ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣໍາເວົ້າວ່າ ທ່ານໄດ້ເປີດ ຕະຫລາດ ຢູໂຣບ ໃຫ້ພວກ ຊາວສວນ ໃນ ສຫລ ແລ້ວ


ປະທານາທິບໍດີດໍໂນລ ທຣໍາ ກ່າວ ພວກນັກສຶກສາ ທີ່ວິທະຍາໄລ ປະຊາຄົມຢູ່ເມືອງ ພຽວສ໌ຕາ (Peosta)ທາງພາກເໜືອ ຂອງລັດ ໄອໂອວາ ໃນວັນທີ 26 ກໍລະກົດ 2018.
ປະທານາທິບໍດີດໍໂນລ ທຣໍາ ກ່າວ ພວກນັກສຶກສາ ທີ່ວິທະຍາໄລ ປະຊາຄົມຢູ່ເມືອງ ພຽວສ໌ຕາ (Peosta)ທາງພາກເໜືອ ຂອງລັດ ໄອໂອວາ ໃນວັນທີ 26 ກໍລະກົດ 2018.

ນຶ່ງມື້ ພາຍຫລັງທີ່ໄດ້ບັນລຸການຍຸຕິການຂັດແຍ້ງທາງການຄ້າ ທີ່ກໍາລັງເພີ້ມຄວາມ
ຮ້າຍແຮງຂຶ້ນ ກັບພວກປະເທດຢູໂຣບຢູ່ນັ້ນ, ປະທານາທິບໍດີດໍໂນລ ທຣໍາ ເວົ້າວ່າ
ການພົບປະຂອງທ່ານ ກັບປະທານກຳມາທິການຢູໂຣບ ທ່ານຊັງຄຼອດ ຈັງເກີ
(Jean-Claude Juncker) ເປັນໄຊຊະນະທາງເສດຖະກິດອັນໃຫຍ່ຫລວງອັນນຶ່ງ
ແລະເປັນການຕົກລົງກັນທີ່ເປັນປະຫວັດການ. ແຕ່ວ່າທ່ານກໍບໍ່ໄດ້ໃຫ້ລາຍລະອຽດ
ອັນໃດຫລາຍ.

ທ່ານທຣໍາກ່າວຢູ່ກອງປະຊຸມໂຕະມົນ ທີ່ລັດໄອໂອວາວ່າ "ພວກເຮົາຫາກໍ່ໄດ້ເປີດ
ຢູໂຣບໃຫ້ພວກທ່ານເດີ້ ບັນດາຊາວສວນທັງຫລາຍ. ພວກທ່ານຫາກໍ່ໄດ້ມີຕະຫລາດ
ໃຫຍ່ແຫ່ງນຶ່ງຂອງຕົນເອງ."

ລັດໄອໂອວາເປັນລັດນຶ່ງໃນຈໍານວນລັດທີ່ມີການເຮັດສວນຫລາຍໃນເຂດຕາເວັນ
ຕົກພາກກາງຂອງປະເທດ ທີ່ໄດ້ຮັບຜົນກະທົບຈາກການແກ້ແຄ້ນຄືນທາງພາສີ
ຂອງຈີນ ຕໍ່ຖົ່ວເຫລືອງ ແລະສິນຄ້າອື່ນໆ ເພື່ອເປັນການໂຕ້ຕອບຄືນຕໍ່ການເກັບ
ພາສີສິນຄ້າຈາກຈີນ ໂດຍປະທານາທິບໍດີສະຫະລັດ.ໃນເວລາຕໍ່ມາຂອງຕອນບ່າຍ
ມື້ດຽວກັນນັ້ນ ທ່ານທຣໍາ ກໍໄດ້ໄປກ່າວຄໍາປາໄສ ຕໍ່ພວກຜະລິດເຫລັກກ້າ ຢູ່ເມືອງ
ແກຣນໄນທ໌ (Granite) ລັດອີລິນອຍວ່າ "ພວກເຮົາຈະບໍ່ໃຫ້ຈີນ ຫລືປະເທດໃດໆ
ກໍຕາມ ມາຂັດຂວາງຄວາມໝັ້ນຄົງ ແຫ່ງຊາດຂອງສະຫະລັດໄດ້."

ປ. ດໍໂນລ ທຣໍາກ່າວຕໍ່ກໍາມະກອນຜະລິດເຫລັກກ້າ ຢູ່ສາງຂອງບໍລິສັດເຫລັກກ້າ ຄອຍລ໌ (Coil) ທີ່ເມືອງ ແກຣນໄນທ໌, ລັດອີລິນອຍໃນວັນທີ 26 ກໍລະກົດ, 2018
ປ. ດໍໂນລ ທຣໍາກ່າວຕໍ່ກໍາມະກອນຜະລິດເຫລັກກ້າ ຢູ່ສາງຂອງບໍລິສັດເຫລັກກ້າ ຄອຍລ໌ (Coil) ທີ່ເມືອງ ແກຣນໄນທ໌, ລັດອີລິນອຍໃນວັນທີ 26 ກໍລະກົດ, 2018

ທ່ານທຣໍາເວົ້າອີກວ່າ ພວກປະເທດໃນຢູໂຣບໄດ້ "ຕົກລົງຊື້ ຖົ່ວເຫລືອງຂອງສະຫະລັດ ເກືອບວ່າໃນທັນທີທັນໃດໂລດ ເພາະວ່າ ຈີນພະຍາຍາມ ທີ່ຈະເຮັດໃຫ້ຊາວສວນຂອງ
ສະຫະລັດໄດ້ຮັບຜົນເສຍຫາຍ."

ທ່ານປະທານາທິບໍດີເວົ້າວ່າ ລັດຖະບານຂອງທ່ານໄດ້ "ເອົາການກະທໍາແບບຮຸນແຮງທີ່
ສຸດ ຢ່າງບໍ່ເຄີຍມີມາກ່ອນ ເພື່ອຕອບໂຕ້ຄືນ ຕໍ່ການດໍາເນີນການຄ້າແບບເອົາລັດເອົາ
ປຽບຂອງຈີນ," ໄດຍໄດ້ກ່າວຫາປັກກິ່ງວ່າ ໄດ້ລັກຊັບສິນທາງດ້ານປັນຍາ ຂອງສະຫະ
ລັດຢ່າງຫລວງຫລາຍ.

ທ່ານຍັງເວົ້າອີກວ່າ ຍ້ອນມີການເກັບພາສີຂອງທ່ານ ຕໍ່ສິນຄ້າຂອງປະເທດຄູ່ຄ້າ "ໂຮງ
ງານຮ້າງຢູ່ທົ່ວປະເທດຂອງພວກເຮົາ ຈຶ່ງກັບຄືນມາມີຊີວິດຊີວາໄດ້ອີກ."

ປ. ດໍໂນລ ທຣໍາ ແລະປະທານກຳມາທິການຢູໂຣບ ທ່ານຊັງຄຼອດ ຈັງເກີ (Jean-Claude Juncker) ກ່າວຄໍາປາໄສຮ່ວມຢູ່ສວນກຸຫລາຍຂອງທໍານຽບຂາວໃນວັນທີ 25 ກໍລະກົດ, 2018
ປ. ດໍໂນລ ທຣໍາ ແລະປະທານກຳມາທິການຢູໂຣບ ທ່ານຊັງຄຼອດ ຈັງເກີ (Jean-Claude Juncker) ກ່າວຄໍາປາໄສຮ່ວມຢູ່ສວນກຸຫລາຍຂອງທໍານຽບຂາວໃນວັນທີ 25 ກໍລະກົດ, 2018

ທ້າມກາງການໃຫ້ຄວາມໝັ້ນໝາຍແບບລາງໆຂອງປະເທດ ກ່ຽວກັບການຊື້ຖົ່ວ
ເຫຼືອງຂອງຢູໂຣບແລະການກໍ່ສ້າງບ່ອນເກັບມ້ຽນເພີ້ມສໍາລັບອາຍແກສທໍາມະຊາດ
ແຫລວຈາກສະຫະລັດຢູ່ນັ້ນ ໃນວັນພຸດຜ່ານມາ ທ່ານທຣໍາ ແລະທ່ານຈັງເກີ ກໍໄດ້
ໃຫ້ສັນຍາກັນວ່າ ຈະງົດການເກັບພາສີເພີ້ມນັ້ນໄວ້ກ່ອນ ໃນຂະນະທີ່ມີການຈັດກອງ
ປະຊຸມເຈລະຈາຂ້າມມະຫາສະໝຸດແອັດລັງຕິກຢູ່ນັ້ນ.

ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານ ສຕິເວັນ ມນູຈິນ ເອີ້ນການຕົກລົງ
ດັ່ງກ່າວວ່າ "ເປັນການຕົກລົງ ໃນທາງຫລັກການ" ໃນຂະນະທີ່ທ່ານທຣໍາ ບອກພວກ
ທີ່ໄປຟັງທ່ານກ່າວຄໍາປາໄສຢູ່ລັດໄອໂອວາວ່າ ທ່ານແລະທ່ານຈັງເກີ "ໄດ້ເຫັນດີ
ນໍາກັນ ທີ່ຈະມີເອກະສານແຈ້ງເຈດຈໍານົງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG