ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານທຣຳ ກ່າວວ່າ ທີ່​ປຶ​ກສາ ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທີ່ທ່ານທຣຳ ປົດອອກນັ້ນ ​ແມ່ນ​ບໍ່​ໄດ້​ຮັບ​ການ​ປະຕິບັດຕໍ່ ຢ່າງ​ເປັນທຳ


​ທ່ານ​ທຣຳ ກ່າວຕໍ່ພວກນັກຂ່າວໃນສະໜາມຫຍ້າທີ່ທຳນຽບຂາວ, ວໍຊີງຕັນ, 4 ທັນວາ 2017.
​ທ່ານ​ທຣຳ ກ່າວຕໍ່ພວກນັກຂ່າວໃນສະໜາມຫຍ້າທີ່ທຳນຽບຂາວ, ວໍຊີງຕັນ, 4 ທັນວາ 2017.

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ອະດີດ
​ທີ່​ປຶ​ກສາຂັ້ນ​ສູງ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ທ່ານ ​ໄມ​ໂກລ ຟລິນ ​ແມ່ນ​ບໍ່​ໄດ້​ຮັບ​ການ​ປະຕິບັດຕໍ່ຢ່າງ​ເປັນທຳ ຈາກ​ຄະນະ​ສືບສວນ ພົວພັນ​ກັບ​ການເຂົ້າ​ແຊກ​ແຊງ​ຂອງ
ຣັດ​ເຊຍ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ປີ 2016 ນັ້ນ.

“ຂ້າພະ​ເຈົ້າ​ຮູ້ສຶກ​ເສຍ​ໃຈ ຕໍ່​ທ່ານ​ນາຍ​ພົນ​ຟລິນ. ຂ້າພະ​ເຈົ້າ​ຮູ້ສຶກ​ເສຍ​ໃຈ​ແທ້ໆ,” ນັ້ນແມ່ນຄຳເວົ້າຂອງ​ທ່ານ​ທຣຳ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ​ແລະ​ທ່ານ​ຍັງ​ກ່າວ​ຕໍ່​ໄ​ປວ່າ
“ທ່ານ​ນາຍ​ພົນ ​ໄດ້​ນຳພາຊີວິດ​ທີ່​ເຂັ້ມ​ແຂງ ​ແລະ​ຂ້າພະ​ເຈົ້າ​ຮູ້ສຶກ​ເສຍ​ໃຈຫຼາຍ​ແທ້ໆ.”

ທ່ານ​ຟລິນ​ຍອມຮັບ​ສາລະພາບ​ຜິດ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທີ່​ວ່າ ​ໄດ້ໃຫ້ການ​ເທັດ​ຕໍ່
​ອົງການສັນຕິ​ບານ​ກາງ​ແອັຟບີໄອ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ກ່ຽວ​ກັບການ​ທີ່​ທ່ານ
​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ​ປະຈຳ​ສະຫະລັດ. ການ​ສົນທະນາ
​ທີ່​ວ່າ​ນີ້ ​ໄດ້ມີຂຶ້ນ​ໃນ​ຫຼາຍໆ​ສັບປະດາ ກ່ອນ​ໜ້າການສາບານ​ຕົວ ເຂົ້າ​ຮັບຕຳ​ແໜ່​ງ
ຂອງ​ທ່ານ​ທຣຳ ນັ້ນ.

ຕາງໜ້າພັກພັກຣີພັບບລີກັນ ເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຟັງການອະທິບາຍ ຂອງທ່ານນາງ ທ່ານນາງຮິລລາຣີ ຄລິນຕັນ ໃນການໂຕ້ວາທີຄັ້ງທີ 2 ໃນມະຫາວິທະຍາໄລວໍຊີງຕັນ ໃນເຊັນ ລຸຍສ໌, 9 ຕຸລາ 2016.
ຕາງໜ້າພັກພັກຣີພັບບລີກັນ ເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຟັງການອະທິບາຍ ຂອງທ່ານນາງ ທ່ານນາງຮິລລາຣີ ຄລິນຕັນ ໃນການໂຕ້ວາທີຄັ້ງທີ 2 ໃນມະຫາວິທະຍາໄລວໍຊີງຕັນ ໃນເຊັນ ລຸຍສ໌, 9 ຕຸລາ 2016.

ປະທານາທິບໍດີ ​ໄດ້​ປຽບທຽບ​ການ​ຕົວະ​ຂອງ​ທ່ານ​ຟລິນ ຕໍ່​ອົງການ​ແອັຟບີ​ໄອ
ດ້ວຍ​ຂໍ້ຄວາມ​ທີ່​ຂຽນ​ລົງ​ໂດຍຄູ່​ແຂ່ງ ທ່ານ​ນາງ​ຮິ​ລລາຣີ ຄລິນ​ຕັນ ເວລາທີ່​ຄະນະ​
ສື​ບສວນ​ຂອງ​ລັດຖະບານ ກາງ ກ່ຽວ​ກັບ​ການ​ນຳ​ໃຊ້ອີ​ແມ​ລ໌ ສ່ວນ​ຕົວ​ຂອງ​ທ່ານ​ນາງ
​ໃນ​ຂະນະ​ທີ່​ທ່ານ​ນາງ​ດຳລົງຕຳ​ແໜ່​ງນັ້ນ.

“ທ່ານ​ນາງ​ຮິ​ລລາຣີ ຄລິນ​ຕັນ ​ໄດ້​ຕົວະ​ໃນ​ຫຼາຍໆ​ຄັ້ງ ຕໍ່ອົງການ​ແອັຟບີ​ໄອ. ບໍ່​ມີ​ຫຍັງ​
ເກີດ​ຂຶ້ນ​ກັບ​ທ່ານ​ນາງ ​ແຕ່​ຢ່າງ​ໃດ. ​ທ່ານ​ຟລິນ ຕົວະ​ ​ແລະ​ພວກ​ເຂົາ​ເຈົ້າ​ທຳລາຍ​
ຊີວິດ​ຂອງ​ທ່ານ. ຂ້າພະ​ຈົ້າຄິດ​ວ່າ​ມັນ​ເປັນ​ສິ່ງ​ທີ່​ອັບ​ອາຍຂາຍໜ້າ,
” ທ່ານ​ທຣຳ ​ໄດ້​ກ່າວ
​ໄ​ວ້ ໃນ​ຂະນະ​ທີ່ ​ທ່ານ​ກຳລັງ​ອອກ​ເດີນທາງຈາກ​ທຳນຽບຂາວ​ໄປ​ຍັງ​ລັດ​ຢູທາ.

ປະທານາທິບໍດີ ​ໃຫ້ຂໍ້​ສັງ​ເກດ​ວ່າ ທ່ານ​ນາງ ຄລິນ​ຕັນ ​ແມ່ນ​ບໍ່​ໄດ້​ໃຫ້ການ​ພາຍ​ໃຕ້
ຄຳ​ສາບານ ​ແຕ່​ວ່າ ທ່ານ​ຟລິນ ນັ້ນ​ແມ່ນໄດ້ໃຫ້ການ​ພາຍ​ໃຕ້ຄຳ​ສາບານ.

ອະດີດ​ຜູ້ອຳນວຍການ​ອົງການແອັຟບີ​ໄອ ທ່ານ​ເຈ​ມສ໌ ​ໂຄ​ມີ ​ໄດ້​ໃຫ້ການ​ໃນເດືອນ
​ກໍລະກົດປີ 2016 ວ່າ ທ່ານ​ນາງຄລິນ​ຕັນ ບໍ່​ໄດ້​ຕົວະ​ຕໍ່​ເຈົ້າ​ໜ້າ​ທີ່ອົງການ​ແອັຟບີ​ໄອ
ທີ່​ສືບສວນ​ເລື່ອງ​ອີ​ແມ​ລ໌ ຂອງ​ທ່ານ​ນາງ.

“ພວກ​ເຮົາ​ບໍ່​ເຂົ້າ​ຂ້າງ​ຜູ້​ໃດ ທີ່​ສະຫຼຸບ​ວ່າ ທ່ານ​ນາງ ​ໄດ້​ຕ໊ວະ​ຕໍ່ອົງການ​ແອັຟບີ​ໄອ,
ທ່ານໂຄ​ມີ ບອກ​ກັບ​ຄະນະ​ກຳມະການ​ ​ໃນ​ການ​ເປີດ​ການ​ຮັບ​ຟັງ​ຄຳ​ໃຫ້ການ.

ຄວາມ​ເຫັນ​ຂອງ​ທ່ານ​ທຣຳ ມີ​ຂຶ້ນ ​ໃນ​ຂະນະ​ທີ່​ນັກ​ຊ່ຽວຊານ​ຝ່າຍ​ກົດໝາຍ​ແລະ​ສືບສວນ ​
ແມ່ນ​ວິ​ເຄາະ​ຂໍ້ຄວາມ​ຂອງ​ທ່ານ​ທີ່​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ ​ໃນ​ທ້າ​ຍສັບປະ​ດາຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG