ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາກ່າວວ່າ ທ່ານເປັນເປົ້າໝາຍ ​​ການສືບສວນ ​ກ່ຽວ​ກັບ​ການ​ສໍ້​ໂກງ ​ການເລືອກຕັ້ງ ປີ 2020


ພາບບັນທຶກ ປະທານາທິບໍດີ ດຳໂນລ ທຣໍາ ກ່າວລະຫວ່າງການປະທ້ວງ ຕໍ່​ການຢັ້ງຢືນການເລືອກຕັ້ງ ຂອງທ່ານໂຈ ໄບເດັນ ໃ​ຫ້ເປັນປະທານາທິບໍດີ ທີ່ນະຄອນຫລວງວໍ​ຊິງຕັນ ​ເມື່ອວັນທີ 6 ມັງກອນ 2021
ພາບບັນທຶກ ປະທານາທິບໍດີ ດຳໂນລ ທຣໍາ ກ່າວລະຫວ່າງການປະທ້ວງ ຕໍ່​ການຢັ້ງຢືນການເລືອກຕັ້ງ ຂອງທ່ານໂຈ ໄບເດັນ ໃ​ຫ້ເປັນປະທານາທິບໍດີ ທີ່ນະຄອນຫລວງວໍ​ຊິງຕັນ ​ເມື່ອວັນທີ 6 ມັງກອນ 2021

ອະດີດປະທານາທິບໍດີດໍໂນລ ທຣໍາ ກ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້​ຖືກ​ແຈ້ງໃຫ້ຊາບ ໂດຍໄອຍະການພິເສດ ທ່ານແຈັກ ສະມິດ ວ່າ ທ່ານເປັນເປົ້າ ໝາຍຂອງການສືບສວນໂດຍຄະນະຕຸລາການ​ໃຫຍ່ລັດຖະບານກາງ ​ກ່ຽວ​ກັບວ່າທ່ານໄດ້ພະຍາຍາມ ທີ່ຈະຕ່າວປີ້ນ​ຢ່າງ​ຜິດກົດໝາຍ ການເລືອຄຕັ້ງຂອງທ່ານ ໃນປີ 2020 ທີ່ໄດ້ເສຍໄຊໃຫ້ແກ່ພັກເດໂມແຄຣັດ ທ່ານໂຈ ໄບເດັນ ນັ້ນ​ຫຼື​ບໍ່.

ທ່ານທຣໍາ ​ເປັນຜູ້ສະໝັກ​ຂອງພັກຣີພັບບລິກັນ​ທີ່​ມີ​ຄະ​ແນນ​ນຳ​ໜ້າ ໃນການສະ
ເໜີໃຫ້ເປັນປະທານາທິບໍດີຕາງໜ້າພັກໃນການເລືອກຕັ້ງປີ 2024 ໄດ້ກ່າວອ້າງໃນຖະແຫລງຂ່າວ ທີ່​ມີຫົວຂໍ້ໜັງສື ໂຄສະນາຫາສຽຂອງທ່ານວ່າ “ເປັນຂ່າວທີ່ໜ້າຢ້ານກົວ ຕໍ່ປະເທດຊາດພວກເຮົາ ທີ່ໄດ້ມອບໃຫ້ຂ້າພະເຈົ້າ ໂດຍບັນດາທະ ນາຍຄວາມ” ເມື່ອສອງມື້ກ່ອນ.

“ແຈັກ ສະມິດ ຜີບ້າ ໄອຍະການກະຊວງຍຸຕິທຳຂອງ ໂຈ ໄບເດັນ ສົ່ງໜັງສືມາອີກ ມັນແມ່ນຕອນຄໍ່າແລງວັນອາທິດ ກ່າວວ່າ ຂ້າພະເຈົ້າເປັນເປົ້າໝາຍ​ຂອງຄະນະຕຸລາການໃຫຍ່ ວັນທີ 6 ເດືອນມັງກອນ” ທ່ານທຣໍາ ໄດ້ກ່າວ.

ອະດີດຜູ້ນຳສະຫະລັດ ໄດ້​ກ່າວອ້າງເຖິງມືຶ້ ໃນປີ 2021 ເວລາພວກສະໜັບສະໜູນທ່ານທຣໍາ ​ປະ​ມານ2000 ຄົນ ທີ່ ໄດ້​ບຸກເຂົ້າ​ໄປ​ໃນຫໍລັດຖະສະພາສະຫະ ລັດ ແລະພະຍາຍາມຂັດຂວາງບັນດາສະມາຊິກສະພາ ບໍ່​ໃຫ້ຢັ້ງຢືນວ່າ ທ່ານໄບເດັນ ໄດ້ຊະນະທ່ານທຣໍາ ໃນການເລືອກຕັ້ງປີ 2020.

ທ່ານທຣໍາ ໄດ້ກ່າວຢູ່ໃນ​ສື່ສັັງຄົມ Truth ຂອງ​ທ່ານວ່າ ທ່ານສະມິດ ໄດ້ບອກໃຫ້ທ່ານຊາບ “ເປັນເວລາສັ້ນໆສີ່ມື້ໃຫ້​ໄປລາຍງານ ຕໍ່ຄະນະໄອຍະການພິເສດ ຊຶ່ງເກືອບທັງໝົດໝາຍຄວາມວ່າ ຖືກຈັບ ແລະຟ້ອງ​ຮ້ອງ” ທີ່ຈະເກີດຂຶ້​ນໄດ້ທຸກຍາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG