ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ປ. ທຣໍາ ກ່າວວ່າ ທ່ານບໍ່ມີເທບ ບັນທຶກສຽງ ຂອງທ່ານ Comey


ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ຢູ່ເທິງເວທີ ທີ່ເມືອງ Cedar Rapids ລັດ Iowa.

ປະທານາທິບໍດີ ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ​ບໍ່
​ໄດ້​ບັນທຶກ​ສຽງ​ການ​ສົນທະນາ​ຂອງ​ທ່ານ ກັບ​ອະ​ດີດ​ຫົວໜ້າອົງການ​ສັນຕິ​ບານ​ກາງ
ທ່ານ James Comey.

ທ່ານ Comey ​ໄດ້ກ່າວ​ວ່າ ປະທານາທິບໍດີ​ໄດ້​ຮຽກຮ້ອງໃຫ້​ທ່ານ​ລະ​ງັບການສືບ​ສວນ
​ຂອງ​ອົງການ​ດັ່ງກ່າວ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງຣັດ​ເຊຍ ເຂົ້າໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ປີ 2016 ຊຶ່ງ​ປະທານາທິບໍດີ​ທຣໍາ​ໄດ້​ປະຕິ​ເສດໄປ​ນັ້ນ.

ປະທານາທິບໍດີ​ທຣໍາ ​ໄດ້ຂຽນ​ລົງ​ທາງ Twitter ວ່າ “ຈາກ​ລາຍ​ງານ​ທັງໝົດ​ຫວ່າງ​ມໍ່ໆ​
ມາ​ນີ້ ກ່ຽວ​ກັບ​ການ​ກວດກາ​ທາງ​ອິ​ເລັກ​ໂຕຣນິກ ການສະກັດ​ກັ້ນ ການເປີດ​ເຜີຍ​ຊື່ ​
ແລະບັນທຶກ​ສຽງ​ ​ໃນ​ການ​ສົນທະນາ​ ກັບ ທ່ານ James Comey ​ຫຼືບໍ່ ແຕ່​ຂ້າພະ​ເຈົ້າ​
ບໍ່​ໄດ້​ເຮັດ ​ແລະ​ບໍ່​ມີການ​ບັນທຶກ​ສຽງ​ໃດໆ.

ການຂຽນ​ຂໍ້ຄວາມ​ລົງ​ທາງ Twitter ດັ່ງກ່າວ ​ໄດ້ເຮັດ​ໃຫ້​ຄວາມ​ບໍ່​ແນ່ນອນທີ່​ມີ​ມາ​ເປັນ​
ເວລາ​ຫຼາຍອາທິດ ​ກ່ຽວ​ກັບ​ວ່າ ປະທານາທິບໍດີ ​ໄດ້​ຕິດ​ຕັ້ງ​ລະບົບ​ບັນທຶກ​ສຽງ​ຢູ່​ທຳນຽບ
ຂາວ ​ແລະ​ໄດ້​ບັນທຶກ​ການ​ສົນທະນາ​ສ່ວນ​ຕົວ​ສອງຄັ້ງ ລະຫວ່າງທ່ານ ​ກັບ
ທ່ານ Comey.

ຮອງ​ຫົວໜ້າ​ໂຄສົກ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ກ່າວ​ວ່າ
​ເວລາ​ຖາມ​ວ່າ ​ເປັນ​ຫຍັງປະທາ​ນາ​ທິບໍດີໄດ້​ລໍຖ້າ ​ເປັນ​ເວລາ 41 ມື້ ​ເພື່ອ​ໃຫ້​ຄວາມ​ກະ
ຈ່າງ​ແຈ້ງກ່ຽວ​ກັບວ່າ ​ບໍ່​ມີການ​ບັນທຶກ​ສຽງ​ກ່ຽວ​ກັບ​ການສົນທະ ນາ​ຂອງ​ທ່ານ ກັບ​ທ່ານ
Comey ນັ້ນ ທ່ານ​ນາງ​ຕອບ​ວ່າ “ຂ້າພ​ະ​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ເປັນເກ​ມຫຼືບໍ່."

ທ່ານ​ນາງ Sanders ກ່າວ​ເພີ້​ມຢູ່ໃນ​ການ​ຖະ​ແຫຼງຂ່າວ ທີ່​ຫ້າມ​ບໍ່​ໃຫ້​ຖ່າຍຮູບ ບໍ່​ດົນ
ຫລັງ​ຈາກປະທານາທິບໍດີ ​ໄດ້​ຂຽນລົງ​ທາງ Twitter ທີ່​ທ່ານ​ນາງ​ກ່າວ​ວ່າ “ພວກ​ທ່ານ​
ຖາມ​ຫາ​ຄຳ​ຕອບ ທ່ານກໍ​ໄດ້​ໃຫ້​ຄຳ​ຕອບໄປແລ້​ວ.”

ການ​ສົ່ງ​ຂໍ້ຄວາມທາງ Twitter ຂອງ​ປະທານາທິບໍດີ​ທຣໍາ ​ໃນ​ວັນ​ພະຫັດ​ວານ​ນີ້ ຍັງ
​ໄດ້​ເພີ່ມ​ເຊື້ອໄຟ ໃຫ້ແກ່​ການ​ເຜົາ​ໃໝ້​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ ກ່ຽວ​ກັບການ​ພົວພັນ
​ຂອງຣັດ​ເຊຍ​ ທີ່​ໃຊ້​ອິດ​ທິພົນ​ເຂົ້າ​ແຊກແຊງໃນການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ປີ
ແລ້ວ​ນີ້.

ທ່ານ Robert Mueller ອະດີດຫົວໜ້າສັນຕິບານກາງ ຢືນກ່າວຢູ່ໃນພິທີບລາຈາກຕຳແໜ່ງ.
ທ່ານ Robert Mueller ອະດີດຫົວໜ້າສັນຕິບານກາງ ຢືນກ່າວຢູ່ໃນພິທີບລາຈາກຕຳແໜ່ງ.

ການເຈາະ​ຂໍ້​ມູນ​ອີ​ແມ​ລຂອງ​ຄະນະ​ກຳມະການ​ພັກ​ເດ​ໂມແຄຣັດ​ແຫ່ງ​ຊາດ ​ໃນ​ປີ
2016 ​ນັ້ນ ​ແມ່ນ "​ເປັນ​ການ​ຂີ້​ຕົວະ​ພັກ​ເດ​ໂມ​ແຄຣັດຄັ້ງ​ໃຫຍ່” ປະທານາທິບໍດີ​ຍັງ​ໄດ້​
ສົ່ງ​ຂໍ້ຄວາມທາງ Twitter ຈາກ​ບັນຊີ​ສ່ວນ​ຕົວຂອງ @realDonaldTrump​.

ທ່ານ James Comey ອະດີດຫົວໜ້າສັນຕິບານກາງ.
ທ່ານ James Comey ອະດີດຫົວໜ້າສັນຕິບານກາງ.

ເມື່ອ​ມີ​ການ​ຖາມ​ວ່າ ​ປະທານາທິບໍດີ​ເຊື່ອ​ບັນດາ​ສະມາຊິກ​ປະຊາ​ຄົມ​ສືບ​ລັບ ສົມຮູ້
ຮ່ວມ​ຄິດ​ກັບ​ພັກ​ເດ​ໂມ​ແຄຣັດຫລື​ບໍ່ ທ່ານ​ນາງ Sanders ​ໄດ້​ຕອບ​ວ່າ​ປະທານາທິ
ບໍດີ​ ໄດ້​ອ້າງ​ເຖິງ​ຄວາມ​ເຊື່ອ​ໝັ້ນ ຂອງ​ທ່ານ​ວ່າ “​ເຂົາ​ເຈົ້າ​ພະຍາຍາມ ເຮັດໃຫ້ ການ
ໄດ້ຮັບ​ຊະນະ​ຂອງ​ທ່ານ​ຜິດ​ກົດໝາຍ ​ໃນ​ຂັ້ນຕອນ​ການເລືອກ​ຕັ້ງ.”

ເມື່ອ​ຖາມ​ເຖິງ​ຄວາມ​ເຊື່ອໝັ້ນ​ຂອງ​ປະທານາທິບໍດີ ກັບ​ບັນດາອົງການ​ສືບ​ລັບທີ່​ພະ
ຍາຍາມ​ກວດທ່ານ ​ຢູ່​ໃນ​ທຳນຽບຂາວນັ້ນ ທ່ານ​ນາງ Sanders ຕອບ​ວ່າ “ຂ້າພະ
​ເຈົ້າ​ບໍ່​ຮູ້​ວ່າ​ມີ."

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG