ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານຄວນເລືອກ ເອົາຄົນອື່ນ ເປັນລັດຖະມົນຕີ ກະຊວງຍຸຕິທຳ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຮັບຟັງ ລັດຖະ
ມົນຕີກະຊວງຍຸຕິທຳ ທ່ານແຊັສຊັນສ໌ ຫຼັງຈາກທີ່ຮອງ ປະທານາ
ທິບໍດີໄມຄ໌ ເພັນສ໌ ຮັບເອົາການສາບານຕົວ ເຂົ້າຮັບຕຳແໜ່ງ ທີ່ທຳນຽບຂາວ, 9 ກຸມພາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຮັບຟັງ ລັດຖະ ມົນຕີກະຊວງຍຸຕິທຳ ທ່ານແຊັສຊັນສ໌ ຫຼັງຈາກທີ່ຮອງ ປະທານາ ທິບໍດີໄມຄ໌ ເພັນສ໌ ຮັບເອົາການສາບານຕົວ ເຂົ້າຮັບຕຳແໜ່ງ ທີ່ທຳນຽບຂາວ, 9 ກຸມພາ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໃນວັນພຸດວານນີ້ ວ່າ ທ່ານຄວນ
ເລືອກເອົາຄົນອື່ນ ແທນທີ່ຈະເລືອກເອົາທ່ານແຈັຟ ແຊັສຊັນສ໌ ເປັນລັດຖະມົນຕີກະຊວງ
ຍຸຕິທຳ ແຕ່ອີງຕາມທະນາຍຄວາມຂອງທ່ານແລ້ວ ໜ້າທີ່ການງານຂອງ ທ່ານແຊັສຊັນສ໌ ປາກົດວ່າ ຍັງປອດໄພຢູ່.

ທ່ານທຣຳ ໃຈຮ້າຍຫຼາຍ ທີ່ວ່າ ທ່ານ ແຊັສຊັນສ໌ ໄດ້ຖອນໂຕອອກຈາກການສືບສວນສອບ
ສວນ ກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ມີການສົມຮູ້ຮ່ວມຄິດ ລະຫວ່າງຄະນະໂຄສະນາຫາ
ສຽງຂອງທ່ານທຣຳ ແລະການແຊກແຊງເຂົ້າໃນການ ເລືອກຕັ້ງປະທານາທິບໍດີ ປີ 2016 ຂອງຣັດເຊຍ.

ທ່ານ ແຊັສຊັນສ໌ ໄດ້ຂໍຖອນໂຕ ຍ້ອນກົດລະບຽບຂອງກະຊວງຍຸຕິທຳ ທີ່ມີຢູ່ເປັນເວລາ
ຍາວນານ ຊຶ່ງຫ້າມບັນດາທະນາຍຄວາມ ບໍ່ໃຫ້ມີສ່ວນກ່ຽວຂ້ອງໃນການສືບສວນສອບ
ສວນເມື່ອພວກເຂົາເຈົ້າມີບັນຫາຂັດແຍ້ງທາງຜົນປະໂຫຍດສ່ວນຕົວ. ໃນກໍລະນີຂອງ
ທ່ານ ແຊັສຊັນສ໌ ກໍລວມທັງ ການສະໜັບສະໜຸນທາງການເມືອງແກ່ ທ່ານທຣຳ ແລະ ການພົບປະກັບ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳສະຫະລັດ ທ່ານ ເຊີເກ ຄິສລີຢັກ
ໃນປີ 2016.

ທ່ານທຣຳ ໄດ້ເອີ່ຍເຖິງຄວາມຮູ້ສຶກທໍ້ໃຈ ຢູ່ເລື້ອຍໆ ທີ່ວ່າ ການຕັດສິນໃຈຂອງທ່ານ
ແຊັສຊັນສ໌ ນັ້ນ ໄດ້ເຮັດໃຫ້ທ່ານ ບໍ່ມີເຈົ້າໜ້າທີ່ປະຕິບັດກົດໝາຍລະດັບສູງຂອງປະເທດ ປົກປ້ອງທ່ານໄດ້ ໃນລະຫວ່າງການສອບສວນດັ່ງກ່າວ ໂດຍ ໄອຍະການພິເສດ ທ່ານ
ໂຣເບີດ ມັລເລີ.

ແຕ່ທ່ານທຣຳ ກໍໄດ້ລະບາຍຄວາມໂມໂຫ ຂອງທ່ານຄັ້ງໃໝ່ ໃນຄວາມເຫັນທີ່ຂຽນລົງ
ໃນທວີດເຕີ ເມື່ອວັນພຸດວານນີ້ ຫຼັງຈາກທີ່ສະມາຊິກສະພາຕ່ຳ ສັງກັດພັກຣີພັບບລີກັນ
ທ່ານ ເທຣ ກາວດີ ໄດ້ກ່າວໃນການໃຫ້ສຳພາດ ທາງໂທລະ ພາບ ວ່າ ທ່ານ ແຊັສຊັນສ໌ ບໍ່ໄດ້ບອກທ່ານທຣຳ ກ່ອນທີ່ເພິ່ນຈະຖືກສະເໜີຊື່ໃຫ້ເປັນລັດຖະມົນຕີກະຊວງຍຸຕິທຳ
ວ່າ ເພິ່ນຈະຖອນໂຕ ອອກຈາກການຄວບຄຸມ ໃນການສືບສວນສອບສວນ ກ່ຽວກັບ
ຣັດເຊຍ ນັ້ນ.

ທ່ານ ກາວດີ ໄດ້ກ່າວຕື່ມວ່າ ທ່ານເອງ ກໍຈະຮູ້ສຶກ “ທໍ້ໃຈ” ໃນສະຖານະການເຊັ່ນນັ້ນ ຖ້າບໍ່ໄດ້ບອກຫລ່ວງໜ້າ ວ່າ ລັດຖະມົນຕີ ກະຊວງຍຸຕິທຳ ຂອງທ່ານ ຈະບໍ່ກຳກັບນຳ “ກໍລະນີທີ່ສຳຄັນທີສຸດ ຂອງທຳນຽບຂາວ.”

ທ່ານ ກາວດີ ໄດ້ກ່າວຢູ່ໃນລາຍການຂ່າວຂອງໂທລະພາບ CBS ວ່າ “ມີທະນາຍຄວາມ
ດີໆຫຼາຍຄົນ ຢູ່ໃນປະເທດ. ທ່ານ ສາມາດເລືອກເອົາ ຜູ້ໃດຜູ້ນຶ່ງກໍໄດ້.”

“ແລະຂ້າພະເຈົ້າ ຄວນຈະເຮັດຈັ່ງຊັ້ນ” ທ່ານທຣຳ ໄດ້ຂຽນລົງທວີດເຕີຕື່ມ ເຊິ່ງທ່ານ
ໄດ້ເວົ້າຊ້ຳອີກ ຄຳເວົ້າ ຂອງທ່ານ ກາວດີ.

ຄວາມໂມໂຫຂອງທ່ານທຣຳ ຕໍ່ທ່ານ ແຊັສຊັນສ໌ ກໍ່ໃຫ້ເກີດມີການຄາດຄິດກັນ ຢູ່ເລື້ອຍໆ ໃນວໍຊິງຕັນວ່າ ທ່ານຈະປົດ ລັດຖະມົນຕີ ກະຊວງຍຸຕິທຳ ອອກບໍ່.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG