ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ຈຳເປັນຕ້ອງມີ ໂຄງ​ສ້າງໃໝ່ ໃນ​ການ​ເຈລະຈາ ​​ການ​ຄ້າ​ກັບ​ຈີນ


​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​​ກ່າວຕໍ່ສື່ມວນຊົນ ໃນວໍຊີງຕັນ, ວັນທີ 23 ພຶດສະພາ 2018.
​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​​ກ່າວຕໍ່ສື່ມວນຊົນ ໃນວໍຊີງຕັນ, ວັນທີ 23 ພຶດສະພາ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ໄດ້ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “​ໂຄງ​ສ້າງທີ່​
ແຕກ​ຕ່າງ​ອອກ​ໄປ”
​ແມ່ນ​ຈຳ​ເປັນ​ຕໍ່​ການ​ເຈລະຈາການ​ຄ້າ​ກັບ​ຈີນ. ​ແຕ່​ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ເພີ່ມ​ຕື່ມ ກ່ຽວ​ກັບ​ວ່າ ​ແມ່ນ​ຫຍັງ​ທີ່​ຈຳ​ເປັນ​ຕ້ອງ​ປ່ຽນ ​ໃນ​ອັນ​ທີ່​ທ່ານ​ຊອກ​ຫາ​ນັ້ນ.

“ຂໍ້​ຕົກລົງການ​ຄ້າ​ຂອງ​ພວກ​ເຮົາ ກັບ​ຈີນ​ແມ່ນ ​ດຳ​ເນີນ​ໄປ​ຢ່າງ​ດີງາມ,” ຊຶ່ງ​ທ່ານ​ທຣຳ
​ໄດ້​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ຂອງ​ເພິ່ນ ​ໃນເຊົ້າວັນພຸດ​ວານ​ນີ້, ​ແລະ​ທ່ານ​ຍັງ​ຂຽນ​ຕໍ່​ໄວ່າ
“​ແຕ່​ໃນ​ຕອນ​ສຸດ​ທ້າຍ​ແລ້ວ ພວກ​ເຮົາ​ຄວນຈະ​ໃຊ້​ໂຄງ​ສ້່າງທີ່​ແຕກ​ຕ່າງ​ອອກ​ໄປ​ອີກ
ຊຶ່ງ​ມັນ​ຈະ​ເປັນ​ການ​ຍາກ​ທີ່​ຈະ​ເຮັດ​ໄດ້ ​ແລະ​ກໍ​ຈະ​ໄດ້​ມີ​ຜົນ​ສະຫຼຸບ​ທີ່​ແຕກ​ຕ່າງ​ອອກ​ໄປ
ຫຼັງ​ຈາກ​ເສັດ​ສິ້ນ​ການ​ແຂ່ງຂັນ​ແລ້ວນັ້ນ.”

ຕະຫຼາ​ດຮຸ້ນ ​ແມ່ນ​ໄດ້​ສົ່ງ​ຜົນ​ລົບ ຫຼັງຈາກ​ທີ່ີທ່ານ​ທຣຳ ​ໄດ້​ຄາດ​ເດົາ​ກ່ຽວ​ກັບເຈລະຈາ​
ການ​ຄ້າ ກັບ​ຈີນ ​ແຕ່​ວ່າ ​ໃນ​ທີ່​ສຸດ ກໍໄດ້ຕັດ​ຄວາມ​ສູນ​ເສຍນັ້ນ​ອອກ, ປິດ​ຕະຫຼາດໃນ​
ທາງ​ບວກແລະເພີ່ມຂຶ້ນ 52.40 ຄະ​ແນນ ຫຼື​ເທົ່າ​ກັບ .21 ​ເປີ​ເຊັນ.

ທ່ານ​ທຣຳ ​ໄດ້​ກ່າວໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ວ່າ ທ່ານ​ບໍ່​ໄດ້​ຍິນ​ດີຍິນ​ຮ້າຍ​ແຕ່​ຢ່າງ​ໃດ ກັບການເຈລະຈາ​ທາງ​ການ​ຄ້າກັບ​ຈີນ​ຫວ່າງ​ມໍ່ໆ​ມາ​ນີ້, ​ແຕ່​ວ່າ “ມັນ​ຄື​ການ​ເລີ່​ມຕົ້ນ.”

ຫຼັງ​ຈາກການເຈລະຈາ​ທາງ​ການ​ຄ້າ 2 ມື້ ລະຫວ່າງ​ສອງ​ປະ​ເທດ ​ໃນ​ວໍ​ຊີງ​ຕັນ ​ໃນ​ສັບ
ປະດາ​ແລ້ວ​ນີ້, ຈີນ ​ແມ່ນ​ໄດ້ຕົກລົງ​ທີ່​ຈະ “​ຫຼຸດຢ່າງ​ແຂງ​ຂັນ” ຕໍ່​ການ​ໄດ້​ຮັບ​ຜົນ​ກຳ​ໄລ
ຈຳນວນ 375 ພັນ​ລ້ານ​ໂດ​ລາ ປະຈຳ​ປີ ກັບ​ການ​ເຮັດ​ການ​ຄ້າ​ກັບ​ສະຫະລັດ ​ໂດຍ​ທີ່​
ຈະ​ຊື້ອຸບປະ​ໂພ​ກບໍລິ​ໂພ​ກຂອງ​ອາ​ເມຣິກາ​ ​ເພີ່ມ, ​ແຕ່​ວ່າ ບໍ່​ໄດ້​ລະບຸ​ເຖິງ​ວ່າ​ ແມ່ນ​ຫຍັ​ງ​
ແທ້ທີ່​ເປັນ​ເປົ້າ​ໝາຍຂອງ​ການ​ນຳ​ເຂົ້າ ​ແລະສົ່ງ​ອອກ ຊຶ່ງ​ຂໍ້​ຕົກລົງ​ທີ່​ວ່າ​ນີ້ ​ໄດ້​ບັນທຶກ​ໄວ້​
ໃນຖະ​ແຫຼ​ງການ​ສະບັບນຶ່ງ ​ໂດຍ​ທັງ​ສອງ​ປະ​ເທດ.

​ທີ່​ລັດຖະສະພາ, ຄວາມ​ເປັນ​ຫ່ວງ​ເປັນໃຍ ​ແມ່ນ​ມີ​ຂຶ້ນ​ທະວີຄູນ ຕໍ່​ການ​ເອົາ​ບາດກ້າວ
​ຂອງ​ທ່ານ​ທຣຳ ຕໍ່​ການເຈລະຈາ​ທາງ​ການ​ຄ້າກັບ​ຈີນ.

ສະມາຊິກ​ສະພາ​ສູງ​ສັງກັບ​ພັກຣີພັບ​ບລີ​ກັນ ທ່ານ ຈອນ​ ຄອຣນິນ ຈາກ​ລັດ​ເທັກ​ຊັສ
​ໄດ້​ກ່າວ​ຢ່າງລະວັງ​ໃນ​ວັນ​ພຸດ​ວານ​ນີ້ ສະຫະລັດ ຈຳ​ເປັນ​ທີ່​ຈະ​ຢືນຢັນ ​ແລະ​ເຮັດ
“ຕາ​ຂີ້ລັກ” ແລະ​ເຮັດ​ໃຫ້​ແນ່ນອນ​ວ່າ “ຈີນ ບໍ່​ໄດ້​ຫຼິ້ນ​ກັບ​ເຮົາ​ແບບ​ຖື​ເຮົາ​ວ່າ ໂງ່ນັ້ນ.”

ສະມາຊິກ​ສະພາ​ສູງ​ສັງກັບ​ພັກ​ເດ​ໂທ​ຄຣັດ ທ່ານ​ນາງ​ເບ​ບີ ສຕາ​ບີ​ນາວ ຈາກ​ລັດ ມີ​ຊິ​ກັນ
​ໄດ້​ເຕືອນ​ວ່າ “ມັນ​ສຳຄັນ​ທີ່​ວ່າ ​ເຮົາ​ບໍ່​ແມ່ນ​ແຕ່​ ປາກກ້າ​ເທົ່າ​ນັ້ນ​ກັບ​ຈີນ, ​ແຕ່​ວ່າ​ ຕ້ອງ
​ເຮັດ​ຢ່າງ​ແຂງ​ຂັນ​ນຳ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກ​ສະພາ​ສູງ​ສັງກັບ​ພັກຣີພັບ​ບລີ​ກັນ ທ່ານ ຈອນ​ ຄອຣນິນ ຈາກ​ລັດ​ເທັກ​ຊັສ ກ່າວໃນຮັບຟັງການໃຫ້ການ ທີ່ລັດຖະສະພາ, 6 ທັນວາ 2017.
ສະມາຊິກ​ສະພາ​ສູງ​ສັງກັບ​ພັກຣີພັບ​ບລີ​ກັນ ທ່ານ ຈອນ​ ຄອຣນິນ ຈາກ​ລັດ​ເທັກ​ຊັສ ກ່າວໃນຮັບຟັງການໃຫ້ການ ທີ່ລັດຖະສະພາ, 6 ທັນວາ 2017.

XS
SM
MD
LG