ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທ​ຣຳ ຈະ​ເຂົ້າໄປມີສ່ວນພົວ​ພັນກັບຄະ​ດີ ທ່ານ​ນາງ​ເມັງ ຖ້າຈະເປັນການ​ບັນ​ລຸ​ຂໍ້​ຕົກ​ລົງດ້ານ​ການ​ຄ້າ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ຜູ້​ນຳ​ພັກ​ຣີ​ພັບ​ບ​ລິ​ກັນ ທີ່​ທຳ​ນຽບ​ຂາວ ວັນ​ທີ 1 ທັນ​ວາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ຜູ້​ນຳ​ພັກ​ຣີ​ພັບ​ບ​ລິ​ກັນ ທີ່​ທຳ​ນຽບ​ຂາວ ວັນ​ທີ 1 ທັນ​ວາ 2018.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ​ ຈະ​ເຂົ້າໄປມີສ່ວນໃນ​ຄະ​ດີ​ຕ້ານ
ປະ​ທານ​ບໍ​ລິ​ຫານການເງິນ​ຂອງ​ບໍ​ລິ​ສັດ​ສື່​ມວນ​ຊົນເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ​ຈີນ ເມັງ
ຫວານ​ຊູ (Meng Wanzhou) ຖ້​າ​ມັນຈະເປັນຜົນ ​ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ການ​ຄ້າ​ກັບຈີນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຣອຍ​ເຕີ​ວ່າ “ແນວ​ໃດ​ຈະ​ດີ​ສຳລັບປະ​ເທດ
​ຊາດ ຂ້າ​ພະ​ເຈົ້າ​ຈະ​ເຮັດ. ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນຈະ​ດີ ອັນ​ທີ່​ຈະ​ເປັນ​ການ​ແລກ​
ປ່ຽນ​ການ​ຄ້າ​ທີ່​ໃຫຍ່​ສຸ​ດຢ່າງ​ແນ່ນອນທີ່​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ອັນ​ທີ່ຈະດີ
​ສຳລັບ​ຄວາມ​ປ​ອດ​ໄພ​ແຫ່ງ​ຊາດ ແນ່ນອນ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າໄປມີສ່ວນ ຖ້າຫາ​ກ​ຂ້າ​ພະ
​ເຈົ້າ​ຄິດ​ວ່າ​ມັນມີ​ຄວາມ​ຈຳ​ເປັນ.”

ທ່ານ​ທ​ຣຳ​ກ່າວ​ວ່າ​ ເຖິງແມ່ນ “ຄົນ​ຂອງ​ຂ້າ​ພະ​ເຈົ້າ” ໄດ້​ເວົ້າ​ລົມກັບ​ຄົນຂອງຈີນ​ໄປແລ້ວ
ກ່ຽວ​ກັບ​ຄະ​ດີ​ດັ່ງ​ກ່າວ ແຕ່ທ່ານເອງ ​ແມ່ນຍັງ​ບໍ່​ທັນ​ໄດ້​ສົນ​ທະ​ນາ​ກັບ​ປະ​ທານ​ປະ​ເທດ
​ຈີນ ທ່ານ​ສີ ຈິນ​ຜິງ ເທື່ອ.

ຕຳ​ຫຼວດ​ກາ​ນາ​ດາ ໄດ້​ຕອບສະໜອງໝາຍເກາະໂຕ ຂອງ​ສະ​ຫະ​ລັດ ໄດ້​ຈັບ​ກຸ​ມ​ທ່ານ
​ນາງ​ເມັງ ຢູ່​ສະ​ໜາມ​ບິນ​ແວນ​ກູ​ເວີ​ຣ ໃນເກືອບ​ສອງ​ອາ​ທິດ​ກ່ອນ ​ໃນ​ຂໍ້​ຫາ ລ​ະ​ເມີດ​
ການ​ລົງ​ໂທດຂອງ​ສະ​ຫະ​ລັດ​ຕໍ່ອີ​ຣ່ານ.

ຜູ້​ພິ​ພາກ​ສາ​ຄົນ​ນຶ່ງ​ໄດ້​ປ່ອຍ​ໂຕ​ທ່ານ​ນາງ​ ຍ້ອນເງິນ​ປະ​ກັນ​ໂຕ ​ໃນ​ຕອນ​ແລງວັນ​ອັງ​
ຄານ​ວານ​ນີ້ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ລໍ​ຖ້​າ​ການ​ຮັບ​ຟັງ​ເລື້ອງການ​ສົ່ງ​ໂຕ​ມາ​ຍັງສະ​ຫະ​ລັດ.

ປະ​ທານ​ບໍ​ລິ​ຫານການເງິນ​ຂອງ​ບໍ​ລິ​ສັດ​ສື່​ມວນ​ຊົນເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ​ຈີນ ເມັງ ຫວານ​ຊູ (Meng Wanzhou) ຮູບ​ພາບ​ເຜີຍ​ແຜ່​ໂດຍ​ອົ​ງ​ການ​ຂ່າວ​ຣອຍ​ເຕີ ວັນ​ທີ 6 , 2018.
ປະ​ທານ​ບໍ​ລິ​ຫານການເງິນ​ຂອງ​ບໍ​ລິ​ສັດ​ສື່​ມວນ​ຊົນເທັກ​ໂນ​ໂລ​ຈີ​ຍັກ​ໃຫຍ່ ​ຈີນ ເມັງ ຫວານ​ຊູ (Meng Wanzhou) ຮູບ​ພາບ​ເຜີຍ​ແຜ່​ໂດຍ​ອົ​ງ​ການ​ຂ່າວ​ຣອຍ​ເຕີ ວັນ​ທີ 6 , 2018.

ຜູ້​ພິ​ພາ​ກ​ສາ ​ທ່ານວິ​ລ​ລຽມ ເອັ​ຣ​ເກີ ໄດ້​ຕັ້ງ​ຄ່າ​ປະ​ກັນ​ໂຕໄວ້ 7 ລ້ານ 5 ແສນ​ໂດ​ລາ ​
ແລ​ະ​ໄດ້​ວາງ​ມາດ​ຕ​ະ​ການ​ຫຼາຍ​ຢ່າງ ແກ່​ທ່ານ​ນາງ​ເມັງ. ທີ່​ຮວມ​ທັງ​ວ່າບໍ່ໃຫ້ທ່າ​ນ​ນາງ
ໜີໄປຈາກ ບ​ຣິ​ຕິ​ສ ໂຄ​ລົມ​ເບຍ ຢູ່​ໃນ​ເຮືອນ​ທີ່​ສາ​ມີຂອງລາວ​ເປັນ​ເຈົ້າ​ຂອງ ແລະ​ບໍ່​
ໃຫ້​ອອກ​ຈາກ​ເຮືອນ​ລະຫວ່າງ 11 ໂມງກາງຄືນ ຫາ​ຫົກ​ໂມງເຊົ້າ. ນອກນັ້ນ ທ່ານ
​ນາງ​ເມັງ ​ຍັງ​ຈະຕ້ອງໄດ້​ຢູ່​ພາຍ​ໃຕ້ ການຕິດຕາມສີ້ງ​ຊອມຕະຫຼອດ 24 ຊົ່ວ​ໂມງນຳ​.​

ທ່ານ​ນາງ​ເມັງ ເປັນປະ​ທານ​ບໍ​ລິ​ຫານການ​ເງິນ​ຂອງ​ບໍ​ລິ​ສັດ​ສື່​ມວນ​ຊົນເທັກ​ໂນ​ໂລ​ຈີ​
ຍັກ​ໃຫຍ່ ຫົວ​ເຫວີຍ ເທກ​ໂນ​ໂລ​ຈີ ທີ່​ເປັນ​ບໍ​ລິ​ສັດ​ຕັ້ງ​ຂື້ນ​ມາ​ ໂດຍ​ພໍ່​ຂອງ​ລາວ​ ແລ​ະ​
ເປັນ​ນຶ່ງຂອງ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ທີ່​ໃຫຍ່​ສຸດຂອງ​ບໍ​ລິ​ສັດ​ໂທ​ລະ​ສັບ​ມື​ຖື ຢູ່ໃນ​ໂລກ.
ຄອບ​ຄົວ​ຂອງ​ທ່ານ​ນາງ​ມີ​ຊັບສິນມູນຄ່າ​ຫຼາ​ຍ​ພັນ​ຕື້​ໂດ​ລາ..

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG