ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ປະຊາຊົນ ອາເມຣິກັນ ຢາກກັບໄປເຮັດວຽກ ທ່າມກາງ ການລະບາດຂອງ ໄວຣັສໂຄໂຣນາ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມລາຍງານຂອງໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາ. ນະຄອນຫຼວງ ວໍຊິງຕັນ. 22 ມີນາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມລາຍງານຂອງໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາ. ນະຄອນຫຼວງ ວໍຊິງຕັນ. 22 ມີນາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນພ້ອມທີ່ຈະສົ່ງ ສະຫະລັດ ກັບຄືນໄປເຮັດວຽກພາຍໃນສອງສາມອາທິດຂ້າງໜ້ານີ້, ເຖິງແມ່ນຈະມີຄຳເຕືອນ ຕ່າງໆຈາກບັນດາຜູ້ຊ່ຽວຊານດ້ານການແພດວ່າ ອາດໄວເກີນໄປ ເພື່ອປ້ອງກັນ ການລະບາດຂອງໄວຣັສ COVID-19 ທີ່ກຳລັງແຜ່ລາມກວ້າງຂວາງຍິ່ງຂຶ້ນ.

ທ່ານ ທຣຳ ໄດ້ກ່າວໃນລະຫວ່າງການສຳພາດກັບໂທລະພາບ Fox News ໃນວັນອັງຄານວານນີ້ວ່າ “ຂ້າພະເຈົ້າຢາກໃຫ້ປະເທດເປີດປະຕູ ແລະ ມີຄວາມ ກະຕືລືລົ້ນທີ່ຈະເລີ່ມໃນວັນ ອີສເຕີ,” ເຊິ່ງແມ່ນວັນທີ 12 ເມສາ.”

ທ່ານປະທານາທິບໍດີໄດ້ກ່າວວ່າ “ພວກເຮົາຕ້ອງກັບໄປເຮັດວຽກໄວຂຶ້ນ, ໄວ ກວ່າເກົ່າຫຼາຍກວ່າທີ່ຄົນຄິດ,” ເຊິ່ງເປັນການເຕືອນ ກ່ຽວກັບ ຄວາມເສຍຫາຍ ຕໍ່ເສດຖະກິດຂອງປະເທດ ທີ່ອາດສູນເສຍຍອດຜະລິດຕະພັນລວມພາຍ ໃນ 20 ຫາ 25 ຈຸດ.

ໃນການສຳພາດຂອງທຳນຽບຂາວກັບໂທລະພາບ Fox News ໃນເວລາຕໍ່ມາ, ທ່ານ ທຣຳ ຍັງໄດ້ກ່າວວ່າມັນຈະ “ງາມຫຼາຍທີ່ຈະເຫັນໂບດເຕັມໄປດ້ວຍຜູ້ຄົນ ໃນທົ່ວປະເທດຂອງພວກເຮົາ” ໃນວັນ ອີສເຕີ, ເຖິງແມ່ນຈະມີຄຳເຕືອນຕ່າງໆ ຈາກປະຊາຄົມການແພດວ່າ ການຢູ່ຫ່າງຈາກສັງຄົມອາດຕ້ອງໄດ້ສືບຕໍ່ໄປ ໃນທົ່ວຫຼາຍພາກສ່ວນຂອງປະເທດເປັນເວລາຫຼາຍເດືອນ.

ຢູ່ທີ່ກອງປະຊຸມລາຍງານຂອງທຳນຽບຂາວ ສຳລັບບັນດານັກຂ່າວໃນຕອນແລງ ຂອງວັນດັ່ງກ່າວນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານຈະອາໄສໜ່ວຍປະຕິບັດ ການພິເສດ ແລະ ຂໍ້ມູນ ສຳລັບການກຳນົດວັນທີ່ອາດເຮັດໃຫ້ບາງພາກສ່ວນ ຂອງປະເທດທີ່ບໍ່ໄດ້ເປັນຈຸດອັນຕະລາຍເຊັ່ນ ເຂດນາເພື່ອການຄ້າຂະໜາດ ໃຫຍ່, ບາງລັດໃນພາກຕາເວັນຕົກ ແລະ ລັດ ເທັກຊັສ ຖືກປ່ອຍຈາກການ ແນະນຳ ໄວຣັສໂຄໂຣນາ ກ່ຽວກັບ ການຢູ່ໃຫ້ຫ່າງກັນໃນສັງຄົມ.

ທ່ານປະທານາທິບໍດີໄດ້ກ່າວຢໍ້າວ່າ “ຂ້າພະເຈົ້າຫວັງວ່າພວກເຮົາຈະສາມາດ ເຮັດໄດ້ພາຍໃນວັນ ອີສເຕີ ນີ້.”

ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດທີ່ທ່ານ ທຣຳ ສັງກັດພັກຣີພັບບລີກັນ ເບິ່ງ ຄືວ່າຈະປະເຊີນໜ້າໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກນັ້ນ ປາກົດວ່າ ຈະບໍ່ເຊື່ອ ກ່ຽວກັບ ຄຳເຫັນຂອງທ່ານປະທານາທິບໍດີ ເພື່ອເປີດປະເທດຄືນ ພາຍໃນສອງສາມອາທິດ.

ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໄດ້ກ່າວໃນໂທລະພາບ CNN ວ່າ “ໃນວັນອີສເຕີ, ທ່ານຢາກໃຫ້ທຸກຄົນກັບໄປເຮັດວຽກຊັ້ນບໍ? ລາວກຳລັງເວົ້າ ກ່ຽວກັບ ຫຍັງຢູ່? ພວກເຮົາທຸກຄົນຢາກໃຫ້ເສດຖະກິດຖືກເປີດໄວເທົ່າທີ່ຈະໄວ ໄດ້. ວິທີເຮັດນັ້ນກໍແມ່ນວ່າ ໃຫ້ເບິ່ງແຍກຝ່າຍການແພດ ກ່ຽວກັບ ບັນຫານີ້ຢ່າງ ຮີບດ່ວນ.”

U.S. President Donald Trump is poised to send the United States back to work within weeks, despite warnings from medical experts that might be premature to prevent an even wider spread of the COVID-19 virus.

“I would like to have the country opened up and just raring to go by Easter,” which is April 12, Trump said during an interview on Fox News on Tuesday.

“We have to go back to work sooner, much sooner, than people thought,” the president said, warning of the severe damage to the economy that could shave 20 to 25 points off gross domestic product.

In a subsequent White House interview with Fox News, Trump also said it would “be beautiful” to “have packed churches all over our country” on Easter, despite the warnings from the medical community that social distancing may have to continue across much of the United States for months.

At a White House briefing for reporters later in the day, Trump said he would rely on the coronavirus task force and data for setting a date that could see some sections of the country that are not hot spots for COVID-19 — such as the farm belt, some of the western states and Texas — released from coronavirus guidance on social distancing.

“I hope we can do this by Easter,” the president reiterated.

The Democratic Party candidate that Republican Trump is likely to face in November’s general election appeared incredulous when asked about the president’s comment to reopen the country within weeks.

“By Easter, he wants everyone back to work? What’s he talking about?” said former Vice President Joe Biden on CNN. “We all want the economy opened as rapidly as possible. The way to do that is let’s take care of the medical side of this immediately.”

XS
SM
MD
LG