ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ. ທຣຳ ວ່າ ການເຈລະຈາ ກັບເກົາຫຼີເໜືອ 'ກຳລັງດີເລີດ' ແຕ່ເກົາຫຼີເໜືອ ບໍ່ເຫັນພ້ອມ


ພາບຖ່າຍເມື່ອວັນທີ 28 ກຸມພາ 2019, ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ-ອຶນ ຍ່າງຄຽງຂ້າງກັນ ຫຼັງຈາກ ການພົບປະກັນ ຢູ່ທີ່ໂຮງແຮມ Sofitel Legend Metropole Hanoi, ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ.
ພາບຖ່າຍເມື່ອວັນທີ 28 ກຸມພາ 2019, ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ-ອຶນ ຍ່າງຄຽງຂ້າງກັນ ຫຼັງຈາກ ການພົບປະກັນ ຢູ່ທີ່ໂຮງແຮມ Sofitel Legend Metropole Hanoi, ໃນນະຄອນຫຼວງຮາໂນ່ຍ ຂອງຫວຽດນາມ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢືນຢັດວ່າ ນະໂຍບາຍເກົາຫຼີເໜືອ ຂອງ
ທ່ານ ແມ່ນ “ກຳລັງດີເລີດ.” ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ກ່າວວ່າ
ການເຈລະຈາ ກັບພຽງຢາງ ແມ່ນ “ກຳລັງກ້າວໜ້າຂຶ້ນເລື້ອຍໆ.”

ກ່ອນໜ້າການເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ໃນທ້າຍສັບປະດານີ້ ຝ່າຍດຽວເທົ່ານັ້ນ
ທີ່ປາກົດວ່າ ບໍ່ເຫັນພ້ອມກ່ຽວກັບສິ່ງຕ່າງໆ ທີ່ກຳລັງດີເລີດນັ້ນ ກໍແມ່ນ ເກົາຫຼີເໜືອ.

ກະຊວງການຕ່າງປະເທດຂອງເກົາຫຼີເໜືອ ໃນວັນພະຫັດມື້ນີ້ ໄດ້ກ່າວຕຳໜິ ຕໍ່ວໍຊິງຕັນ
ແລະໂຊລ ທີ່ໄດ້ສະແດງທ່າທີວ່າ ຕົນອາດຈະຖອນໂຕອອກຈາກ ການເຈລະຈາ
ນິວເຄລຍ ທີ່ຢຸດສະງັກ ຢ່າງສິ້ນເຊີງ.

ຖະແຫລງການສະບັບນຶ່ງ ໄດ້ຖືກນຳລົງ ໃນອົງການສູນກາງຂ່າວຂອງເກົາຫຼີເໜືອ ທີ່
ໄດ້ເຕືອນວ່າ ບໍ່ມີການຮັບປະກັນວ່າ ການເຈລະຈາ ຈະເລີ້ມຄືນໃໝ່ ເຖິງແມ່ນວ່າ
ສະຫະລັດ “ເວົ້າຊ້ຳແລ້ວຊ້ຳອີກ ກ່ຽວກັບການຮື້ຟື້ນການເຈລະຈາ ຄ້າຍຄືກັບນົກ
ແກ້ວ ກໍຕາມ.”

ຖະແຫລງການນັ້ນ ຍັງໄດ້ກ່າວຢ້ຳຄຳເວົ້າຂອງຜູ້ນ້ຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່ວ່າ
ເສັ້ນຕາຍໃນທ້າຍປີ ເພືື່ອໃຫ້ ສະຫະລັດ ປ່ຽນແປງວິທີຂອງຕົນ ຕໍ່ການເຈລະຈາ
ນິວເຄລຍ.

“ສະຫະລັດ ຈະໄດ້ຮັບການແນະນຳທີ່ດີ ໂດຍໃຫ້ຄຳນຶງວ່າ ການກ່າວເຕືອນຊ້ຳແລ້ວ
ຊ້ຳອີກຂອງພວກເຮົານັ້ນ ບໍ່ແມ່ນພຽງແຕ່ຄຳເວົ້າລ້າໆ”
ນັ້ນແມ່ນຄຳເວົ້າຂອງທ່ານ
ຄວອນ ຈອງ ກັນ ຜູ້ອຳນວຍການໃຫຍ່ ຂອງກົມຮັບຜິດຊອບກິດຈະການອາເມຣິກາ
ຢູ່ທີ່ກະຊວງການຕ່າງປະເທດຂອງເກົາຫຼີເໜືອ.

ການ​ໃຫ້ຄຳເຫັນ​ດັ່ງ​ກ່າວ ຊີ້ໃຫ້ເຫັນເຖິງຊ່ອງຫວ່າງທີ່ຂະຫຍາຍກວ້າງອອກ ລະຫວ່າງ
ພາສາຂອງການປະນີປະນອມ ທີ່ໃຊ້ໂດຍພວກເຈົ້າໜ້າທີ່ ສະຫະລັດ ແລະເກົາຫຼີໃຕ້
ແຕ່ໃນອີກດ້ານນຶ່ງ ມີການເວົ້າຈາ ທີ່ກະທົບກະທັ່ງເພີ້ມຂຶ້ນ ຈາກເກົາຫຼີເໜືອ.

ທ່ານເດວິດ ກິມ ຜູ້ຊ່ຽວຊານ ໃນນະໂຍບາຍດ້ານຄວາມໝັ້ນຄົງ ໃນເຂດເອເຊຍຕາ
ເວັນອອກ ຢູ່ສູນກາງ Stimson ທີ່ມີຫ້ອງການຕັ້ງຢູ່ໃນວໍຊິງຕັນ ກ່າວວ່າ “ມັນມີການບໍ່ເຂົ້າໃຈກັນຂະໜາດໃຫຍ່. ເລື້ອງວິໄສທັດແມ່ນເປັນອີກເລື້ອງນຶ່ງ ແຕ່
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະມີທ່າແຮງຂອງຄວາມກ້າວໜ້າ ໃນສ່ວນນຶ່ງ ຢູ່ໃນ
ຂັ້ນເທິງ.”

ການ​ເຈ​ລະ​ຈາ​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ນັບ​ແຕ່ກອງ​ປະ​ຊຸມ​ສຸດຍອດ​ຢູ່​ຫວຽດ​ນາມ
ເມື່ອ​ເດືອນ​ກຸມ​ພາ​ ທີ່​ສິ້ນ​ສຸດ​ລົງ​ໂດຍ​ປາ​ສະ​ຈາກ​ຂໍ້​ຕົກ​ລົງ​ໃດໆ​. ທ່ານ​ກິມ​ບໍ່ພໍ​ໃຈ​ກັບບາດ
​ກ້າວ ​ໃນ​ການ​ຜ່ອນ​ຜັນ ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ ທ່ານ​ທ​ຣຳ ບໍ່​ພໍ​ໃຈທີ່​
ທ່ານ​ກິມ ບໍ່​ຍອມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ທີ່​ຈະ​ຍົກ​ເລີກ​ໂຄງ​ການ​ອາວຸດ​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ.
ນັບ​ແຕ່ນັ້ນ​ມາ ເກົາ​ຫຼີ​ເໜືອ​ກໍ​ບໍ່​ເອົາ​ຫົວ​ຊາຕໍ່​ການ​ຮ້ອງຂໍ​ຂອງ​ສະ​ຫະ​ລັດ ເພື່ອ​ໃຫ້​ເປີດ​
ການ​ເຈ​ລະ​ຈາ​ຄືນ​ໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG