ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ດໍໂນລ ທຣໍາ ກ່າວວ່າ ທ່ານຈະພົບປະ ກັບ ປ. ມາດູໂຣ ພຽງແຕ່ເພື່ອລົມກັນ ໃນການລົງຈາກອຳນາດເທົ່ານັ້ນ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວໃນວັນຈັນວານນີ້ວ່າ ທ່ານຈະພົບປະ
ກັບປະທານາທິບໍດີເວເນຊູເອລາ ທ່ານນິໂກລັສ ມາດູໂຣ ກໍພຽງແຕ່ ເພື່ອຫາລື ກ່ຽວກັບ
ການລົງຈາກອຳນາດ ຂອງທ່ານເທົ່ານັ້ນ ຫຼັງຈາກການສໍາພາດທ່ານໄດ້ສະເໜີໄປນັ້ນ.

ອົງການຂ່າວ Axios ໄດ້ພິມເຜີຍແຜ່ ການສຳພາດກັບປະທານາທິບໍດີທຣໍາ [[link: https://www.axios.com/trump-venezuela-guaido-maduro-ea665367-b088-4900-8d73-c8fb50d96845.html ]] ຊຶ່ງທ່ານໄດ້ກ່າວວ່າ ທ່ານຈະເປີດກວ້າງໃນການ
ພົບປະກັບທ່ານມາດູໂຣ ແລະປາກົດວ່າ ເປັນຄວາມລັງເລໃຈໃນການສະໜັບສະໜູນແກ່
ຜູ້ນຳຝ່າຍຄ້ານ ທ່ານຮວນ ກວາອີໂດ ຜູ້ທີ່ສະຫະລັດ ແລະອີກຫຼາຍໆ ປະເທດໄດ້ຮັບຮູ້
ຢ່າງເປັນທາງການວ່າ ເປັນປະທານາທິບໍດີ ໄລຍະຂ້າມຜ່ານ ຫຼັງຈາກການເລືອກຕັ້ງປີ

2018.ປະທານາທິບໍດີທຣໍາ ກ່າວຕໍ່ອົງການຂ່າວ Axios ວ່າ “ຂ້າພະເຈົ້າອາດຈະຄິດກ່ຽວ
ກັບເລື້ອງນັ້ນ ທ່ານມາດູໂຣ ອາດຢາກຈະພົບປະ. ແລະຂ້າພະເຈົ້າບໍ່ເຄີຍ ຄັດຄ້ານທີ່ຈະ
ພົບປະ. ແຕ່ວ່າໃນຂະນະນີ້ ຂ້າພະເຈົ້າໄດ້ປະຕິເສດຕໍ່ເຂົາເຈົ້າ.”

ແຕ່ວ່າໃນວັນຈັນວານນີ້ ປະທານາທິບໍດີທຣໍາ ໄດ້ສົ່ງຂໍ້ຄວາມທາງທວິດວ່າ “ລັດຖະບານ
ຂອງຂ້າພະເຈົ້າ ຢືນຢູ່ຂ້າງ ອິດສະຫຼະພາບ ເສລີພາບ ສະເໝີ ແລະຕໍ່ ຕ້ານລະບອບກົດຂີ່
ຂອງມາດູໂຣ.”

ການສົ່ງຂໍ້ຄວາມທາງທວິດເຕີກ່າວຕໍ່ໄປອີກວ່າ “ຂ້າພະເຈົ້າຈະພົບປະ ກັບທ່ານມາດູໂຣ
ແມ່ນເພື່ອຫາລື ພຽງແຕ່ຢ່າງດຽວຄື ການລົງຈາກອຳນາດຢ່າງສັນຕິເທົ່າ ນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG