ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ສະຫະລັດ ທ່ານ ທຣຳ ຮຽກ​ຮ້ອງ​ ​ໃຫ້ທ່ານໂຄເຮັນ ​ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ ໃຫ້​ຕິດ​ຄຸກ​ ເປັນ​ເວ​ລາຫຼາຍ​ປີ


ພາບ​ຮວມ​ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ທ່ານໄມ​ໂກ​ລ໌ ໂຄເຮັນ ​ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ, 16 ເມ​ສາ 2018 ແລະ​ຈາກ​ທຳ​ນຽບ​ຂາວ, 18 ກໍ​ລະ​ກົດ 2018.
ພາບ​ຮວມ​ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ທ່ານໄມ​ໂກ​ລ໌ ໂຄເຮັນ ​ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ, 16 ເມ​ສາ 2018 ແລະ​ຈາກ​ທຳ​ນຽບ​ຂາວ, 18 ກໍ​ລະ​ກົດ 2018.

ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກ​ຮ້ອງ​ ​ໃຫ້ທ່ານ
ໄມ​ໂກ​ລ໌ ໂຄເຮັນ ​ອະ​ດີດ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ ​ເປັນ​ເວ​ລາ​ດົນ​ນານ​ນັ້ນ
ໃຫ້​ຕິດຄຸກ​ ຫຼາຍ​ປີ ຫຼັງ​ຈາກ​ທີ່​ທ່ານໂຄ​ເ​ຮນ ໄດ້​ຮັບ​ສາ​ລະ​ພາບ​ຜິດ ໃນ​ຫຼາຍ​ກະ​ໂທງ​ແບບ​
ປ້ອງ​ກັນຕົວ ແລະ​ຕໍ່​ຕ້ານທ່ານ​ທ​ຣຳ ໃນ​ຄະ​ດີ​ການສືບ​ສວນ​ສອບ​ສວນ ເລື້ອ​ງ​ການ​ເຂົ້າ
​ແຊກ​ແຊງຂອງ​ຣັດ​ເຊຍ ໃນ​ການ​ເລືອ​ກຕັ້ງປະ​ທາ​ນາ​ທິບໍດີ ປີ 2016.

ທະ​ນາຍ​ຄວາມ​ຂອງ​ທ່ານ​ໂຄ​ເ​ຮນ ໄດ້​ຂໍ​ຮ້ອງ​ໃຫ້​ທະ​ນາຍ​ຄວາມ​ລັດ​ນິວ​ຢອກບໍ່​ໃຫ້​ໄດ້ຕິດ
​ຄຸກ ຫຼັງ​ຈາກ​ທີ່​ທ່ານ​ ໂຄເຮັນ ໃນ​ສັບ​ປະ​ດາ​ແລ້ວ​ນີ້ ໄດ້ຮັບສາລະພາບໄດ້​ກ່າວ​ເທັດ​ຕໍ່​
ລັດ​ຖະສະ​ພາ ທີ່​ວ່າ ທ່ານ​ທ​ຣຳ ໄດ້​ສິ້ນ​ສຸດ​ການ​ດຳ​ເນີນ​ການ​ເລື້ອງ​ອະ​ສັງ​ຫາ​ລິມ​ມະ​ສັບ
​ໃນ​ມົ​ສ​ກູ ໃນ​ຊ່ວງ​ຕົ້ນ​ໆປີ 2016 ນັ້ນ ເພື່ອ​ເຂົ້າ​ແຂ່ງ​ຂັນ ເປັນ​ຕົວ​ແທນ​ຂອງ​ພັກ​ຣິ​ພັບ​
ບ​ລີ​ກັນ, ຊຶ່ງຄວາມຈິງແລ້ວ ແມ່ນ​ຍັງ​ສືບ​ຕໍ່​ໃຫ້​ຂໍ້​ມູນ​ແກ່ທ່ານ​ທ​ຣຳວ່າ ອາ​ດສາມາດເປັນ​
ໄປ​ໄດ້ຢູ່ໃນໃນ​ທີ່​ສຸດ.

ທ່ານ ໂຄເຮັນ ​ໄດ້​ກ່າວ​ວ່າ ທ່ານ​ໄດ້ກ່າວເທັດ ກໍເພື່ອ​ສະ​ໜັບ​ສະ​ໜຸນ​ຄຳຮຽກຮ້ອງຂອງ​
ສາ​ທາ​ລະ​ນະຊົນ​ວ່າ ເພິ່ນ​ບໍ່​ໄດ້​ພົວ​ພັນ​ຫຽັງກັບ​ຣັດ​ເຊຍ ໃນ​ຕອນ​ນັ້ນ.

ກ່ອນ​ໜ້າ​ນີ້ ທ່ານ ໂຄເຮັນ ທີ່​ເປັນ​ທະ​ນາຍ​ຄວາມ​ຂອງ​ທ່ານ​ທ​ຣຳ ມາ​ໄດ້ 12 ປີ ແລ້ວ
ໄດ້​ຍອມ​ຮັບ​ຜິດ ທີ່​ໄດ້​ລະ​ເມີດ​ກົດ​ໝາຍ ໃນ​ການ​ພົວ​ພັນ ກັບ​ເລື້ອງ​ພາ​ສີ​ການ​ຄ້າ​ຂອງ
​ທ່ານ, ການ​ພົວ​ພັນ​ທາງ​ການ​ເງິນ​ກັບ​ຢ່າງ​ນ້ອຍ ກັບ 3 ທະ​ນາ​ຄານແລະ​ຄວາມ​ພະ​ຍາ​
ຍາມ​ແບບລັບໆຂອງ​ທ່ານ ທີ່​ຈະໃຫ້​ມີ​ອິດ​ທິ​ພົນ​ໃນ​ການ​ເລືອກ​ຕັ້ງ ກ່ອນ​ການປ່ອນ​ບັດ
ໂດຍ​ຈ່າຍ​ເງິນແບບ​ກະທັນຫັນ ຈຳ​ນວນ 280,000 ໂດ​ລາ ໃຫ້ພວກ​ແມ່​ຍິງ​ສອງ​ຄົນ
ທີ່ອ້າງວ່າ ພວກ​ຕົນໄດ້​ມີຄວາມ​ສຳພັນທາງເພດ​ກັບ​ທ່ານ​ທ​ຣຳ ໃນ​ຫຼາຍ​ປີ​ມາ​ແ​ລ້ວ.
ທ່ານໂຄ​ເຮັນ ປະ​ເຊີນ​ໜ້າກັບ​ການ​ຕິດຄຸກຫຼາຍໆ​ປີ ແຕ່​ວ່າ ຍັງ​ບໍ່​ທັນ​ໄດ້​ຕັດ​ສິນ​ເທື່ອ.

“ເຈົ້າ​ເວົ້າ​ວ່າ ລາວສາ​ມາດ​ທີ່​ຈະ​ກະ​ທຳ​ເລື້ອງ​ທັງ​ໝົດ​ທີ່​ຊົ່ວ​ຮ້າຍ​ນີ້​ຫວະ, ທີ່​ບໍ່​ພົວ​ພັນ​
ກັບ​ທ່ານ​ທ​ຣຳ ສິ່ງ​ທີ່​ສາ​ມາດ​ເຮັດ​ເລື້ອງ​ຕົ້ມ​ຕົວະ ກູ້​ຢືມ​ເງິນ ແລະ​ພາ​ສີ​ອາ​ກອນ
ແລະ​ເລື່ອງ​ອື່ນໆອີກ ຍັງ​ບໍ່​ທັນ​ໄດ້​ຮັບ​ຄະ​ດີ​ຕິດ​ຄຸກ​ເປັນ​ເວ​ລາ​ດົນ​ນານ? ຊຶ່ງທ່ານ​ທ​ຣຳ
ໄດ້​ຂຽນ​ລົງໃນ​ທວິດ​ເຕີ​ຣ໌​ໄວ້”
ແລະ​ໄດ້​ກ່າວ​ຕື່ມ​ວ່າ “ລາວ​ໄດ້​ສ້າງ​ເລື້ອງ​ຂຶ້ນ​ມາ ໃນ​ອັນ​ທີ່​ເປັນການ​ດີເລີດ​ແລະພ້ອມ​ແລ້ວໃຫ້ມີ​ການ​ຫຼຸດ​ຜ່ອນ​ໂທດ ໃຫ້ແກ່​ລາວ, ແລະ​ເຮັດ​ໃຫ້​
ພັນ​ລະ​ຍາ​ແລະພໍ່​ເຖົ້າ​ຂອງ​ລາວ ພົ້ນ​ຄະ​ດີ ຄື​ ສກ໊ອ​ຕ ຟ​ຣີ ຫັ້ນຫວະ ລາວໄດ້​ກ່າວ​ເທັດ
ເພື່ອຜົນ​ປະໂຫຍດ​ແລະກໍ​ສົມ​ຄວນ​ຈະ, ໃນ​ຄວາມ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ ຕິດ​ຄຸກ​ເຕັມ
​ອັດ​ຕາແລະ​ໃຫ້​ຈົບ​ອາ​ຍຸ​ການ​ດ້ວຍ.”

ຫຼັງ​ຈາກ​ທີ່​ທ່ານ​ໂຄ​ເຮັນ ໄດ້​ຍອມ​ຮັບ​ຜິດ ໃນ​ສັບ​ປະ​ດາ​ແລ້ວ​ນີ້ ທີ່​ໄດ້​ກ່າວ​ເທດ​ຕໍ່​ລັດ​ຖະ
​ສະ​ພາ, ທ່ານ​ທ​ຣຳ ໄດ້ເອີ້ນ​ອະ​ດີດ​ທະ​ນາຍ​ຄວາມ​ຂອງ​ທ່ານ​ວ່າເປັນ “ເປັນ​ຄົນ​ອ່ອນ​ແອ.”
ຕໍ່​ມາ ທ່ານ​ທ​ຣຳ ໄດ້​ປົກ​ປ້​ອງ​ວຽກ​ງານ​ທີ່​ດຳ​ເນີນ​ຕໍ່​ໄປ​ຂອງ​ເພິ່ນ​ວ່າ ການ​ປະ​ກອບວຽກ​
ງານທາງ​ດ້ານ​ທຸ​ລະ​ກິດ ໃນ​ຊ່ວງ​ທີ່​ໂຄສະ​ນາ​ຫາ​ສຽງ ນັ້ນ​ວ່າ “ຖືກ​ຕ້ອງ​ຕາມ​ກົດ​ໝາຍ​
ແລະ​ດີ​ຫຼາຍ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພາບ​ທີ່​ຖ່າຍ​ໃນ​ວັນ​ທີ 26 ກັນ​ຍາ 2017, ທ່ານ ໂຮ​ເຈີ​ຣ໌ ສ​ໂຕນ ເພື່ອນ​ຮ່ວມ​ງານ​ຍາວ​ນານ ເຂົ້າ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການສືບ​ລັບ.
ພາບ​ທີ່​ຖ່າຍ​ໃນ​ວັນ​ທີ 26 ກັນ​ຍາ 2017, ທ່ານ ໂຮ​ເຈີ​ຣ໌ ສ​ໂຕນ ເພື່ອນ​ຮ່ວມ​ງານ​ຍາວ​ນານ ເຂົ້າ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການສືບ​ລັບ.

XS
SM
MD
LG