ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ລາຍງານ ກະຊວງຍຸຕິທຳ ລຳອຽງ ແລະ ສະຫຼຸບບໍ່ຖືກຕ້ອງ


ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ (ຊ້າຍ) ແລະ ອະດີດ ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ
ທ່ານເຈມສ໌ ໂຄມີ.
ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ (ຊ້າຍ) ແລະ ອະດີດ ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານເຈມສ໌ ໂຄມີ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນວັນສຸກວານນີ້ວ່າ ລາຍງານໂດຍ
ຜູ້ກວດກາທົ່ວໄປ ຂອງກະຊວງຍຸຕິທຳສະຫະລັດ ກ່ຽວກັບ ການສືບສວນ ເລື້ອງອີແມລ
ຂອງ ທ່ານນາງຣິລລາຣີ ຄລິນຕັນ ໄດ້ສະຫຼຸບ ດ້ວຍຄວາມຜິດພາດ ເວລາລາຍງານລົງ
ຄວາມເຫັນວ່າ ບໍ່ມີຄວາມລຳອຽງ ໃນການສືບສວນຂອງກະຊວງດັ່ງກ່າວ.

ທ່ານທຣຳ ກ່າວຕໍ່ການໃຫ້ສຳພາດແກ່ໂທລະພາບຟັອກສ໌ນິວສ໌ວ່າ “ຜົນຮັບແມ່ນບໍ່ຖືກ
ຕ້ອງ. ມັນມີຄວາມລຳອຽງຢ່າງສິ້ນເຊີງ ເວລາທ່ານ ເບິ່ງໄປຍັງພີເຕີ້ ສຕຣາຊົກ (Peter
Strzok) ທີ່ລາວເວົ້າ ກ່ຽວກັບຂ້າພະເຈົ້າ ເວລາທ່ານເບິ່ງໄປຍັງໂຄມີ ແລະການເຄື່ອນ
ໄຫວຂອງລາວທັງໝົດ.”

ໃນການໃຫ້ຄວາມເຫັນເທື່ອທຳອິດ ກ່ຽວກັບລາຍງານນັ້ນ ທ່ານທຣຳໄດ້ຂຽນຂໍ້ຄວາມ ລົງໃນທວີດເຕີ້ໃນເຊົ້າວັນສຸກວານນີ້ວ່າ ລາຍງານການສືບສວນທີ່ວ່າ ຜູ້ອຳນວຍການ ອົງການສັນຕິບານກາງຫຼື FBI ທ່ານເຈມສ໌ ໂຄມີ ແມ່ນຜູ້ນຳທີ່ບໍ່ມີປະສິດທິຜົນຂອງອົງ
ການ FBI ແລະກ່າວວ່າ ທ່ານໄດ້ເຮັດວຽກ “ອັນໃຫຍ່ຫລວງ” ໃຫ້ແກ່ປະເທດຊາດ ເວ ລາທ່ານປົດ ທ່ານໂຄມີ ອອກຈາກໜ້າທີ່.

ທ່ານທຳ ກ່ອນອື່ນໝົດ ໄດ້ກ່າວຕ້ອງຕິທ່ານສຕຣາຊົກໃນການສົ່ງຂໍ້ຄວາມທາງທວີດ
ເຕີ້ໃນລະຫວ່າງການສືບສວນວ່າ “ພວກເຮົາຈະຍຸຕິ” ທ່ານທຣຳບໍ່ໃຫ້ຊະນະຕຳແໜ່ງ
ປະທານາທິບໍດີ ຊຶ່ງໄດ້ມີການເປີດເຜີຍ ເວລາລາຍງານດັ່ງກ່າວຖືກນຳອອກເຜີຍແຜ່ ໃນວັນພະຫັດຜ່ານມາ ແລະທ່ານທຣຳໄດ້ກ່າວຊົມເຊີນຕໍ່ຜູ້ອຳນວຍການອົງການສັນ
ຕິບານກາງ FBI ຄົນປັດຈຸບັນ ທ່ານຄຣິສໂຕເຟ ເວຣ ໃນການນຳພາຂອງທ່ານ ຢູ່ໃນ
ອົງການທີ່ພວມປະສົບບັນຫາດັ່ງກ່າວ.

ລາຍງານຜູ້ກວດກາພາຍໃນ ຂອງກະຊວງຍຸຕິທຳສະຫະລັດ ທີ່ນຳອອກເຜີຍແຜ່ໃນ
ວັນພະຫັດວານນີ້ ແມ່ນໄດ້ຕ້ອງຕິຢ່າງໜັກ ຕໍ່ອະດີດຜູ້ອຳນວຍການ ອົງການສັນຕິ
ບານກາງຫຼື FBI ທ່ານເຈມສ໌ ໂຄມີໃນການສືບສວນກ່ຽວກັບເລື້ອງອີແມລຂອງທ່ານ
ນາງຣິລລາຣີ ຄລິນຕັນ ໃນລະຫວ່າງການເລືອກຕັ້ງ ປີ 2016 ແຕ່ກໍກ່າວວ່າ ຄະນະ
ສືບສວນ ບໍ່ໄດ້ພົບເຫັນຫຼັກຖານໃດໆ ທີ່ວ່າ ການກະທຳ ຂອງທ່ານໂຄມີ ຖືກຊັກຈູງ
ໂດຍ “ຄວາມລຳອຽງທາງການເມືອງ.”

ໃນລາຍງານ ທີ່ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ ຜູ້ກວດກາທົ່ວ
ໄປຂອງກະຊວງຍຸຕິທຳ ທ່ານໄມເກີ ໂຮໂຣວິຕສ໌ ໄດ້ຕ້ອງຕິທ່ານໂຄມີຢ່າງແຮງກ່ຽວ
ກັບການເອົາບາດກ້າວ ທີ່ເປັນຂ່າວນອງນັນ ຊຶ່ງມີມາເປັນລຳດັບໃນລະຫວ່າງການ
ສືບສວນ ຮວມທັງການປະກາດໃຫ້ທ່ານນາງຄລິນຕັນພົ້ນຈາກການກ່າວຫາ ທ່າມ
ກາງການໂຄສະນາຫາສຽງ ແລະຫລັງຈາກນັ້ນ ກໍເປີດ ແລ້ວກໍປິດ ການສືບສວນໃນ
ຂະນະທີ່ການເລືອກຕັ້ງໃນເດືອນພະຈິກຍັບໃກ້ເຂົ້າມາ.

ການເຄື່ອນໄຫວຂອງທ່ານໂຄມີ ທີ່ປະກາດໃຫ້ ຜູ້ສະໝັກຂອງພັກເດໂມແຄຣັດພົ້ນ
ຈາກການກະທຳຜິດໃນການຖະແຫຼງຂ່າວເມື່ອວັນທີ 5 ກໍລະກົດ ປີ 2016 ນັ້ນ ຊຶ່ງ
ໄດ້ມີຂຶ້ນ ໂດຍບໍ່ໄດ້ແຈ້ງໃຫ້ລັດຖະມົນຕີກະຊວງຍຸຕິທຳຮູ້ນຳນັ້ນ ແມ່ນ “ຜິດທຳມະ
ດາແລະແບບບໍ່ເຊື່ອຟັງ” ໃນຂະນະທີ່ທ່ານໄດ້ສົ່ງຈົດໝາຍໄປຫາສະມາຊິກສະພາ
ໃນວັນທີ 28 ຕຸລາ ປີ 2016 ທັງໆທີ່ລັດຖະມົນຕີກະຊວງຍຸຕິທຳບໍ່ເຫັນພ້ອມນຳນັ້ນ
ແມ່ນປະກອບເປັນ “ການພິຈາລະນາ ທີ່ຜິດພາດຢ່າງຮ້າຍແຮງ” ນັ້ນຄື ຄວາມເຫັນ
ຂອງຜູ້ກວດກາທົ່ວໄປທີ່ຂຽນໄວ້ຢູ່ໃນລາຍງານ.

ທ່ານໂຮໂຣວິຕສ໌ ໄດ້ສະຫລຸບ ຢູ່ໃນລາຍງານການທົບທວນ ທີ່ຍາວ 500 ໜ້າກ່ຽວ
ກັບການສືບສວນໂດຍເວົ້າວ່າ ສິ່ງເຫຼົ່ານີ້ ແລະການເອົາບາດກ້າວທີ່ຜິດພາດອື່ນໆ ໂດຍທ່ານໂຄມີ ພ້ອມກັບເຈົ້າໜ້າທີ່ອົງການສັນຕິບານກາງແລະກະຊວງຍຸຕິທຳຄົນ
ຄົນອື່ນ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຄວາມໜ້າເຊື່ອຖືຂອງອົງການ FBI.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG