ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ຖືກ​ຟ້ອງ ຍ້ອນ​ຈັດ​ການ​ແບບ​ບໍ່​ຖືກ​ຕ້ອງ​ກັບ​ເອກ​ກະ​ສານລັບ


ແຟ້ມ - ອະ​ດີດ​ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ຮັບ​ຟັງ ຂະ​ນະ​ທີ່​ທ່ານ​ໂອ້​ລົມ​ກັບ​ພວກ​ນັກ​ຂ່​າວ ຢູ່​ເທິງ​ເຮືອ​ບິນ​ຂອງ​ທ່ານ​ ຫຼັງ​ຈາກ​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ສະ​ໜາມ​ບິນ Waco ໃນ​ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 25 ມີ​ນາ 2023.
ແຟ້ມ - ອະ​ດີດ​ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ຮັບ​ຟັງ ຂະ​ນະ​ທີ່​ທ່ານ​ໂອ້​ລົມ​ກັບ​ພວກ​ນັກ​ຂ່​າວ ຢູ່​ເທິງ​ເຮືອ​ບິນ​ຂອງ​ທ່ານ​ ຫຼັງ​ຈາກ​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ສະ​ໜາມ​ບິນ Waco ໃນ​ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 25 ມີ​ນາ 2023.

ໃນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຄະ​ນະ​ຕຸ​ລາ​ການ​ໃຫຍ່​ຂອງ​ລັດ​ຟ​ລໍ​ຣິ​ດາ ທາງ​ພາກ​ໃຕ້​ຂອ​ງ​ສະ​ຫະ​ລັດໄດ້​ກ່າ​ວ​ຫາ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ວ່າ ຈັດ​ການ​ແບບ​ຜິດ​ພາດ​ກັບ​ເອກ​ກະ​ສານ​ລັບ​ຂອງ​ລັດ​ຖະ​ບານ ຫຼັງ​ຈາກ​ທ່ານ​ໄດ້​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ​ແລ້ວ.

ການ​ຟ້ອງ​ຮ້ອງ 7 ກະ​ທົງ​ທີ່​ຍັງ​ບໍ່​ທັນ​ມີ​ການ​ເປີດ​ເຜີຍ​ເທື່ອ ໄດ້​ກ່າ​ວ​ຫາ​ທ່ານ​ທ​ຣຳ ຊຶ່ງ​ຮວມ​ຢູ່​ໃນ​ຂໍ້​ຫາ​ຕ່າງໆ​ນັ້ນ ແມ່ນການລະ​ເມີດ​ຕໍ່​ກົດ​ໝາຍ​ລັດ​ຖະ​ບານ​ກາງ ທີ່​ຫ້າມ​ບໍ່​ໃຫ້​ມີ​ການ​ເກັບ​ຮັກ​ສາ “ຂໍ​ມູນ​ດ້ານ​ປ້ອງ​ກັນ​ປະ​ເທດ” ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ຊຶ່ງ​ເປັນ​ຄວາມ​ຜິດ​ທີ່​ສາ​ມາດ​ຕິດ​ຄຸກ​ໄດ້​ເຖິງ 10 ປີ.

​ທ່ານ​ທ​ຣຳ​ ໄດ້​ໃຫ້​ການ​ຢືນ​ຢັນ​ ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ ​ຢູ່​ໃນ​ສື່​ສັງ​ຄົມ Truth Social ຂອງ​ທ່ານ ໂດຍ​ເວົ້າ​ວ່າ ທ່ານ​ໄດ້​ຖືກ​ໝາຍຮຽກ ສັ່ງ​ໃຫ້​ໄປ​ປາ​ກົດ​ໂຕ
ຢູ່​ສານ​ນະ​ຄອນ​ໄມ​ອາ​ມີ ໃນ​ວັນ​ອັງ​ຄານ​ຈະ​ມານີ້.

ທ່ານ​ທ​ຣຳ​ຂຽນ​ວ່າ “ລັດ​ຖະ​ບານ​ໄບ​ເດັນ​ທີ່​ສໍ້​ລ​າດ ໄດ້​ແຈ້ງ​ໃຫ້​ທະ​ນາຍ​ຄວາມ​ຂ້າ​ພະ​ເຈົ້າ​ຊາບ​ວ່າ ຂ້າ​ພະ​ເຈົ້າ​ຖືກ​ຟ້ອງ ເບິ່ງ​ຄື​ວ່າ​ກ່ຽວ​ກັບ​ເລື້ອງ​ຫີບ​ທີ່​ຂີ້​ຕົວະ​ນັ້ນ” ໃນ​ອັນ​ທີ່​ປາ​ກົດ​ວ່າ ​ເປັນ​ຫີບ​ເອກ​ກະ​ສານ​ຂອງ​ລັດ​ຖະ​ບານ ທີ່​ອົງ​ການ​ສັນ​ຕິ​ບານ​ກາງ FBI ໄດ້​ຢຶດ​ເອົາ​ໄປ​ຈາກ​ບ້ານ​ພັກ​ຂອງ​ທ່ານ​ໃນ​ລັດ​ຟ​ລໍ​ຣິ​ດາ​ເມື່ອ​ທ້າຍ​ເດືອນ​ສິງ​ຫາ​ປີ​ກາຍ.

ໃນ​ການ​ຖະ​ແຫຼງ​ຂ່າວ​ທາງວີ​ດີ​ໂອ ທ່ານ​ທ​ຣຳ​ຍັງ​ໄດ້​ກ່າວ​ຢ້ຳ​ແບບ​ທ້າ​ທາຍ​ວ່າ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ໄດ້​ໃຊ້​ກະ​ຊວງ​ຍຸ​ຕິ​ທຳ ແລະ​ອົງ​ການ FBI “ເປັນ​ອາ​ວຸດ” ແນ​ໃສ່​ທ່ານ.

ທ່ານ​ທ​ຣຳ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເປັນ​ຜູ້​ບໍ​ລິ​ສຸດ ຂ້າ​ພະ​ເຈົ້າ​ເປັນ​ບຸກ​ຄົນ​ທີ່​ບໍ​ລິ​ສຸດ ພວກເຮົາ​ບໍ່​ສາ​ມາດ​ປ່ອຍ​ໃຫ້​ເລື້ອງນີ້​ດຳ​ເນີນ​ຕໍ່​ໄປ ຍ້ອນ​ວ່າ​ມັນ​ພວມ​ທຳ​ລາຍ​ໃຫ້​ປະ​ເທດ​ຂອງ​ພວກ​ເຮົາ​ແຕກ​ແຍກ​ກັນ.”

ພວກ​ທີ່​ສະ​ໜຸບ​ສະ​ໜຸນ​ທ່ານ​ທ​ຣຳ​ຢ່າງ​ແຂງ​ຂັນ ແມ່ນ​ໄດ້​ໂຮມ​ຊຸມ​ນຸມ​ກັນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢູ່​ເບື້ອງ​ຫຼັງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ.

ໃນ​ການ​ຖະ​ແຫຼງ​ຂ່າວນັ້ນ ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈິມ ຈໍ​ແດັນ ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ລັດ​ໂອ​ຮາຍ​ໂອ ແລະ​ປະ​ທານ​ກຳ​ມະ​ການ​ຍຸ​ຕິ​ທຳ​ຂອງ​ສະ​ພາ​ຕ່ຳ​ຂຽນ​ວ່າ “ມັນ​ເປັນ​ມື້​ທີ່​ໂສກ​ເສົ້າ​ສຳ​ລັບ​ອາ​ເມ​ຣິ​ກາ. ພະ​ເຈົ້າ​ຈົ່ງ​ປະ​ທານ​ພອນ​ໃຫ້​ແກ່​ທ່ານ​ທ​ຣຳ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG