ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ກ່າວ​ວ່າ ອີ​ຣ່ານ ບໍ່​ສາ​ມາດທົດ​ລອງ ​ລູກ​ສອນ​ໄຟ ຫຼັງ​ຈາກ ​ທ່ານ​ຊາ​ຣິ​ຟ ໄດ​້​ສະ​ເໜີ​ແນວ​ຄິດ ໃນ​ການ​ເຈ​ລະ​ຈາ​ ກ່ຽວ​ກັບ​ເລື້ອງນີ້


ຮູບ​ພາບ​ເຜິຍ​ແຜ່​ໃນ​ວັນ​ທີ 7 ກຸມ​ພາ 2019 ໂດຍ​ໜັງ​ສື​ພິມ​ເຊິ​ປາ ທີ່​ໜ້າ​ເວັບ​ໄຊ ໜ່ວຍພິທັກປະຕິວັດ ອີ​ຣ່ານ ສະ​ແດງ​ໃຫ້​ເປັນ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ Dezful.
ຮູບ​ພາບ​ເຜິຍ​ແຜ່​ໃນ​ວັນ​ທີ 7 ກຸມ​ພາ 2019 ໂດຍ​ໜັງ​ສື​ພິມ​ເຊິ​ປາ ທີ່​ໜ້າ​ເວັບ​ໄຊ ໜ່ວຍພິທັກປະຕິວັດ ອີ​ຣ່ານ ສະ​ແດງ​ໃຫ້​ເປັນ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ Dezful.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ຕອບ​ໂຕ້​ຕໍ່​ຄຳ​ເວົ້າ​ຂອງ​ນັກ​ການ​ທູດ​ສູງ​ສຸດ​ຂອງ​ອີຣ່ານ
ທີ່​ໄດ້​ສະ​ເໜີແນວ​ຄິດ​ ໃນການ​ເຈ​ລະ​ຈາ ​ກ່ຽວ​ກັບ​ໂຄງ​ການ​ລູກ​ສອນ​ໄຟ​ຂອງ​ຕົນ ໂດຍ
​ກ່າວ​ວ່າ ອີຣ່ານ ບໍ່​ສາ​ມາດ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ມອງເຫັນ​ໂດຍສະ​ຫະ​
ລັດ​ວ່າ ເປັນ​ຍານ​ພາ​ຫາ​ນະ​ທີ່​ບັນ​ທຸກ​ລູກ​ລະ​ເບີດ​ນິວ​ເຄ​ລຍ.

​ໃນ​ການ​ຖະ​ແຫຼງ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ຢູ່ກອງ​ປະ​ຊຸມ​ຄະ​ນະລັດ
ຖະ​ບານ ທີ່​ທຳ​ນຽບ​ຂາວນັ້ນ ​ທ່ານ​ທ​ຣຳ​ກ່າວ​ວ່າ ນອກ​ຈາກ​ຄວາມ​ເຊື່ອຂອງ​ທ່ານ​ທີ່ວ່າ
ອີຣ່ານ​ຕ້ອງ​ບໍ່​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ​ແລ້ວ “​ພວກເຂົາ​ເຈົ້າ​ ຈະ​ບໍ່​ສາ​ມາດ​ທີ່​ຈະທົດ​
ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄດ້​ອີກ ຊຶ່ງ​ປັດ​ຈຸ​ບັນ​ນີ້​ຢູ່​ພາຍ​ໃຕ້​ຂໍ້​ຕົກ​ລົງນິວ​ເຄ​ລຍ​ກັບ​ອີ
ຣ່ານ ປີ 2015 ​ນັ້ນ ພວກເຂົາ​ເຈົ້າ​ແມ່ນ​ສາ​ມາດ ເຮັດ​ສິ່ງ​ດັ່ງ
ກ່າວ​ໄດ້.”

ມະ​ຕິສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ຕໍ່​ຂໍ້​ຕົກ​ລົງ​
ປີ 2015 ຂອງ​ອີ​ຣ່ານກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດຂອງ​ໂລກ “ແມ່ນ​ຮຽກ​ຮ້ອງ”
ແທນ​ທີ່ຈະ​ບັງ​ຄັບໃຫ້ອີຣ່ານ ​ຕ້ອງຫຼີກ​ເວັ້​ນ​ຈາກ​ການ​ທົດ​ລອງ​ສະ​ມັດ​ຕະ​ພາບ​ຂອງ​ລູກ​
ສອນ​ໄຟ​ທີ່​ບັນ​ທຸກ​ຫົວ​ອາ​ວຸດ​ນິວເຄ​ລຍ. ຂໍ້ຕົກ​ລົງ​ນິວ​ເຄ​ລຍ​ກັບ ອີ​ຣ່ານໄດ້​ສະ​ເໜີ​ການ​
ບັນ​ເທົ​າ​ການ​ລົງ​ໂທດ​ຂອງສາ​ກົນ ເພື່ອ​ແລກ​ປ່ຽນ​ກັບ​ການ​ຈຳ​ກັດ​ໂຄງ​ການ​ນິວ​ເຄ​ລຍ
ທີ່​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນ​າດ​ຕາ​ເວັນ​ຕົກ​ຢ້ານ​ວ່າຈະ​ນຳ​ໄປ​ໃຊ້​ເພື່ອ​ເຮັດ​ລະ​ເບີດ.
ເຕ​ຫະ​ຣ່ານ​ໄດ້​ກ່າວ​ມາ​ນານ​ແລ້ວ​ວ່າ ຄວາມ​ກະ​ຕື​ລື​ລົ້ນທາງ​ດ້ານນິວ​ເຄ​ລຍ​ຂອງ​ຕົນ
ແມ່ນ​ມີ​ຈຸດ​ປະ​ສົງ​ໃນ​ທາງ​ສັນ​ຕິ ແລະ​ລູກ​ສອນ​ໄຟ​ແມ່ນ​ຢູ່​ໃນ​ລັກ​ສະ​ນະ​ທີ່ເປັນການ​ປ້ອງ
​ກັນ​ເທົ່າ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຖອນ​ອອກ​ຈາກ​ຂໍ້​ຕົກ​ລົງດັ່ງ​ກ່າວ​ໃນປີ​ກາຍ​ນີ້ ໂດຍ​ກ່າວ​ວ່າ
ມັນ​ຍັງ​ອ່ອນເກີນ​ໄປໂພດ​ສຳ​ລັບ​ອີ​ຣ່ານແລະ​ທ່ານ​ໄດ້​ເລີ້ມການ​ລົງ​ໂທດ​ທີ່​ໜັກກວ່າ​ເກົ່າ​
ຕໍ່​ເຕ​ຫະ​ຣ່ານ ເພື່ອ​ກົດ​ດັນ​ໃຫ້​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່ ທີ່​ຈະຢຸດ​ການ​ປະ​ພຶດ​ທີ່​ເຫັນ​ວ່າ​
ບໍ່​ດີ​ທັງ​ໝົດນັ້ນ.

ຢູ່​ໃນ​ການ​ສຳ​ພາດ​ຕໍ່​ຕາ​ໜ່າງຂ່າວ NBC ຂອງສະ​ຫະ​ລັດທີ່​ໄດ້​ອອກ​ອາ​ກາດ​ໃນ​ວັນ​ຈັນ
ທີ່​ຜ່ານ​ມາ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່າ​ນ​ໂມ​ຮຳ​ເມັດ ຈາ​ວາດ ຊາ​ຣິ​ຟ ໄດ້​ຕິ​ຕຽນ​
ວ່າ​ສະ​ຫະ​ລັດຂາຍ​ອາ​ວຸດ​ໃຫ້​ແກ່​ບັນ​ດາ​ພັນ​ທະ​ມິດ​ອ່າວ​ເປີ​ເຊຍ ຄື ຊາ​ອຸ​ດີ ອາ​ຣາ​ເບຍ
ແລະ​ສະ​ຫະ​ລັດ ອາ​ຣັບ ເອ​ເມີ​ເຣັ​ສ ຜູ້​ທີ່​ເປັນ​ຄູ່​ແຂ່ງ​ຂອງ​ອີ​ຣ່ານ ທີ່​ໄດ້​ “ເຮັດ​ໃຫ້​ຂົງ​ເຂດ​
ຂອງ​ເຮົາ​ພ້ອ​ມ​ແລ້ວ​ທີ່​ຈ​ະລະ​ເບີດ.”

ທ່ານ​ຊາ​ຣິ​ຟ​ໄດ້ກ່າວ​ຕື່ມ​ວ່າ “ເພາະ​ສະ​ນັ້ນ ຖ້າ​ຫາກ​ສະ​ຫະ​ລັດ​ຕ້ອງ​ການເຈ​ລະ​ຈາ​ກ່ຽວ​
ກັບ​ລູກ​ສອນ​ໄຟຂອງ​ພວກ​ເຮົາ ​ກ່ອນ​ອື່ນ​ໝົດພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຍຸ​ຕິການຂາຍ​ອາ​
ວຸດເຫຼົ່າ​ນີ້ ຮວມ​ທັງ​ລູກ​ສອນ​ໄຟ​ຕ່າງ​ໆ ໃຫ້​ແກ່​ຂົງ​ເຂດພວກ​ເຮົາ” ທ່ານ​ຊາ​ຣິ​ຟໃຫ້​ຄວາມ
ເຫັນ​ດັ່​ງ່າວ ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນະ​ຄອນ​ນິວຢອກ​ເພື່ອ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​
ສະ​ຫະ​ປະ​ຊາ​ຊາດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG