ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ກ່າວ​ວ່າ ການ​ໃຫ້ ​ອະ​ໄພ​ຍະ​ໂທດ ແກ່​ ທ. ມາ​ນາ​ຝອດ ຍັງ​ບໍ່​ທັນ ຖືກ​ຍົກ​ເລີກ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລີ​ຄອບ​ເຕີ້​ ມາ​ຣີນ​ວັນ ຈາກ​ເດີ່ນ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ. (26 ພະ​ຈິກ 2018)
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ຂຶ້ນ​ເຮ​ລີ​ຄອບ​ເຕີ້​ ມາ​ຣີນ​ວັນ ຈາກ​ເດີ່ນ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ. (26 ພະ​ຈິກ 2018)

ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ໃຫ້​ອະ​ໄພ​ຍະ​ໂທດ ທີ່​ອາດ​ມີ​ຂຶ້ນ ສຳ​ລັບ​ທ່ານ​ພອ​ລ ມາ​ນາ​ຝອດ ບຸກ​ຄົນ​ທີ່​ເຄີຍ​ເປັນ​ປະ​ທານ​ຄະ​ນະ​ໂຄ​ສະ​ນາ​ຫາສຽງ​ຂອງ​ທ່ານ ໃນ​ປີ 2016 ທີ່​ກຳ​ລັງ​ປະ​ເຊີນ​ກັບ​ໂທດຈຳ​ຄຸກ​ ເປັນ​ເວ​ລາ​ຫຼາຍໆ​ປີ ຍ້ອນ​ການ​ສໍ້​ໂກງ​ເງິນນັ້ນ “ຍັງ​ບໍ່​ທັນ​ອອກ​ໄປຈາກ​ໂຕະ​ເທື່ອ.”

ທ່ານ​ທ​ຣຳ ກ່າວ​ຕໍ່​ໜັງ​ສື​ພິມນິວຢອກ​ໂພ​ສ​ທ໌ ທີ່​ທຳ​ນຽບ​ຂາວ ໃນ​ການ​ໃຫ້​ສຳ​ພາດທີ່​ທ່ານ​ບໍ່​ເຄີຍ​ໂອ້​ລົມ​ມາ​ກ່ອນກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ຍະ​ໂທດແກ່​ນັກ​ວິ່ງ​ເຕັ້ນ​ທາງການ​ເມືອງ ອາ​ຍຸ 69 ປີ​ທ່ານນີ້.

ອະ​ດີດ​ປະ​ທານ​ຄະ​ນະ​ໂຄ​ສະ​ນາ​ຫ​ສຽງ ຂອງ ປ. ທ​ຣຳ ທານ​ພອ​ລ ມາ​ນາ​ຝອດ ທີ່​ສານ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (15 ມິ​ຖຸ​ນາ 2018)
ອະ​ດີດ​ປະ​ທານ​ຄະ​ນະ​ໂຄ​ສະ​ນາ​ຫ​ສຽງ ຂອງ ປ. ທ​ຣຳ ທານ​ພອ​ລ ມາ​ນາ​ຝອດ ທີ່​ສານ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. (15 ມິ​ຖຸ​ນາ 2018)

ທ່ານ​ທ​ຣຳ ກ່າວ​ວ່າ “ແຕ່​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເອົາ​ອອກ​ໄປ​ຈາກ​ໂຕະ​ເທື່ອ ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ເອົາ​ອອກ​ໄປ​ຈາກ​ໂຕະ.”

ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ຄະ​ນະ​ຕຸ​ລາ​ການ​ໃນ​ເຂດ​ພາກ​ເໜືອ​ລັດ​ເວີ​ຈີ​ເນຍ ທີ່​ຕັ້ງ​ຢູ່​ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ພົບ​ວ່າ ທ່ານ​ມາ​ນາ​ຝອດ ມີ​ຄວາມຜິດ​ 8 ກະ​ທົງ ໃນ​ການສໍ້​ໂກງ​ເງິນ​ພາ​ສີ​ແລະ​ທະ​ນາ​ຄານ ນັບ​ແຕ່​ວຽກ​ງານ​ຂອງທ່ານ ໃນ​ຖາ​ນະ​ທີ່​ປຶກ​ສາ​ທາງ​ການ​ເມືອງຢູ່​ຢູ​ເຄ​ຣນ ທີ່​ມີ​ຂຶ້ນ 6 ເດືອນ​ກ່ອນ​ການເຂົ້າ​ເຮັດ​ວຽກ​ຂອງ​ທ່ານ ຮວມ​ທັງ 3 ເທື່ອ​ໃນ​ການ​ເປັນ​ປະ​ທານ ໃນ​ການ​ເລືອກຕັ້ງ​ເຂົ້າ​ກຳ​ຕຳ​ແໜ່ງ​ຢູ່​ທຳ​ນຽບ​ຂາວ ​ທີ່​ປະ​ສົບ​ຜົນ​ສຳ​ເລັດ ໃນ​ປີ 2016 ນັ້ນ.

ທ່ານ​ມາ​ນາ​ຝອດ ໃນ​ເວ​ລາ​ຕໍ່​ມາ ໄດ້​ຍອ​ມ​ຮັບ​ຜິດ​ຢູ່​ວໍ​ຊິງ​ຕັນ ໃນ​ຂໍ້​ຫາ​ສົມ​ຮູ້​ຮ່ວມ​ຄິດ​ສອງ​ກະ​ທົງ ແລະ​ຂໍ້​ຫາ​ທີ່​ກ່ຽວ​ຂ້ອງ​ອື່ນໆ ແລະ​ໄດ້​ຕົກ​ລົງ​ທີ່​ຈະ​ໃຫ້​ການ​ຮ່ວມ​ມືກັບ​ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ທີ່​ກຳ​ລັງ​ສືບ​ສວນ​ວ່າ ຄະ​ນະ​ໂຄ​ສະນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ມີ​ການ​ພົວ​ພັນ​ກັບ​ຣັດ​ເຊຍ​ຫຼື​ບໍ່ ແລະ​ທ່ານ​ທຣຳ ໃນ​ຖານະ​ປະ​ທາ​ນາ​ທິ​ບໍ​ດີ ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ຫຼື​ບໍ່ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ທັບ​ມ້າງ​ການ​ສືບ​ສວນ.

ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຍອມ​ຮັບ​ກັບ​ທ່ານ​ມັ​ລ​ເລີນັ້ນ ທ່ານ​ມາ​ນາ​ຝອດ​ໄດ້​ຕົກ​ລົງ​ທີ່​ຈະ​ຕອບ​ຄຳ​ຖາມ “ໂດຍ​ເຕັມ ດ້ວຍ​ຄວາມ​ຈິງ ຢ່າງ​ຄົບ​ຖ້ວນ ແລະ​ກົງ​ໄປ​ກົງ​ມາ” ກ່ຽວ​ກັບ “ເລື້ອງ​ໃດໆ​ແລະ​ທັງ​ໝົດ” ເພື່ອ​ເຫັນ​ແກ່​ຜົນ​ປະ​ໂຫຍດຂອງ​ລັດ​ຖະ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG