ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ກ່າວວ່າ ຜູ້ອຳນວຍການ ອົງການ FBI ອາດຖືກແຕ່ງຕັ້ງ ໃນສັບປະດາໜ້າ


ປະທານາທິບໍດີ ດໍໂນລ ທຣຳ ສະແດງທ່າທາງ ຫຼັງຈາກ
ໂອ້ລົມກັບນັກຂ່າວ ຢູ່ເທິງເຮືອບິນ Air Force One ກ່ອນ
ການເດີນທາງຈາກຖານທັບອາກາດ Andrews, ລັດ Maryland. 13 ພຶດສະພາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ສະແດງທ່າທາງ ຫຼັງຈາກ ໂອ້ລົມກັບນັກຂ່າວ ຢູ່ເທິງເຮືອບິນ Air Force One ກ່ອນ ການເດີນທາງຈາກຖານທັບອາກາດ Andrews, ລັດ Maryland. 13 ພຶດສະພາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນເສົາວານນີ້ວ່າ ອາດມີ ຄວາມເປັນໄປໄດ້ວ່າ ຜູ້ອຳນວຍການອົງການ FBI ຄົນໃໝ່ ຈະຖືກແຕ່ງຕັ້ງໃນສັບປະດາ
ໜ້າ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ເທິງ ເຮືອບິນ Air Force One ກ່ອນການເດີນ
ທາງໄປເມືອງ Lynchburg, ລັດ ເວີຈິເນຍ ເພື່ອກ່າວຄຳປະໄສມອບປະລິນຍາ ຢູ່ມະຫາ
ວິທະຍາໄລ Liberty.

ຄຳປາໄສຂອງທ່ານປະທານາທິບໍດີ ໄດ້ມີຂຶ້ນ 4 ມື້ຫຼັງຈາກການອອກຄຳສັ່ງປົດທ່ານ
James Comey ອອກຈາກຕຳແໜ່ງທີ່ມີບັນຫານັ້ນ, ເປັນການເຄື່ອນໄຫວທີ່ຍັງຄົງດັງ
ກ້ອງໄປທົ່ວນະຄອນຫຼວງ ວໍຊິງຕັນ ຢູ່.

ເມື່ອຖືກຖາມວ່າທ່ານຈະສາມາດປະກາດຜູ້ຖືກສະເໜີຊື່ພາຍໃນວັນສຸກຫຼືບໍ່, ເຊິ່ງເປັນ
ເວລາທີ່ທ່ານມີກຳນົດຈະເດີນທາງໄປຕາເວັນອອກກາງ ແລະ ຢູໂຣບເຊິ່ງເປັນການເດີນ
ທາງໄປຕ່າງປະເທດໃນຖານະປະທານາທິບໍດີ ນັ້ນ, ທ່ານ ທຣຳ ໄດ້ຕອບວ່າ, “ອັນນັ້ນ
ກໍອາດມີທາງເປັນໄປໄດ້.”

ມີເຈົ້າໜ້າທີ່ເກືອບສິບຄົນ ກຳລັງຖືກພິຈາລະນາ, ລວມທັງ ບັນດາໄອຍະການ, ເຈົ້າໜ້າ
ທີ່ບັງຄັບໃຊ້ກົດໝາຍ ແລະ ສະມາຊິກສະພານິຕິບັນຍັດ.

ທ່ານ ທຣຳ ໄດ້ກ່າວວ່າ “ພວກເພິ່ນໄດ້ມີຄວາມຊຳນິຊຳນານເປັນພິເສດໃນຊົ່ວຊີວິດ ຂອງພວກເພິ່ນ, ແຕ່ເປັນທີ່ຮູ້ຈັກດີ, ໄດ້ຮັບຄວາມເຄົາລົບສູງ, ເປັນຄົນທີ່ມີພອນສະ
ຫວັນສູງ. ແລະ ນັ້ນແມ່ນສິ່ງທີ່ພວກເຮົາຢາກໄດ້ສຳລັບອົງການ FBI,”

ຜູ້ຢາກໄດ້ຕຳແໜ່ງຢ່າງໜ້ອຍ​ 5 ຄົນ ມີກຳນົດວ່າຈະຖືກສຳພາດໃນນະຄອນຫຼວງ ວໍຊິງ
ຕັນ ໂດຍລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ແລະ ຮອງລັດຖະມົນຕີ
ທ່ານ Rod Rosenstein ໃນວັນເສົາວານນີ້.

ທ່ານນາງ Alice Fisher ເຈົ້າໜ້າທີ່ລະດັບສູງກະຊວງຍຸຕິທຳ ໃນລັດຖະບານຂອງທ່ານ George W. Bush ກໍແມ່ນໜຶ່ງໃນຜູ້ທີ່ມີກຳນົດຈະຖືກສຳພາດພາຍໃນວັນເສົາວານ
ເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG