ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານທຣຳ ກ່າວວ່າ ບ້ານພັກ Mar-a-Lago ໃນລັດຟລໍຣິດາ ໄດ້ຖືກບຸກເຂົ້າກວດຄົ້ນ ໂດຍເຈົ້າໜ້າທີ່ ອົງການ FBI


ຕຳຫຼວດກຳລັງຊີ້ນຳການສັນຈອນ ຢູ່ດ້ານນອກທາງເຂົ້າບ້ານພັກ Mar-a-Lago ຂອງອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ, ໃນເມືອງພາມບີດຈ໌ ລັດຟລໍຣິດາ, ວັນທີ 8 ສິງຫາ 2022.
ຕຳຫຼວດກຳລັງຊີ້ນຳການສັນຈອນ ຢູ່ດ້ານນອກທາງເຂົ້າບ້ານພັກ Mar-a-Lago ຂອງອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ, ໃນເມືອງພາມບີດຈ໌ ລັດຟລໍຣິດາ, ວັນທີ 8 ສິງຫາ 2022.

ອະດີດປະທານາທິບໍດີສະຫະລັດ ດໍໂນລ ທຣຳ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ອົງການສັນຕິບານກາງຫຼື FBI ໄດ້ເຂົ້າກວດຄົ້ນບ້ານພັກ Mar-a-Lago ຂອງທ່ານ ໃນເມືອງພາມບີດຈ໌ (Palm Beach) ລັດຟລໍຣິດາ.

“ເຮືອນທີ່ງົດງາມຂອງຂ້າພະເຈົ້າ Mar-a-Lago ໃນເມືອງພາມບີດຈ໌ ລັດຟລໍຣິດາ ໃນປັດຈຸບັນນີ້ ໄດ້ຖືກປິດລ້ອມ ບຸກເຂົ້າກວດຄົ້ນ ແລະຖືກຄຸ້ມຄອງໂດຍກຸ່ມເຈົ້າໜ້າທີ່ FBI ຢ່າງຫຼວງຫຼາຍ” ທ່ານທຣຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ເມື່ອແລງວັນຈັນວານນີ້. ທ່ານກ່າວອີກວ່າ “ຫຼັງຈາກທີ່ໄດ້ເຮັດວຽກນຳ ແລະຮ່ວມມືກັບອົງການລັດຖະບານ ທີ່ກ່ຽວຂ້ອງຕ່າງໆ ການບຸກເຂົ້າກວດຄົ້ນເຮືອນຂອງຂ້າພະເຈົ້າ ທີ່ບໍ່ໄດ້ແຈ້ງໃຫ້ຊາບນີ້ ແມ່ນບໍ່ຈຳເປັນ ຫຼືເໝາະສົມເລີຍ.”

ແຟ້ມພາບ - ບ້ານພັກ Mar-a-Lago ຂອງປະທານາທິບໍດີ ດໍໂນລ ທຣຳ, ໃນເມືອງພາມບີດຈ໌ ລັດຟລໍຣິດາ ແມ່ນເຫັນໄດ້ໃນວັນທີ 10 ກໍລະກົດ 2019. ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ FBI ໄດ້ບຸກເຂົ້າກວດຄົ້ນ ບ້ານພັກຂອງທ່ານ.
ແຟ້ມພາບ - ບ້ານພັກ Mar-a-Lago ຂອງປະທານາທິບໍດີ ດໍໂນລ ທຣຳ, ໃນເມືອງພາມບີດຈ໌ ລັດຟລໍຣິດາ ແມ່ນເຫັນໄດ້ໃນວັນທີ 10 ກໍລະກົດ 2019. ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ FBI ໄດ້ບຸກເຂົ້າກວດຄົ້ນ ບ້ານພັກຂອງທ່ານ.

ເຫດຜົນຂອງການກວດຄົ້ນດັ່ງກ່າວແມ່ນບໍ່ເປັນທີ່ຈະແຈ້ງໃນທັນທີເທື່ອ ອີງຕາມລາຍງານຂອງສື່ມວນຊົນ. ຢ່າງໃດກໍຕາມ ກະຊວງຍຸຕິທຳ ໄດ້ດຳເນີນການສືບສວນສອບສວນຢ່າງຈິງຈັງ ເພື່ອຊອກຫາຂໍ້ມູນລັບ ຢູ່ໃນຫີບຂອງເອກະສານບັນທຶກທັງຫຼາຍ ທີ່ໄດ້ຖືກນຳເອົາໄປໄວ້ຢູ່ທີ່ບ້ານພັກຂອງທ່ານທຣຳ ໃນລັດຟລໍຣິດາ ຫຼັງຈາກທີ່ທ່ານ ໄດ້ອອກໄປຈາກທຳນຽບຂ່າວ ໃນເດືອນມັງກອນ 2021.

ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງໃນລະຫວ່າງ ງານຊຸມນຸມ ເມື່ອວັນທີ 8 ກໍລະກົດ 2022, ຢູ່ທີ່ນະຄອນລາສ ເວກັສ ລັດເນວາດາ.
ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງໃນລະຫວ່າງ ງານຊຸມນຸມ ເມື່ອວັນທີ 8 ກໍລະກົດ 2022, ຢູ່ທີ່ນະຄອນລາສ ເວກັສ ລັດເນວາດາ.

ທ່ານທຣຳ ຜູ້ທີ່ຢູ່ໃນນະຄອນນິວຢອກ ໃນວັນຈັນວານນີ້ ບໍ່ໄດ້ກ່າວເຖິງສາເຫດຂອງການເຂົ້າໄປກວດຄົ້ນທີ່ເກີດຂຶ້ນຢູ່ນັ້ນ. ອົງການ FBI ແລະກະຊວງຍຸຕິທຳ ບໍ່ໄດ້ໃຫ້ຄຳເຫັນໃດໆໃນທັນທີ ຕໍ່ຖະແຫລງການຂອງທ່ານທຣຳ.

ໂຄສົກກະຊວງຍຸຕິທຳ ທ່ານນາງ ດີນາ ໄອເວີສັນ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບການກວດຄົ້ນດັ່ງກ່າວ ຕໍ່ອົງການຂ່າວເອພີ. ທ່ານນາງໄອເວີສັນ ຍັງໄດ້ປະຕິເສດ ທີ່ຈະໃຫ້ຄວາມເຫັນ ກ່ຽວກັບວ່າ ລັດຖະມົນຕີກະຊວງຍຸຕິທຳ ທ່ານແມຣິກ ກາຣແລນ ໄດ້ອະນຸມັດການກວດຄົ້ນດ້ວຍຕົນເອງຫຼືບໍ່ ອີງຕາມລາຍງານຂອງສື່ມວນຊົນ.

ບຸກຄົນທີ່ຮູ້ຈັກດີກ່ຽວກັບເລື້ອງນີ້ ຜູ້ທີ່ຂໍບໍ່ອອກຊື່ ໃນການສົນທະນາການສືບສວນສອບສວນ ທີ່ມີຢູ່ຢ່າງຕໍ່ເນື່ອງນີ້ ໂດຍບອກອົງການເອພີ ວ່າ ການກວດຄົ້ນໄດ້ເກີດຂຶ້ນເມື່ອຕອນເຊົ້າວັນຈັນວານນີ້.

ເມື່ອຕົ້ນປີນີ້ ກົມຄຸ້ມຄອງຮັກສາເອກະສານບັນທຶກເກົ່າແຫ່ງຊາດ ໄດ້ກ່າວວ່າ ຕົນໄດ້ພົບເຫັນ ເອກະສານລັບໃນ 15 ຫີບ ຢູ່ທີ່ບ້ານພັກ Mar-a-Lago ຂອງທ່ານທຣຳ. ຕໍ່ຈາກນັ້ນ ຕົນຈຶ່ງໄດ້ນຳສະເໜີກໍລະນີເລື້ອງນີ້ ຕໍ່ກະຊວງຍຸຕິທຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG