ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານທ​ຣຳ ກ່າວ​ວ່າ ທ່ານ​ສົ່ງ​ຈົດ​ໝາຍ ​ໃນ​ທາງ​ເປັນ​ມິດ ໄປ​ຫາ​ຜູ້​ນຳ ​ເກົາ​ຫຼີ​ເໜືອ


ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ
ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ຈົດ​ໝາຍ ທີ່​ທ່ານ​ໄດ້​ສົ່ງ​ໄປ​ຍັງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ ແມ່ນ​ມີ “ຄວາມ​ເປັນ​ມິດສູງ” ຊຶ່ງ​ເປັນ​ການ​ຕອບຈົດ​ໝາຍ​ທີ່​ທ່ານ​ໄດ້​ຮັບ​ຈາກທ່ານ​ກິມໃນ​ຕົ້ນ​ເດືອນ​ນີ້ ທີ່​ໄດ້​ສົ່ງມາອວຍ​ ພອນ​ວັນ​ເກີດໃຫ້​ແກ່​ທ່ານ.

ທ່ານ​ທ​ຣຳໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ກິມ “ແມ່ນ​ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ​ວັນ​ເກີດ ໃຫ້​ແກ່​ຂ້າ​ພະ​ເຈົ້າ ມັນ​ແມ່ນ​ຈົດ​ໝາຍ​ທີ່​ເປັນ​ມິດ.” ທ່ານ​ທ​ຣຳ ​ມີ​ອາ​ຍຸ​ຄົບ 73 ປີ ໃນ​ວັນ​ທີ 14 ມິ​ຖຸ​ນາຜ່ານ​ມາ​ນີ້.

ການ​ໃຫ້​ຄວາມເຫັນ​ດັ່ງ​ກ່າວ ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກອົງ​ການ​ຂ່າວ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ໄດ້ອ້າງເອົາ​ຄຳ​ເວົ້າ​ຂອງ​ທ່ານ​ກິມ ທີ່​ກ່າວ​ວ່າ ທ່ານ​ໄດ້​ຮັບ​ຈົດ​ໝາຍ ​ທີ່​ມີ​ “ເນື້ອ​ໃນ​ໃຈ​ຄວາມ​ດີ​ເລີດ” ຈາກ​ທ່ານ​ທ​ຣຳ.

ໂຄ​ສົກ​ປະ​ຈຳທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌​ສ ໄດ້​ກ່າວຢູ່​ ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ເມື່ອ​ຄືນນີ້ວ່າ “ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງຜູ້​ນຳ​ ທັງສອງ ແມ່ນ​ຍັງດຳ​ເນີນ​ຕໍ່ໄປ​ຢູ່.”

ການ​ແລກ​ປ່ຽນ​ຈົດ​ໝາຍ​ດັ່ງ​ກ່າວ​ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສະ​ຫະ​ລັດ​ແລະເກົາ​ຫຼີເ​ໜືອ ຍັງ​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ໂຄ​ງ​ການ​ນິວ​ເຄ​ລຍ​ຂອງເກົາ​ຫຼີເ​ໜືອ. ປະ​ເທດ​ທັງ​ສອງ ເສັດ​ສິ້ນກອງ​ປະ​ຊຸມ​ສຸດຍອດ​ ເມື່ອ​ເດືອນ​ກຸມ​ພາ​ຜ່ານ​ມາ​ ໂດຍປ​າດສະ​ຈາກ​ ການ​ຕົກ​ລົງ​ກັນ​ໃດໆ​ເລີຍ ໃນ​ອັນ​ທີ່​ ເກົາ​ຫຼີເ​ໜືອຍິນ​ດີ​ທີ່​ຈະ​ຍົກ​ເລີກເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບການບັນ​ເທົາ​ຕໍ່​ການ ລົງ​ໂທດ​ອອກ.

ເຖິງແມ່ນ​ວ່າ ການ​ເຈ​ລະ​ຈາ​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ກໍ​ຕາມ ທ່ານ​ທ​ຣຳ ຍັງ​ສືບ​ຕໍ່​ຮັກ​ສາ​ສາຍ​ພົວ​ພັນທີ່​ດີ ​ກັບທ່ານ​ກິມ​ໄວ້​ຢູ່.

ທ່ານ​ທ​ຣຳ ຈະ​ອອກ​ເດີນ​ທາງ​ໄປ​ຍັງ​ເອ​ເຊຍ ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ຊຶ່ງຈະຮວມ​ທັງ ການ​ຢຸດ​ແວ່ ທີ່​ເຫົາ​ຫຼີ​ໃຕ້ ນຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG