ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທ​ຣຳ ກ່າວ​ວ່າ ການ​ລົງ​ໂທດ​ໃໝ່ ຕໍ່​ອີ​ຣ່ານ ຈະ​ເລີ້ມ ມີ​ຜົນ​ບັງ​ຄັບໃຊ້ ໃນ​ວັນ​ຈັນ​ນີ້


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ຫຍ້າ ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ກ່ອນ​ອອກ​ເດີນ​ທາງ ໄປ​ແຄ້ມ​ເດ​ວິດ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ຫຍ້າ ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ກ່ອນ​ອອກ​ເດີນ​ທາງ ໄປ​ແຄ້ມ​ເດ​ວິດ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ເສົາ​ວານນີ້​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ລົງ​ໂທດ “ຂະ​ໜາດ​ໃຫຍ່” ຄັ້ງ​ໃໝ່​ຕໍ່​ອີ​ຣ່ານ ຊຶ່ງ​ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ ​ໃນ​ວັນ​ຈັນ​ມື້​ອື່ນນີ້ ໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຕື່ມ.

ໂດຍ​ການ​ປຶກ​ສາ​ຫາ​ລື​ກັບ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຢູ່​ທີ່​ແຄ້ມ​ເດ​ວິດ ຊຶ່ງ​ເປັນບ່ອນ​ພັກ​ຜ່ອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີນັ້ນ ທ່ານ​ທ​ຣຳ​ ໄດ້​ປະ​ກາດ​ຜ່ານ​ທາງ​ທວີດ ​ເຕີ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ອີ​ຣ່ານ ​ບໍ່​ສາ​ມາດ​ມີ​ອາ​ວຸດ​ນິວເຄ​ລຍ​ໄດ້” ແລະ​ການ​ລົງ​ໂທດ​ເຫຼົ່າ​ນີ້​ຈະ​ຖືກ​ຍົກ​ເລີກ ເວ​ລາ​ໃດ​ທີ່​ປະ​ເທດ​ດັ່ງກ່າວຫາກ​ກາຍ​ເປັນ “ປະ​ເທດ​ທີ່​ສ້າງ​ສັນ​ແລະ​ອຸ​ດົມ​ຮັ່ງ​ມີ​ຄືນ​ອີກ.”

ທ່ານ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ ກ່ອນ​ອອກ​ເດີນ​ທາງ​ໄປ​ຍັງ​ແຄ້ມ​ເດວິດ ຊຶ່ງ​ໃນ​ຈຸດ​ນຶ່ງ​ທ່ານ​ເວົ້າ​ວ່າ ເວ​ລາ​ໃດ​ທີ່​ເຕ​ຫະ​ຣ່ານ​ໄດ້​ຕົກ​ລົງ​ທີ່​ຈະ​ປະ​ຖິ້ມ​ໂຄງການ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ “ຂ້າ​ພະ​ເຈົ້າ ​ຈະ​ເປັນ​ເພື່ອນ​ທີ່​ດີ​ທີ່​ສຸດ ​ຂອງ​ພວກ​ເຂົາ​ເຈົ້າ.”

ນ້ຳ​ສຽງ​ຂອງ​ທ່ານ​ທ​ຣຳ​ໄດ້​ອ່ອນ​ລົງ​ຫຼາຍ​ໃນ​ວັນ​ເສົາ​ວານນີ້ ​ຫຼັງ​ຈາກ​ໄດ້​ມີ​ການ​ເອົາ​ມາດ​ຕະ​ການ​ຢ່າງ​ຂຸ້ນ​ຂ້ຽວ​ເປັນ​ເວ​ລານຶ່ງ​ອາ​ທິດ​ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ອີ​ຣ່ານ.

ຄວາມ​ວິ​ຕົກ​ກັງ​ວົນ​ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ຈະ​ເກີດກ​ານ​ຂັດ​ແຍ້ງ ​ດ້ວຍ​ກຳ​ລັງ​ອາ​ວຸດ​ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອີ​ຣ່ານ ແມ່ນ​ເພີ້ມ​ທະ​ວີ​ຂຶ້ນ ນັບ​ຕັ້ງ​ແຕ່​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ​ໄດ້​ຖິ້ມ​ໂທດ​ໃສ່​ເຕ​ຫະ​ຣ່ານ​ເມື່ອ​ມໍ່ໆ​ມານີ້​ວ່າ ວາງ​ລະ​ເບີດ​ໂຈມ​ຕີ​ກຳ​ປັ່ນບັນ​ທຸກ​ນ້ຳ​ມັນ​ສອງ​ລຳ ຢູ່​ຊ່ອງ​ແຄບ​ຮໍ​ມຸ​ສ ຊຶ່ງ​ເປັນ​ການ​ກ່າວ​ຫາ​ທີ່​ເຕ​ຫະ​ຣ່ານ​ໄດ້ປະ​ຕິ​ເສດ ແລະ​ການ​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ​ຕົກ ໃນ​ຮອບ​ອາ​ທິດທີ່​ຜ່ານ​ມາ.

ໃນ​ວັນ​ສຸກ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ຍົກ​ເລີ​ກ​ການ​ໂຈມ​ຕີ​ຕອບ​ຕໍ່​ເປົ້າ​ໝາຍ​ຫຼາຍໆ​ແຫ່ງ​ຂອງ​ອີ​ຣ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG