ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ ທ​ຣຳ ກ່າວ​ວ່າ ທ່ານ​ອາດຈະ​ບໍ່ໄດ້​ພົບກັບ​ທ່ານ​ປູ​ຕິນ ໃນນະ​ຄອນ​ຫຼວງ​ປາ​ຣີ


ວັນ​ຈັນ​ທີ 16 ກໍ​ລະ​ກົດ, 2018, ​ໃນ​ພາບ ປະ​ທາ​ນາ​ທິ​ບໍ​ດີສະ
​ຫະ​ລັດ ທ່ານ​ດໍ​ໂ​ນ​ລ ທ​ຣຳ (ຊ້າຍ) ກັບປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູຕິນ (ຂວາ) ​ຈັບ​ມື​ກັນ ໃນ​ກອງ​ປະ​ຊຸມ ​ໃນ​ພະ​ລາດ​ຊະ​ວັງ ທີ່ Helsinki, ຟິນ​ແລນ​ດ໌.
ວັນ​ຈັນ​ທີ 16 ກໍ​ລະ​ກົດ, 2018, ​ໃນ​ພາບ ປະ​ທາ​ນາ​ທິ​ບໍ​ດີສະ ​ຫະ​ລັດ ທ່ານ​ດໍ​ໂ​ນ​ລ ທ​ຣຳ (ຊ້າຍ) ກັບປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູຕິນ (ຂວາ) ​ຈັບ​ມື​ກັນ ໃນ​ກອງ​ປະ​ຊຸມ ​ໃນ​ພະ​ລາດ​ຊະ​ວັງ ທີ່ Helsinki, ຟິນ​ແລນ​ດ໌.

​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂ​ນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ອາດຈະ “ບໍ່​ໄດ້ພົບປະ”
ກັບປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູຕິນ ​ໃນ​ສັບ​ປະ​ດາ​ໜ້າ​ທີ່​ນະ​ຄອນ​ຫຼວງ
​ປາ​ຣີ.

“ພວກ​ເຮົາ ຍັງ​ບໍ່​ທັນ​ໄດ້​ຫ້າງຫາຫຍັງ​ໄວ້​ເທື່ອ. ພວກ​ເຮົາ​ບໍ່​ຮູ້​ວ່າ ມັນ​ຈະ​ເປັນ​ສະ​ຖານ
​ທີ່​ຖືກ​ຕ້ອງ​ຫຼື​ບໍ່. ຂ້າ​ພະ​ເຈົ້າ ຈະໄ​ປ​ຍັງນະ​ຄອນ​ຫຼວງ​ປາ​ຣີ ຍ້ອນ​ສາ​ເຫດ​ອື່ນໆ​ຕ່າງ​ຫາກ,”

ຊຶ່ງ​ທ່ານ​ທ​ຣຳ ໄດ້​ບອກພວກ​ນັກ​ຂ່າວ ກ່ອນ​ທີ່​ຈະ​ອອກ​ເດີນ​ທາງ​ໄປ​ໂຄ​ສະ​ນາ​ຫາ​ສຽງ.

ແຕ່​ວ່າ ທ່ານ​ທ​ຣຳ ກ່າວ​ວ່າ ທ່ານ​ຍັງ​ວາງ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ທ່ານ​ປູ​ຕິນໃນ​ກອງ​
ປະ​ຊຸມ​ສຸດຍອດ G-20 ທີ່​ນະ​ຄອນ Buenos Aires ໃນ​ທ້າຍ​ເດືອນ​ເດືອນ​ນີ້.

ແຕ່​ມັນ​ຍັງ​ມີຄວາມ​ກະ​ຕື​ລື​ລົ້ນ ສຳລັບກອງ​ປະ​ຊຸມ​ໃນນະ​ຄອນ​ຫຼວງ​ປາ​ຣີ ຈາກວັງ​ຄຣິມລິນ.

“ງານ​ທີ່​ເປັນການລະນຶກ​ຈາກ​ທຸກ​ພັກ​ຝ່າຍ ເຖິງ​ສົງ​ຄາມ​ໂລກຄັ້ງ​ທີ 1 ຄົບຮອບຮ້ອຍປີ
ຈະບໍ່ອະ​ນຸ​ຍາດ​ໃຫ້​ທັງ​ສອງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້ພົບພໍ້ກັນຢ່າງເປັນແກ່ນສານ,”
ຊຶ່ງ​ໂຄ​ສົກ​ດີ​ມິ​ທ​ຣີ ເພ​ສ​ຄອບ ໄດ້​ບອກສື່​ມວນຊົນທົ່ວໄປ.

ທ່ານ​ທ​ຣຳ ແລະ​ທ່ານ​ປູ​ຕິນ ຈະ​ເດີນ​ທາງ​ໄປ​ຍັງ ນະ​ຄອນ​ຫຼວງ​ປາ​ຣີ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ຄົບຮອບ 100 ປີ ຂອງ​ການ​ສິ້ນ​ສຸດ​ລົງ​ຂອງສົງ​ຄາມ​ໂລກຄັ້ງ​ທີ 1.

ແຕ່​ວ່າ ທ່ານເພ​ສ​ຄອບ ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ທັງ​ສອງ​ ແມ່ນ ເບິ່ງ​ຄື​ວ່າຈະ​ເດີນ​ຜ່ານ​ກັນ
ໃນ​ຝ​ຣັ່ງ ແລະ ອາດ​ຈະ​ໄດ້ໂອ້​ລົມ​ກັນ​ແບບ​ສັ້ນ​ໆ ກ່ຽວ​ກັບ​ການ​ພົບ​ປະ​ກັນ​ໃນ​ອາະນາ​ຄົດ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG