ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານໄດ້ຍົກເລີກ ການເຈລະຈາ ສັນຕິພາບລັບ ຂອງ ອັຟການິສຖານ


ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບບັນດານັກຂ່າວ ຢູ່ເດີ່ນກ້ຳໃຕ້ຂອງທຳນຽບຂາວ, ວັນທີ 9 ກັນຍາ 2019, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບບັນດານັກຂ່າວ ຢູ່ເດີ່ນກ້ຳໃຕ້ຂອງທຳນຽບຂາວ, ວັນທີ 9 ກັນຍາ 2019, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານໄດ້ຍົກເລີກການເຈລະລັບ
ທີ່ກຳນົດຈະມີຂຶ້ນ ໃນວັນອາທິດມື້ນີ້ ຢູ່ທີ່ ແຄ້ມ ເດວິດ ກັບປະທານາ ທິບໍດີ ອາຊຣັຟ ການີ
ແລະ “ບັນດາຜູ້ນຳທີ່ສຳຄັນຂອງ ກຸ່ມຕາລາບານ.”

ທ່ານ ທຣຳ ໃນຄຳເວົ້າທີ່ຂຽນຢູ່ ທວິດ​ເຕີ ຫຼາຍຮອບ ເມື່ອຕອນແລງວັນເສົາ ວານນີ້ ໄດ້
ໃຫ້ຄຳອະທິບາຍວ່າ ທ່ານໄດ້ຍົກເລີກແຜນການ ສຳລັບກອງປະຊຸມ ຢູ່ທີ່ແຄັ້ມເດວິດ
(Camp David) ຊຶ່ງເປັນບ້ານພັກຂອງປະທານາທິບໍດີ ໃນລັດ ແມຣີແລນ ໃນທັນທີ
ຫຼັງຈາກລົດບັນຈຸລະເບີດ ໄດ້ແຕກຂຶ້ນຢູ່ໃນນະຄອນຫຼວງ ກາບູລ ທີ່ໄດ້ສັງຫານ 12 ຄົນ
ທີ່ລວມມີທະຫານອາເມຣິກັນຄົນນຶ່ງ.

ທ່ານທຣຳ ໄດ້ກ່າວວ່າ ກຸ່ມຕາລີບານ ໄດ້ປະຕິບັດການໂຈມຕີ “ເພື່ອທີ່ຈະສ້າງອຳ​ນາດ
ຫຼອກ​ລວງ.”

ທ່ານປະທານາທິບໍດີ ກ່າວຕື່ມວ່າ ຖ້າກຸ່ມຕາລີບານ “ບໍ່ສາມາດຕົກລົງຕໍ່ການຢຸດຍິງ ໃນ
ລະຫວ່າງການເຈລະຈາສັນຕິພາບ ທີ່ສຳຄັນຍິ່ງທັງຫຼາຍເຫຼົ່ານີ້ ແລະ ແມ່ນກະທັ້ງໄດ້​ຂ້າ​
ຜູ້​ບໍ​ລິ​ສຸດ 12 ຄົນ, ດັ່ງ​ນັ້ນພວກ​ເຂົາ​ກໍອາດຈະບໍ່ມີອຳນາດ ທີ່ ຈະເຈລະຈາຂໍ້ຕົກລົງ ທີ່ມີ
ຄວາມໝາຍຫຍັງເລີຍ. ພວກເຂົາຍິນຍອມທີ່ຈະຕໍ່ສູ້ອີກ ຈັກທົດສະວັດ.”

ຂໍ້ຄວາມທີ່ຂຽນລົງໃນທວີດເຕີ້ຂອງທ່ານທຣຳນັ້ນ ແມ່ນບໍ່ໄດ້ຄາດຄິດກັນເລີຍວ່າ ຈະມີ
ຂຶ້ນ ໃນເມື່ອການເຈລະຈາ ຍັງດຳ​ເນີນ​ຢູ່ຢ່າງຕໍ່ເນື່ອງ ໃນນະຄອນຫຼວງ ໂດຮາ ປະ​ເທດ
ກາ​ຕ້າ, ບໍ່ເທົ່າໃດຊົ່ວໂມງ ກ່ອນໜ້ານີ້ ລະຫວ່າງ ບັນດາເຈົ້າໜ້າທີ່ ສະຫະລັດ ກັບ ກຸ່ມ
ຕາລີບານ, ເຊິ່ງກຸ່ມຫົວຮຸນແຮງນີ້ ໄດ້ຕີລາຄາການ ເຈລະຈາ ໃນທາງທີ່ເປັນ​ແງ່ບວກ
ຫຼາຍ ອີງຕາມ ທ່ານເດວິດ ເຊດນີ ປະທານ ກຳມະການບໍລິຫານ ແລະຮັກສາການ
ປະທານຂອງມະຫາວິທະຍາໄລ ອາເມຣິກັນ ຮັບຜິດຊອບໃນເລື້ອງຂອງອັຟການິສຖານ.

ທ່ານເຊດນີ ໄດ້ກ່າວຕໍ່ວີໂອເອ ວ່າ “ມີການບໍ່ເຊື່ອມໂຍງກັນ ຢ່າງໃຫຍ່ຫຼວງ” ລະ​ຫວ່າງ
ບັນດາເຈົ້າໜ້າທີ່ຂອງ ສະຫະລັດ.

ທ່ານກ່າວອີກວ່າ “ພວກຄົນທີ່ຂ້າພະເຈົ້າໄດ້ໂອ້ລົມນຳ ເຫັນວ່າການໂຈມຕີຫຼາຍຮອບ
ໂດຍກຸ່ມຕາລີບານເມື່ອບໍ່ດົນມານີ້ ເປັນສັນຍານທີ່ຈະແຈ້ງ ຈາກກຸ່ມຕາລີບານວ່າ ກຸ່ມ
ຕາລີບານ ຢາກໄດ້ໄຊຊະນະດ້ານການທະຫານ ແລະ ໃນສະພາບການນີ້ ຊາວ
ອັຟການິສຖານ ຫຼາຍຄົນໄດ້​ພິ​ຈາ​ລະ​ນາວ່າ​ ການຕົກລົງຖອນກຳ ລັງທະຫານຂອງ
ສະຫະລັດ ດັ່ງກັບການເຮັດໃຫ້ກອງ​ທັບ​ໄດ້ຮັບໄຊຊະນະ ເພາະວ່າຖ້ານີ້ແມ່ນບາດ
ກ້າວທີ່​ນຳໄປສູ່ສັນຕິພາບ, ສະນັ້ນແລ້ວກຸ່ມຕາລີບານ ກໍຈະຕົກລົງຕໍ່ການຢຸດຍິງໃນ
ທັນທີ.”

ແລະທ່ານເຊດນີ ໄດ້ສະແດງຄວາມສົງໄສວ່າ ກຸ່ມຕາລີບານ ຈະໄປ ແຄ້ມ ເດວິດ
ເວັ້ນເສຍແຕ່ວ່າພວກເຂົາເຈົ້າ ແທ້ຈິງແລ້ວຮັບເອົາການຢອມແພ້ຂອງ ສະຫະລັດ.

ທ່ານເວົ້າອີກວ່າ “ຂ້າພະເຈົ້າ ຫວັງວ່າ ກຸ່ມຕາລີບານ ທຳການຢຸດຍິງໃນທັນທີ -- ເຊິ່ງ​
ປັນສິ່ງທີ່ພວກຊາວ ອັຟການິສຖານ ຕ້ອງການ ແລະຄວນຈະໄດ້ຮັບ. ແຕ່ຂ້າພະເຈົ້າບໍ່
ຄຶດວ່າ ມັນ​ຈະ​ເກີດ​ຂຶ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG