ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໄດ້ກ່າວຫາ ບໍລິສັດ ຮາຣລີ-ເດວິດສັນ ວ່າຍອມແພ້ ຈະປິດບໍລິສັດ ຢູ່ ສຫລ


ລົດຈັກຮາຣລີ ລຽນເປັນຫຼາຍແຖວ ເຫັນໄດ້ຢູ່ດ້ານຫຼັງຂອງແຜ່ນປ້າຍສັນຍາລັກ ຮາຣລີ-ເດວິດສັນ ໃນຫ້ອງວາງສະແດງ ຂອງບໍລິສັດ ທີ່ເມືອງເກລນຊໍ ລັດເພັນຊີລເວເນຍ, ວັນທີ່ 26 ເມສາ 2017.
ລົດຈັກຮາຣລີ ລຽນເປັນຫຼາຍແຖວ ເຫັນໄດ້ຢູ່ດ້ານຫຼັງຂອງແຜ່ນປ້າຍສັນຍາລັກ ຮາຣລີ-ເດວິດສັນ ໃນຫ້ອງວາງສະແດງ ຂອງບໍລິສັດ ທີ່ເມືອງເກລນຊໍ ລັດເພັນຊີລເວເນຍ, ວັນທີ່ 26 ເມສາ 2017.

ປະທານາທິບໍດີ ດໍໂນລ ທຣຳ ໃນວັນອັງຄານວານນີ້ ໄດ້ກ່າວຫາບໍລິສັດຜະລິດລົດຈັກ
ຮາລີ-ເດວິດສັນ (Harley-Davison) ວ່າ ຍອມແພ້ຈະປິດບໍລິສັດຂອງຕົນໃນສະຫະ
ລັດດ້ວຍການຍົກຍ້າຍການຜະລິດ ໄປຕ່າງປະເທດເພື່ອຫລີກເວັ້ນ ການຂຶ້ນພາສີໃໝ່
ຂະໜາດໃຫຍ່ ຂອງສະຫະພາບຢູໂຣບ ຕໍ່ລົດຈັກຂອງຕົນ ທີ່ຜະລິດຢູ່ໃນສະຫະລັດ.

ນຶ່ງໃນຄຳເຫັນ ຈາກຫຼາຍໆອັນຢູ່ໃນທວີດເຕີ ທີ່ແນເປົ້າໝາຍໃສ່ ຜູ້ຜະລິດລົດຈັກ ທີ່
ເປັນ ສັນຍາລັກຂອງອາເມຣິກາ ທ່ານທຣຳ ໄດ້ໂຕ້ແຍ້ງວ່າ “Harley-Davison ບໍ່
ຄວນສ້າງຢູ່ປະເທດອື່ນເລີຍ ບໍ່ຄວນເລີຍ!”

ໂດຍມີການຂາຍທີ່ຫລຸດລົງຂອງລົດຈັກ ຮາລີ ໃນສະຫະລັດ ທ່ານທຣຳ ໄດ້ປະກາດວ່າ
“ພວກພະນັກງານ ແລະ ພວກລູກຄ້າຂອງເຂົາເຈົ້າ ແມ່ນບໍ່ພໍໃຈຫຼາຍ ຢູ່ແລ້ວຕໍ່ພວກ
ເຂົາເຈົ້າ. ຖ້າພວກເຂົາເຈົ້າຍ້າຍ ເບິ່ງເດີ້ ມັນຈະເປັນການເລີ້ມຕົ້ນ ຂອງຈຸດຈົບ -
ພວກເຂົາເຈົ້າໄດ້ຍອມແພ້ ພວກເຂົາເຈົ້າຢຸດເຊົາ! ຊື່ສຽງ ຈະຫາຍໄປ ແລະພວກເຂົາ
ເຈົ້າ ຈະຖືກເກັບພາສີ ທີ່ບໍ່ເຄີຍມີມາກ່ອນ!”

ຜູ້ນຳສະຫະລັດ ໄດ້ກ່າວວ່າ ບໍລິສັດນີ້ ຕັ້ງຢູ່ໃນລັດວິສຄອນຊິນ ຢູ່ພາກຕາເວັນຕົກ
ຕອນກາງຂອງສະຫະລັດ ໄດ້ປະກາດແຜນການອອກມາແລ້ວ ໃນປີກາຍນີ້ ທີ່ຈະຍ້າຍ
ການຜະລິດຂອງຕົນບາງສ່ວນ ຈາກສະຫະລັດ ໄປປະເທດໄທ ແລະ ບັດນີ້ ໄດ້ນຳໃຊ້
ຂໍ້ອ້າງທີ່ວ່າ ສະຫະພາບຢູໂຣບ ເກັບພາສີ ຕໍ່ລົດຈັກຮາລີ ທີ່ຜະລິດຢູ່ໃນສະຫະລັດ 31
ເປີເຊັນ ເພື່ອທີ່ຈະສືບຕໍ່ການຜະລິດຢູ່ຕ່າງປະເທດເພີ້ມຫຼາຍຂຶ້ນ. ຊິ້ນສ່ວນສຳລັບລົດຈັກ
ຂອງຮາຣລີ ແມ່ນຜະລິດຢູ່ທົ່ວໂລກ ທີ່ ລວມທັງ ປະເທດບຣາຊີລ ອອສເຕຣເລຍ ອິນເດຍ
ຍີ່ປຸ່ນ ແລະ ເມັກຊິໂກ.

ບໍລິສັດ ຮາລີ-ເດວິດສັນ ໄດ້ກ່າວວ່າ ພາສີ ຂອງສະຫະພາບຢູໂຣບ ຈະເພີ້ມລາຄາ ໃນ
ມູນຄ່າ 2,200 ໂດລາ ໃສ່ກັບຄ່າໃຊ້ຈ່າຍ ຜະລິດລົດຈັກຂອງສະຫະລັດ ໃນແຕ່ລະຄັນ
ທີ່ສົ່ງໄປທະວີບຢູໂຣບ ເຊິ່ງຈະສົ່ງຜົນເສຍຫາຍໃຫ້ແກ່ບໍລິສັດໃນ ມູນຄ່າຫຼາຍເຖິງ 45
ລ້ານໂດລາ ສຳລັບສົກປີ 2018 ແລະປະມານ 90 ລ້ານ ໂດລາ ຫາ 100 ລ້ານໂດລາ
ຕໍ່ປີໃນອະນາຄົດ. ທ່ານທຣຳ ໄດ້ເຕືອນວ່າ ບໍລິ ສັດ “ຕ້ອງຮູ້ດີວ່າ ພວກເຂົາເຈົ້າຈະບໍ່
ສາມາດຂາຍລົດຈັກ ຢູ່ໃນສະຫະລັດ ໂດຍປາດສະຈາກການຈ່າຍພາສີຂະໜາດໃຫຍ່!”

ທ່ານທຣຳໄດ້ສະແດງຄວາມບໍ່ພໍໃຈເທື່ອທຳອິດ ຕໍ່ບໍລິສັດດັ່ງກ່າວໃນວັນຈັນຜ່ານມານີ້
ໂດຍກ່າວວ່າ ທ່ານຮູ້ສຶກແປກໃຈ ທີ່ວ່າ “ບໍລິສັດຮາລີ-ເດວິດສັນ ຈາກບໍລິສັດທັງໝົດ
ຈະເປັນຜູ້ທຳອິດ ທີ່ຍອມຍົກທຸງຂາວ”
ແລະຍົກຍ້າຍການຜະລິດໄປຕ່າງປະເທດ
ຍ້ອນການເກັບພາສີຂອງສະຫະພາບຢູໂຣບ. ທ່ານໄດ້ຮຽກຮ້ອງໃຫ້ບໍລິສັດດັ່ງກ່າວ
ຊຶ່ງຫົວໜ້າຄະນະບໍລິຫານ ໄດ້ໄປຢ້ຽມຢາມ ທຳນຽບຂາວ ໃນປີກາຍນີ້ ຫລັງຈາກທ່ານ
ທຣຳເຂົ້າຮັບຕຳແໜ່ງແລ້ວ ໃຫ້ມີ “ຄວາມອົດທົນ.”

ລົດຈັກ Harley-Davidson ລຽນເປັນແຖວຕັ້ງໂຊ ຢູ່ໃນງານວາງສະແດງ ທີ່ນະຄອນ ຮາມເບີກ ຂອງເຢຍຣະມັນ, ວັນນທີ 24 ກຸມພາ 2017.
ລົດຈັກ Harley-Davidson ລຽນເປັນແຖວຕັ້ງໂຊ ຢູ່ໃນງານວາງສະແດງ ທີ່ນະຄອນ ຮາມເບີກ ຂອງເຢຍຣະມັນ, ວັນນທີ 24 ກຸມພາ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG