ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ເຫັນພ້ອມກັບຄວາມຄິດເຫັນທີ່ຈະໃຫ້
ບັນດາຄູອາຈານ ຖືປືນໃນຫ້ອງຮຽນ ໃນລະຫວ່າງການແລກປ່ຽນ ຄວາມຄິດຄວາມ
ເຫັນທີ່ຂ້ອນຂ້າງໂສກເສົ້າກັບພວກນັກຮຽນທີ່ເຄາະຮ້າຍທັງຫຼາຍພ້ອມທັງບັນດາພໍ່
ແມ່ຜູ້ປົກຄອງຈາກການສັງ ຫານໝູ່ໃນໂຮງຮຽນນັ້ນ.
ພ້ອມດຽວກັນນີ້ ຍັງຈະໃຫ້ມີການກະຈາຍ ອະດີດພວກເຈົ້າໜ້າທີ່ທະຫານ ໄປຕາມ
ໂຮງຮຽນຕ່າງໆ “ອາດສາມາດທີ່ຈະແກ້ໄຂບັນຫານີ້ໄດ້,” ນັ້ນຄືຄຳເວົ້າ ຂອງທ່ານ
ທຣຳໄດ້ກ່າວໄວ້ ທີ່ຫ້ອງຮັບປະທານອາຫານຢູ່ທຳນຽບຂາວ ແລະທ່ານຍັງໄດ້ກ່າວ
ຕື່ມວ່າ“ພວກເຮົາຈະສຶກສາເບິ່ງເລື່ອງນີ້ຢ່າງໃກ້ຊິດ.”
ໃນຈຸດນຶ່ງນັ້ນ ທ່ານທຣຳ ໄດ້ຖາມວ່າ “ມິຜູ້ໃດແດ່ທີ່ມັກໃນ ຄວາມຄິດແບບນີ້?”
ມີບາງພວກໄດ້ຍົກມືຂຶ້ນ. ປະທານາທິບໍດີ ຫລັງຈາກນັ້ນ ກໍຖາມຕື່ມວ່າ ມີພວກໃດແດ່
ທີ່ຄັດຄ້ານ ຊຶ່ງກໍມີຫລາຍຄົນຍົກມືຂຶ້ນ ຈາກພວກທີ່ເຂົ້າຮ່ວມປະມານ 40 ຄົນ ຢູ່ໃນ
ຫ້ອງນັ້ນ ຊຶ່ງສ່ວນໃຫຍ່ແມ່ນພວກນັກຮຽນ ສະມາຊິກຄອບຄົວ ແລະບັນດາຄູອາຈານ
ທີ່ໄດ້ຮັບຜົນກະທົບໂດຍກົງຈາກການສັງຫານໝູ່ນີ້.
ຕໍ່ມາ ໃນກອງປະຊຸມແບບສົນທະນາແລກປ່ຽນຄວາມຄິດຄວາມເຫັນຈາກທຸກຝ່າຍ
ທີ່ໂທລະພາບ CNN ເປັນເຈົ້າພາບຈັດຂຶ້ນ ໃນລັດຟລໍຣີດາ ທີ່ຮວມເອົາພວກທີ່ລອດ
ຊີວິດມາໄດ້ຈາກການສັງຫານໝູ່ ໃນສັບປະດາແລ້ວ ທີ່ໂຮງຮຽນມັດທະຍົມປາຍ
Majory Stoneman Douglas ໃນເມືອງ Parkland ບ່ອນທີ່ອະດີດນັກຮຽນ
ໄວ 19 ປີ ໄດ້ຖືກຟ້ອງຮ້ອງໃນການການສັງຫານ 17 ຄົນນັ້ນ ສະມາຊິກສະພາສູງ
Marco Rubio ໄດ້ບອກກັບພວກຜູ້ຟັງຜູ້ຊົມວ່າ ທ່ານບໍ່ເຫັນພ້ອມໃນຄວາມຄິດທີ່ວ່າ
ໃຫ້ບັນດາຄູອາຈານຖືປືນນັ້ນ.
ເຊີນຊົມ: ພວກເຄາະຮ້າຍທີ່ໄປຢ້ຽມຢາມທ່ານທຣຳ
ເວລາມີການຖາມ ໂດຍພວກນັກຮຽນ ພໍ່ແມ່ຜູ້ປົກຄອງແລະບັນດາຄູອາຈານ
ທ່ານ Rubio ຍັງໄດ້ກ່າວວ່າ ກົດໝາຍການກຳຈັດຮັດແຄບເລື່ອງປືນ ທີ່ເຄັ່ງຄັດກວ່າ
ເກົ່າ ພຽງລຳພັງນັ້ນ ແມ່ນບໍ່ພຽງພໍ ໃນການປ້ອງການຍິງສັງຫານທັງຫຼາຍ ໃນອະນາຄົດ
ຂ້າງໜ້າ ໃນຂະນະທີ່ ທ່ານໃຫ້ການສະໜັບສະໜຸນ ຕໍ່ກົດໝາຍທີ່ອະນຸຍາດໃຫ້ພວກ
ມີອາຍຸຕ່ຳສຸດສາມາດຊື້ປືນໄດ້ ແລະເກືອດຫ້າມອຸບປະກອນເສີມທີ່ເອີ້ນວ່າ bum
stock ຊຶ່ງສາມາດຊ່ອຍ ໃນການຍິງໄດ້ໄວຂຶ້ນນັ້ນ.
ທ່ານ Scott Israel ຜູ້ບັນຊາການຕຳຫຼວດໃນເຂດທີ່ກວມເອົາເມືອງ Parkland
ໄດ້ກ່າວວ່າ ເຫັນດີກັບການອະນຸຍາດ ໃຫ້ພວກເຈົ້າໜ້າທີ່ ທີ່ໄດ້ຮັບການຝຶກແອບ
ຖືອາວຸດປືນຢູ່ໃນໂຮງຮຽນ ແຕ່ວ່າ ບໍ່ເຫັນພ້ອມທີ່ຈະໃຫ້ພວກຄູອາຈານຖືປືນ.
ຊຶ່ງທ່ານກ່າວວ່າ “ຂ້າພະເຈົ້າ ບໍ່ເຊື່ອວ່າ ພວກຄູອາຈານບໍ່ຄວນຖືປືນ. ຂ້າພະເຈົ້າ
ວ່າ ພວກນາຍຄູ ຄວນຈະສິດສອນ.”
ທ່ານທຣຳ ມີໝາຍກຳໜົດການທີ່ຈະເປີດກອງປະຊຸມ ອີກຄັ້ງນຶ່ງຕ່າງຫາກ ກ່ຽວກັບ
ເລື່ອງຄວາມປອດໄພໃນໂຮງຮຽນ ໃນວັນພະຫັດມື້ນີ້ ທີ່ທຳນຽບຂາວ ຊຶ່ງໃນຄັ້ງນີ້
ແມ່ນຈະປະ ກອບມີບັນດາເຈົ້າໜ້າທີ່ລະດັບລັດ ແລະເຂດທ້ອງຖິ່ນນຳ ເຂົ້າຮ່ວມ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ