ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ສັບຊ້ອນຕຳແໜ່ງ ຄະນະລັດຖະບານ ໂດຍປົດ ລມຕ ກະຊວງກິດຈະການນັກລົບເກົ່າ


ລັດຖະມົນຕີ ກະຊວງກິດຈະການນັກລົບເກົ່າ ຫຼື
VA ທ່ານ ເດວິດ ໂຊລກິນ (David Shulkin) ກ່າວໃຫ້ການຕໍ່ ຄະນະກຳມະການ ກິດຈະການ ນັກລົບເກົ່າ ຂອງສະພາຕຳ ໃນການຮັບຟັງ ກ່ຽວກັບ ໂຄງການຮັກສາປິ່ນປົວຊຸມຊົນ ຂອງນັກລົບເກົ່າ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ມີນາ 2017.
ລັດຖະມົນຕີ ກະຊວງກິດຈະການນັກລົບເກົ່າ ຫຼື VA ທ່ານ ເດວິດ ໂຊລກິນ (David Shulkin) ກ່າວໃຫ້ການຕໍ່ ຄະນະກຳມະການ ກິດຈະການ ນັກລົບເກົ່າ ຂອງສະພາຕຳ ໃນການຮັບຟັງ ກ່ຽວກັບ ໂຄງການຮັກສາປິ່ນປົວຊຸມຊົນ ຂອງນັກລົບເກົ່າ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 7 ມີນາ 2017.

ການສັບຊ້ອນຕຳແໜ່ງ ໃນຄະນະລັດຖະບານຂອງ ປະທານາທິບໍດີ ດໍໂນລ ທຣຳ ຍັງດຳ
ເນີນຕໍ່ໄປ ໃນວັນພຸດວານນີ້ ໂດຍທີ່ມີລັດຖະມົນຕີ ກະຊວງກິດຈະການນັກລົບເກົ່າ ຫຼື
VA ທ່ານ ເດວິດ ໂຊລກິນ (David Shulkin) ຖືກປົດອອກຈາກໜ້າທີ່.

“ຂ້າພະເຈົ້າ ຍິນດີທີ່ຈະປະກາດວ່າ ຂ້າພະເຈົ້າຕັ້ງໃຈ ທີ່ຈະສະເໜີຊື່ ພົນເອກ ຣອນນີ
ແຈັກສັນ ຜູ້ທີ່ເປັນທ່ານໝໍ ທີ່ເຄົາລົບນັບຖືເປັນຢ່າງສູງ ໃຫ້ເປັນ ລັດຖະມົນຕີ ກະຊວງ
ກິດຈະການນັກລົບເກົ່າ”
ນັ້ນແມ່ນຂໍ້ຄວາມທີ່ທ່ານປະທານາທິບໍດີ ໄດ້ຂຽນລົງທວີດເຕີ.
ທ່ານຂຽນຕໍ່ໄປວ່າ “ໃນຊ່ວງເວລາຊົ່ວຄາວ ພະນະທ່ານ ໂຣເບີດ ວີລກີ (Robert
Wilkie) ຈາກກະຊວງປ້ອງກັນປະເທດ ຈະປະຕິບັດໜ້າທີ່ວ່າການເປັນລັດຖະມົນຕີ.
ຂ້າພະເຈົ້າ ຮູ້ສຶກມີບຸນຄຸນແກ່ການຮັບໃຊ້ປະເທດຊາດຂອງທ່ານໝໍ ເດວິດ ໂຊລກິນ
ແລະ ຕໍ່ພວກນັກລົບເກົ່າ ທີ່ສຸດຍອດ ຂອງພວກເຮົາ!”


ບັດນີ້ ອະດີດລັດຖະມົນຕີ ກະຊວງກິດຈະການນັກລົບເກົ່າ ຈະຖືກສັບປ່ຽນໂດຍທ່ານ
ແຈັກສັນ ຜູ້ທີ່ເປັນທ່ານໝໍປະຈຳປະທານາທິບໍດີ ແລະເປັນທ່າໝໍເບິ່ງແຍງ ທ່ານ ທຣຳ
ຄົນປັດຈຸບັນ ທີ່ໄດ້ທຳການກວດສຸຂະພາບ ຄັ້ງຫຼ້າສຸດຂອງທ່ານ ເມື່ອບໍ່ດົນມານີ້. ທ່ານ
ແຈັກສັນໄດ້ຖືກແຕ່ງຕັ້ງເຂົ້າໃນຕຳແໜ່ງນີ້ເມື່ອປີ 2013 ໂດຍອະດີດປະທານາທິບໍດີ
ບາຣັກ ໂອບາມາ ແລະ ທ່ານ ທຣຳ ກໍໄດ້ຮັກສາຕຳແໜ່ງຂອງທ່ານເອົາໄວ້.

ທ່ານ ໂຊລກິນ ກໍຍັງແມ່ນມາຈາກ ສະໄໝຄະນະລັດຖະບານຂອງທ່ານໂອບາມາ
ເຊັ່ນກັນ ຜູ້ທີ່ໄດ້ປະຕິບັດໜ້າທີ່ ເປັນຫົວໜ້າອົງການລັດຖະບານ ທີ່ໃຫຍ່ທີ່ສຸດ ອັນດັບ
ສອງຂອງປະເທດ ເປັນເວລານຶ່ງປີກວ່າ. ທ່ານໄດ້ຕົກຢູ່ພາຍໃຕ້ການແຍ່ງຊີງອຳນາດກັນ
ກັບກຸ່ມພວກທີ່ຖືກແຕ່ງຕັ້ງທາງການເມືອງ ໂດຍທ່ານ ທຣຳ ຜູ້ທີ່ຢູ່ພາຍໃນຄະນະເຈົ້າ
ໜ້າທີ່ ອາວຸໂສ ທີ່ຢາກຈະໃຫ້ທ່ານ ໂຊລກິນ ອອກຈາກຕຳແໜ່ງ.

ທ່ານໝໍ ປະຈຳທຳນຽບຂາວ ດຣ. ທ່ານ ຣອນນີ ແຈັກສັນ (Ronny Jackson) ເອີ້ນນັກຂ່າວທ່ານນຶ່ງ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ມັງກອນ 2018.
ທ່ານໝໍ ປະຈຳທຳນຽບຂາວ ດຣ. ທ່ານ ຣອນນີ ແຈັກສັນ (Ronny Jackson) ເອີ້ນນັກຂ່າວທ່ານນຶ່ງ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 16 ມັງກອນ 2018.

ທ່ານ ໂຊລກິນ ໄດ້ປະຕິຍານ ວ່າ ກະຊວງ VA ຈະບໍ່ໃຫ້ກາຍເປັນເອກກະຊົນ ໃນຂະນະ
ທີ່ທ່ານເປັນຜູ້ເບິ່ງແຍງ ແຕ່ຈະສະໜອງການຂະຫຍາຍໂອກາດຕ່າງໆ ໃຫ້ແກ່ພວກນັກ
ລົບເກົ່າ ເພື່ອໃຫ້ໄດ້ຮັບການຮັກສາປິ່ນປົວ ໂດຍພາກສ່ວນເອກກະຊົນ. ພວກຖືກແຕ່ງ
ຕັ້ງທາງການເມືອງ ຂອງທຳນຽບຂາວ ຕ້ອງການການປັບປຸງຄືນໃໝ່ຢ່າງຮອບດ້ານ
ແລະ ເພື່ອໃຫ້ພວກນັກລົບເກົ່າ ເຂົ້າຫາເຖິງເງິນທີ່ສະໜອງໂດຍກະຊວງ VA ໄດ້ຫຼາຍ
ຂຶ້ນກົ່ວເກົ່າ ສຳລັບການຮັກສາປິ່ນປົວ ຢູ່ໃນພາກສ່ວນຂອງເອກກະຊົນ.

ທ່ານນາງ ແນນຊີ ເປໂລຊີ ຜູ້ນຳສະພາຕ່ຳສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ການປົດ ທ່ານລັດຖະມົນຕີ ໂຊລກິນ ອອກຢ່າງກະທັນຫັນນັ້ນ ກໍແມ່ນບາດກ້າວທີ່ໜ້າເປັນຫ່ວງ ເຊິ່ງເປັນເປົ້າໝາຍສຸດທ້າຍ ທີ່ຈະເຮັດໃຫ້ກະຊວງວີເອ ນີ້ ກາຍເປັນເອກກະຊົນ ໃນ
ຄະນະລັດຖະບານຂອງທ່ານ ທຣຳ.”
ທ່ານນາງ ເປໂລຊີ ແມ່ນນຶ່ງໃນບັນດາສະມາຊິກ
ພັກເດໂມແຄຣັດ ທີ່ໄດ້ເຊື່ອມໂຍງ ການປົດທ່ານ ໂຊລກິນ ອອກນັ້ນ ກໍເພື່ອທີ່ຈະຊຸກຍູ້
ໃຫ້ເປັນເອກກະຊົນ.

Trump Shulkin Replace
please wait
Embed

No media source currently available

0:00 0:01:28 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG