ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ທຣຳ ເວົ້າວ່າ ທ່ານບໍ່ໄດ້ຖືກລາຍງານໃຫ້ຟັງ ກ່ຽວກັບ ຣັດເຊຍ ຕັ້ງລາງວັນ ໃສ່ກຳລັງທະຫານ ສະຫະລັດ ໃນ ອັຟການິສຖານ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກຸ່ມຂອງສະມາຊິກພັກຣີພັບບລີກັນໄວໜຸ່ມຢູ່ ໂບດ Dream City ໃນນະຄອນ ຟີນິກສ໌, ລັດ ອາຣິໂຊນາ. 23 ມິຖຸນາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກຸ່ມຂອງສະມາຊິກພັກຣີພັບບລີກັນໄວໜຸ່ມຢູ່ ໂບດ Dream City ໃນນະຄອນ ຟີນິກສ໌, ລັດ ອາຣິໂຊນາ. 23 ມິຖຸນາ, 2020.

ໃນຂະນະທີ່ບັນດາສະມາຊິກລັດຖະສະພາຮຽກຮ້ອງໃຫ້ທຳການສືບສວນສອບສວນນັ້ນ, ປະທານາ ທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນຕອນແລງຂອງວັນອາທິດວານນີ້ວ່າ ທ່ານບໍ່ໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບ ລາຍງານທີ່ວ່າ ໜ່ວຍສືບລັບຂອງກອງທັບ ຣັດເຊຍ ໄດ້ສະເໜີລາງວັນໃຫ້ພວກຫົວຮຸນ ແຮງ ຕາລີບານ ໃນ ອັຟການິສຖານ ສັງຫານທະຫານ ສະຫະລັດ ຍ້ອນວ່າບັນດາເຈົ້າໜ້າທີ່ ສືບລັບ ສະຫະລັດ ບໍ່ເຊື່ອວ່າມັນມີຄວາມໜ້າເຊື່ອຖື.

ທ່ານ ທຣຳ, ໄດ້ກ່າວໂດຍອ້າງເຖິງຮອງປະທານາທິບໍດີ ໄມຄ໌ ເພັນສ໌ ວ່າ “ເຈົ້າໜ້າທີ່ສືບລັບມີແຕ່ລາຍງານໃຫ້ຂ້າພະເຈົ້າວ່າ ເຂົາເຈົ້າບໍ່ໄດ້ພົບວ່າຂໍ້ມູນນີ້ແມ່ນໜ້າເຊື່ອຖື, ແລະ ສະນັ້ນບໍ່ໄດ້ລາຍ ງານໃຫ້ຂ້າພະເຈົ້າ ຫຼື ທ່ານຮອງປະທານາທິບໍດີຊາບ.”

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ລິນຊີ ແກຣມ ໄດ້ກ່າວວ່າ ທ່ານຄາດວ່າ ລັດຖະ ບານທ່ານ ທຣຳ “ຈະພິຈາລະນາການກ່າວຫານັ້ນຢ່າງ ຈິງຈັງ.”

ທ່ານ ແກຣມ ໄດ້ກ່າວໃນທວິດເຕີເມື່ອຕອນແລງວັນອາທິດວານນີ້ວ່າ “ລັດຖະ ສະພາໄດ້ຊອກຫາຄວາມຈິງ ກ່ຽວກັບ ລາຍງານຂອງສື່ມວນຊົນເມື່ອບໍ່ດົນມານີ້ຢ່າງຮີບດ່ວນທີ່ວ່າ ໜ່ວຍສືບລັບກອງ ທັບ ຣັດເຊຍ ໃນ ອັຟການິສຖານ ໄດ້ສະເໜີທີ່ຈະຈ້າງພວກຕາລີບານໃຫ້ຂ້າທະຫານ ອາເມຣິກັນ ດ້ວຍເປົ້າໝາຍທີ່ຈະຜັກດັນໃຫ້ ອາເມຣິກາ ໜີອອກຈາກພາກພື້ນດັ່ງກ່າວ.”

ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານນາງ ເຄີສເຕັນ ກິລລີແບຣນດ໌ ໄດ້ຮຽກຮ້ອງໃຫ້ທຳການສືບສວນສອບສວນໂດຍລັດຖະສະພາ ກ່ຽວກັບ ຂອບ ເຂດຂອງໂຄງການລາງວັນດັ່ງກ່າວ, ລວມທັງຜູ້ທີ່ຖືກຈ້າງ, ມີເງິນຈຳນວນເທົ່າໃດ, ແລະ ລະບຸຕົວຄົນ ອາເມຣິກັນ ຜູ້ທີ່ຖືກຂ້າຕາຍຈາກຜົນຂອງມັນ. ທ່ານ ນາງຍັງຢາກຮູ້ວ່າ ທ່ານ ທຣຳ ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆ ຂອງລັດ ຖະບານໄດ້ຮູ້ ກ່ຽວກັບ ເລື່ອງນີ້ຕອນໃດ, ພ້ອມກັບສະມາຊິກລັດຖະສະພາຄົນໃດທີ່ຮູ້ຈັກ ກ່ຽວກັບ ໂຄງການນີ້.

ທ່ານນາງ ກິລລີແບຣນດ໌ ໄດ້ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ເມື່ອພວກເຮົາຂໍໃຫ້ ບັນດາສະມາຊິກທະຫານຂອງພວກເຮົາ ແລະ ຄອບຄົວຂອງເຂົາເຈົ້າໄດ້ສ່ຽງຊີວິດ ແລະ ເສຍສະຫຼະເພື່ອ ສະຫະ ລັດ, ມັນມີຄວາມເຂົ້າໃຈວ່າ ພວກເຮົາຈະ ເຮັດທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອຫຼຸດຜ່ອນຄວາມສ່ຽງທີ່ວ່ານັ້ນ ແລະ ໃຫ້ກຽດແກ່ການເສຍສະຫຼະດັ່ງກ່າວນັ້ນ. ປະທານາທິບໍດີ ທຣຳ ປາກົດວ່າໄດ້ ປະສົບຄວາມລົ້ມແຫຼວຢ່າງສິ້ນເຊີງ ທີ່ຈະບັນລຸໜ້າທີ່ຂອງທ່ານ. ຜ່ານການສືບ ສວນສອບສວນ, ການສຳຫຼວດ ແລະ ໃຊ້ມາດຕະການຮັບຜິດຊອບຢ່າງຮອບຄອບ, ພວກເຮົາຈະຍັງຮັກສາຄຳສັນຍາຂອງພວກເຮົາໄດ້.”

ໜັງສືບພິມ ນິວ ຢອກ ໄທມສ໌ ແມ່ນຜູ້ທຳອິດທີ່ໄດ້ລາຍງານວ່າ ບັນດາເຈົ້າໜ້າທີ່ສືບລັບໄດ້ສະຫຼຸບ ໃນຫຼາຍເດືອນທີ່ຜ່ານມາວ່າ ໜ່ວຍສືບລັບຂອງ ຣັດເຊຍ, ເຊິ່ງຖືກເຊື່ອມໂຍງໃສ່ການພະຍາຍາມລອບສັງຫານ ແລະ ປິດບັງການປະຕິບັດ ການຕ່າງໆໃນ ຢູໂຣບ ທີ່ແນເປົ້າໃສ່ການສ້າງຄວາມບໍ່ໝັ້ນຄົງ ໃຫ້ແກ່ບັນດາປະເທດຕາເວັນຕົກນັ້ນ, ໄດ້ດຳເນີນພາລະກິດໃນ ອັຟການິສຖານ ເມື່ອປີກາຍນນີ້ ແລະ ວ່າທ່ານ ທຣຳ ໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບ ມັນໃນທ້າຍເດືອນມີນາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG