ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ວ່າ ເກົາຫຼີເໜືອ ສະຫຼາດ ທີ່​ຈະ​​ໂຈະ​ ການ​ຍິງ​ລູກ​ສອນ​ໄຟ​ ໃສ່​ເກາະ Guam


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກຳລັງເດີນທາງ ໄປ New York ຈາກທຳນຽບຂາວ ທີ່ວໍຊີງຕັນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກຳລັງເດີນທາງ ໄປ New York ຈາກທຳນຽບຂາວ ທີ່ວໍຊີງຕັນ.

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວ​ວ່າ Kim Jong Un ​ຜູ້ນຳເກົາຫຼີ​ເໜືອ
​ໄດ້​ເຮັດ “ການ​ຕັດສິນ​ໃຈ​ທີ່ສະຫລາດແລະ​ມີ​ເຫດຜົນ” ທີ່​ຈະໂຈະ​ການ​ຍິງ​ລູກ​ສອນ​ໄຟ​
ໄປ​ຍັງ​ຝັ່ງ​ທະ​ເລໃນ​ເຂດ​ເກາະ Guam ທີ່​ເປັນ​ດິນ​ແດນ​ຂອງສະຫະລັດ​ນັ້ນ.​

ໃນ​ຄວາມ​ເຫັນ​ຂອງ​ທ່ານທຣຳ ທີ່​ຂຽນ​ລົງ​ໃນ Twitter ​ໃນ​ວັນ​ພຸດ​ວາ​ນນີ້ ວ່າ “ທາງ​ເລືອກ​
ນັ້ນ​ແມ່ນ​ຈະ​ມີ​ຂຶ້ນ​ທັງ​ສອງ​ແບບ ທັງເປັນຄວາມ​ຫາຍະນະ​ແລະ​ເປັນສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້.”

​ມີ​ການ​ອ້າງ​ຄຳ​ເວົ້າ​ ຂອງຜູ້ນຳເກົາຫຼີ​ເໜືອ ​ທີ່​ກ່າວ​ຕໍ່​ອົງການ​ຂ່າວ​ຂອງ​ທາງ​ການ ​ໃນ​ວັນ​
ອັງຄານ​ຜ່ານ​ມາ​ນີ້ວ່າ ​ໃນເວລາ​ນີ້ ທ່ານໄດ້​ຮຽກຮ້ອງ​ໃຫ້​ໂຈະແຜນການ​ທີ່​ຍິງລູກ​ສອນ​ໄຟ​ຂ້າມຍີ່ປຸ່ນໄປໃສ່ເຂດ​ນ່ານນ້ຳ​ໃກ້ໆ​ກັບເກາະ Guam ທີ່ຢູ່​ຫ່າງອອກ​ໄປ​ທາງ​ໃຕ້​ປະມານ
3 ພັນ 400 ກິ​ໂລ​ແມັດ ເພື່ອ​ເບິ່ງ​ວ່າ “​ພວກ Yankees ຍັງ​ຈະ​ສືບ​ຕໍ່ດື້ດ້ານ​ໃນ​ການ​ເອົາ​
ບາດ​ກ້າວ​ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ ​ແລະຍັງຄິດ​ຂາດ​ຄວາມ​ຮັບຜິດຊອບ​ຫຼືບໍ່.”

ຮອງປະທານາທິບໍດີ​ Mike Pence ​ໃນລະຫວ່າງການ​ຖະ​ແຫຼ​ງການ​ຮ່ວມ​ກັບ ທ່ານນາງ Michelle Bachelet ປະທານາທິບໍດີ​ຂອງ Chile ນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ Chile ​
ແລະ​ບັນດາ​ປະ​ເທດໃນລາ​ຕິ​ນອາ​ເມຣິກາທັງຫຼາຍ ​“​ຕັດ​ສາຍ​ພົວພັນ​ທາງ​ການ​ທູດ​ແລະ​
ການ​ຄ້າ” ​
ກັບເກົາຫຼີ​ເໜືອ.

ແມ່ຍິງຜູ້ນຶ່ງຢ່າງຜ່ານໂທລະພາບ ທີ່ສະແດງເຖິງຂ່າວທ້ອງຖິ່ນ ທີ່ລາຍງານ ກ່ຽວກັບການຂົ່ມຂູ່ຂອງເກົາຫຼີເໜືອ ທີ່ຈະຍິງລູກສອນໄຟໃສ່ Guam ທີ່ສະຖານີລົດໄຟ ໃນນະຄອນ Seoul, ເກົາຫຼີໃຕ້, 10 ສິງຫາ 2017.
ແມ່ຍິງຜູ້ນຶ່ງຢ່າງຜ່ານໂທລະພາບ ທີ່ສະແດງເຖິງຂ່າວທ້ອງຖິ່ນ ທີ່ລາຍງານ ກ່ຽວກັບການຂົ່ມຂູ່ຂອງເກົາຫຼີເໜືອ ທີ່ຈະຍິງລູກສອນໄຟໃສ່ Guam ທີ່ສະຖານີລົດໄຟ ໃນນະຄອນ Seoul, ເກົາຫຼີໃຕ້, 10 ສິງຫາ 2017.

ທ່ານ Pence ​ໄດ້​ກ່າວ​ວ່າ “​ໃນ​ຂະນະ​ທີ່ ປະທານາທິບໍດີ​ Bachelet ​ແລະ​ຂ້າພະ​ເຈົ້າ
​ໄດ້ໂອ້​ລົມ​ສົນທະນາ​ກັນ​ມື້​ນີ້, ສະຫະລັດ​ໄດ້ໃຫ້​ຄວາມສຳຄັນ​ເປັນ​ພິ​ເສດ ​ກ່ຽວ​ກັບ​
ການ​ດຳ​ເນີນ​ຄວາມ​ພະຍາຍາມທາງ​ການ​ທູດເພື່ອໂດດດ່ຽວອຳນາດ​ກາ​ນປົກຄອງ​
ຂອງ Kim Jong Un”

​ໃນ​ຂະນະ​ທີ່​ເກົາຫຼີ​ເໜືອ ບໍ່​ມີ​ສຳນັກງານການ​ທູດ ຫຼື​ທະນາຄານ​ໃນປະ​ເທດ Chile
ກໍ​ຕາມ ແຕ່ທັງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສຳພັນທາງ​ການ​ຄ້າ​ລະ​ຫວ່າງກັນຢູ່. ​
ທ່ານ Pence ໄດ້ຊຸກ ຍູ້​ເປັນ​ການສະ​ເພາະ ​ໃຫ້​ຊີ​ເລ ​ລະບຸການ​ສົ່ງ​ອອກ​ເຫຼົ້າ​ໄວ​ນ໌
ຂອງ​ຕົນ​ເປັນ​ສິນຄ້າ​ປະ​ເພດ​ຟູູມ​ເຟືອຍ ຊຶ່ງຈະສາມາດ​ກີດ​ກັນບໍ່​ໃຫ້​ເກົາຫຼີ​ເໜືອ ​ໄດ້​ຮັບ​
ເຫຼົ້າ​ໄວ​ນ໌​ເຫຼົ່ານີ້ ພາຍ​ໃຕ້​ ກົດ​ລະບຽບ​ການ​ລົງ​ໂທດ​ຂອງ​ສະຫະລັດ​.

ຈີນ ຊຶ່ງເປັນ​ເສັ້ນຊີວິດ​ທາງ​ດ້ານ​ເສດຖະກິດ ແລ​ະພັນທະ​ມິດ​ພຽງ​ປະ​ເທດ​ດຽວ​ຂອງ
​ເກົາຫຼີ​ເໜືອ ນັ້ນ​ແມ່ນ​ໄດ້​ບອກ​ກັບ​ພຽງ​ຢາງ​ແລະ​ວໍ​ຊີງ​ຕັນວ່າ ປະ​ເທດທັງ​ສອງ​ຄວນ​ຈະ
“ຢຸດ​” ​ໃນການ​ທະ​ເລາະ​ວິວາດ​ກັນ ​ແບບຂົ່ມຂູ່ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ກະທຳ ​ໃນ​ຮອບ​
ຫຼາຍ​ມື້​ ​ແລະຫຼາຍ​ສັບປະດາຜ່ານ​ມານີ້.

Kim ​ໄດ້​ຄຸຍ​ອວດ​ວ່າ ​ເກົາຫຼີ​ເໜືອ​ ມີ​ຄວາມສາມາດ​ທີ່​ຈະ​ໂຈມ​ຕີ​ແຜ່ນດິນ​ໃຫຍ່ຂອງ
​ສະຫະລັດ​ດ້ວຍ​ລູກ​ສອນ​ໄຟ​ໄດ້ ​ໃນ​ຂະນະທີ່ທ່ານ​ທຣຳ ກ່າວ​ວ່າ ສະຫະລັດ ສາມາດ​ທີ່
​ຈະ​ຕອບ​ໂຕ້​ໃນ​ການ​ໂຈມ​ຕີ​ໃດໆກໍ​ຕາມ ດ້ວຍ “ການ​ຖະຫລົ່ມທີ່​ລຸກ​ເປັນ​ໄຟ ທີ່​ທັງ​ໂລກ
​ບໍ່​ເຄີຍ​ເຫັນ​ກັນ​ມາ​ກ່ອນ.”
ນຶ່ງ​ມື້​ຕໍ່​ມາ ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ຄຳ​ເຕືອນ​ຂອງ​ທ່ານ​ນັ້ນ​
“ແມ່ນ​ບໍ່ແຮງ​ພຽງພໍ.”

ຈີນ ​ໄດ້​ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ Wang Yi ​ໄດ້​ບອກ​ກັບ​ຄູ່​ຕຳ​ແໜ່​ງຝ່າຍ
​ຣັດ​ເຊຍ ທ່ານ Sergei Lavrov ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້​ວ່າ ທັງ​ສອງ​ປະ​ເທດຈຳ​ເປັນ​
ທີ່​ຈະຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ ໃນ​ການຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ ​ເພື່ອ​ວ່າຈະ​ບໍ່​ມີ​ຜູ້​ໃດ
“ກໍ່​ເຫດ​ເຫດຮ້າຍ​ຂຶ້ນ ໃກ້ໆປະຕູ​ໜ້າ​ບ້ານຂອງ​ພວກ​ເຂົາ​ເຈົ້າໄດ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG