນຫຼວງເມັກຊິໂກຊີຕີ ປະທານາທິບໍດີ ອານເດຣສ໌ ມານູແອລ ໂລເປັສ
ໂອບຣາດໍ ໄດ້ເນັ້ນຢ້ຳໃນຈຸດຢືນທີ່ມີຄວາມຫວັງໃນແງ່ດີຂອງທ່ານເອງ.

ທ່ານໂລເປັສ ໂອບຣາດໍ ໄດ້ກ່າວວ່າ “ພວກເຮົາຄຶດວ່າ ຂໍ້ຕົກລົງ ຈະບັນລຸໄດ້ ກໍຍ້ອນວ່າ
ມັນເປັນສິ່ງທີ່ດີທີ່ສຸດສຳລັບເມັກຊິໂກ ແລະສະຫະລັດ ເພື່ອຈະຮັກ ສາໄວ້ສາຍສຳພັນ
ທີ່ເປັນມິດ....ທີ່ວ່າ ຈະມີການສື່ສານຕິດຕໍ່ຫາກັນແລະຄວາມ ເຂົ້າອົກເຂົ້າໃຈກັນ. ສິ່ງ
ທີ່ດີທີ່ສຸດ ແມ່ນການຄ້າເສລີ...ບໍ່ແມ່ນການປິດກັ້ນພວກເຮົາ.”

ເພື່ອການຫລຸດຜ່ອນຈຳນວນພວກຄົນ​ເຂົ້າ​ເມືອງ ທັງສອງປະເທດເພື່ອນບ້ານໄດ້ທຳ
ການປຶກສາຫາລືກັນ ໃນຂໍ້ສະເໜີຂໍ້ຕົກລົງ ທີ່ວ່າ “ປະເທດທີສາມທີ່ປອດໄພ” ທີ່ອາດ
ຈະຕັດຈຳນວນພວກທີ່ສະແຫວງຂໍລີ້ໄພ ຜູ້ທີ່ເດີນທາງຜ່ານເມັກຊິກໂກ ໃນຄວາມພະຍາ
ຍາມຈະໄປຮອດສະຫະລັດ ໄດ້ຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG